ອະຣິຍະສັຈພາກຕົ້ນ
ໜ້າ/ 382
ແລ້ວໄດ້ຖາມວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸເປັນອັນໝົດຈົດດີ ດ້ວຍເຫຕພຽງເທົ່າໃດໜໍແລ ພິກຂຸຕົນນັ້ນກ່າວວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີ ດ້ວຍເຫຕທີ່ພິກຂຸຮູ້ແຈ່ມແຈ້ງຕາມຄວາມເປັນຈິງວ່າ ສິ່ງໃດສິ່ງໜຶ່ງມີຄວາມເກີດຂຶ້ນເປັນທັມມະດາ ສິ່ງນັ້ນທັງມວນລ້ວນມີຄວາມດັບໄປເປັນທັມມະດາ ເທື່ອນັ້ນແລພິກຂຸ ບໍ່ຍິນດີດ້ວຍການພະຍາກອນປັນຫາຂອງພິກຂຸນັ້ນ ຈຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງຢູ່ບ່ອນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ຂາບທູນພຣະຜູ້ມີພຣະພາຄວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍຂໍປະທານພຣະວະໂຣກາດ ຂ້ານ້ອຍເຂົ້າໄປຫາພິກຂຸອົງໜຶ່ງເຖິງທີ່ຢູ່ ແລ້ວໄດ້ຖາມວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີ ດ້ວຍເຫຕພຽງເທົ່າໃດໜໍແລ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເມື່ອຂ້ານ້ອຍຖາມເຊັ່ນນີ້ແລ້ວ ພິກຂຸນັ້ນໄດ້ກ່າວກັບຂ້ານ້ອຍວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີດ້ວຍເຫຕທີ່ພິກຂຸຮູ້ແຈ່ມແຈ້ງ ເຫຕເກີດແລະຄວາມດັບແຫ່ງຜັສສາຢະຕະນະ ໖ ຕາມຄວາມເປັນຈິງ ເທື່ອນັ້ນແລ ຂ້ານ້ອຍບໍ່ຍິນດີດ້ວຍການພະຍາກອນປັນຫາຂອງພິກຂຸນັ້ນ ຈຶ່ງເຂົ້າໄປຫາພິກຂຸອົງໜຶ່ງເຖິງທີ່ຢູ່ ແລ້ວໄດ້ຖາມວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີດ້ວຍເຫຕພຽງເທົ່າໃດ ເມື່ອຂ້ານ້ອຍຖາມເຊັ່ນນີ້ແລ້ວ ພິກຂຸນັ້ນໄດ້ກ່າວກັບຂ້ານ້ອຍວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີດ້ວຍເຫຕທີ່ພິກຂຸຮູ້ແຈ່ມແຈ້ງ ເຫຕເກີດແລະຄວາມດັບແຫ່ງອຸປາທານຂັນທ໌ ໕ ຕາມຄວາມເປັນຈິງ ເທື່ອນັ້ນແລ ຂ້ານ້ອຍບໍ່ຍິນດີ ດ້ວຍການພະຍາກອນປັນຫາຂອງພິກຂຸນັ້ນ ຈຶ່ງເຂົ້າໄປຫາພິກຂຸອົງໜຶ່ງເຖິງທີ່ຢູ່ ແລ້ວໄດ້ຖາມວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີດ້ວຍເຫຕພຽງເທົ່າໃດ ເມື່ອຂ້ານ້ອຍຖາມເຊັ່ນນີ້ແລ້ວ ພິກຂຸນັ້ນໄດ້ກ່າວກັບຂ້ານ້ອຍວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີດ້ວຍເຫຕທີ່ພິກຂຸຮູ້ແຈ່ມແຈ້ງ ເຫຕເກີດແລະຄວາມດັບແຫ່ງມະຫາພູຕະຮູບ ໔ ຕາມຄວາມເປັນຈິງ ເທື່ອນັ້ນແລ ຂ້ານ້ອຍບໍ່ຍິນດີດ້ວຍການພະຍາກອນປັນຫາຂອງພິກຂຸນັ້ນ
ພາກຕື່ມ (໙)








