ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ກໍານົດຮູ້ແລ້ວ ອະມະຕະ ຊື່ວ່າອັນຊົນເຫຼົ່ານັ້ນບໍ່ກໍານົດຮູ້ແລ້ວ. ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດກໍານົດຮູ້ແລ້ວ ອະມະຕະຊື່ວ່າ ອັນຊົນເຫຼົ່ານັ້ນກໍານົດຮູ້ແລ້ວ

ພາກຕື່ມ (໗)

ດູຣາພິກຂຸ ທ. ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ເຮັດໃຫ້ແຈ້ງແລ້ວອະມະຕະຊື່ວ່າ ອັນຊົນເຫຼົ່ານັ້ນບໍ່ເຮັດໃຫ້ແຈ້ງແລ້ວ. ດູຣາພິກຂຸ ທ. ! ກາຍະຄະຕາສະຕິ ອັນຊົນເຫຼົ່າໃດເຮັດໃຫ້ແຈ້ງແລ້ວ ອະມະຕະ ຊື່ວ່າອັນຊົນເຫຼົ່ານັ້ນເຮັດໃຫ້ແຈ້ງແລ້ວ, ດັ່ງນີ້.

- ເອກ. ອັງ. ໒໐/໕໕/໒໒໕.

ກາຢະນະຄອຣ (ອີກນັຍໜຶ່ງ)

ຄັ້ງນັ້ນແລ ພິກຂຸອົງໜຶ່ງ ເຂົ້າໄປຫາພິກຂຸອົງໜຶ່ງເຖິງທີ່ຢູ່ ຄັນແລ້ວໄດ້ຖາມພິກຂຸຕົນນັ້ນວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີ ດ້ວຍເຫຕພຽງເທົ່າໃດໜໍແລ ພິກຂຸຕົນນັ້ນກ່າວວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີ ດ້ວຍເຫຕທີ່ພິກຂຸຮູ້ແຈ່ມແຈ້ງ ເຫຕເກີດແລະຄວາມດັບແຫ່ງຜັສສາຢະຕະນະ ໖ ຕາມຄວາມເປັນຈິງ ເທື່ອນັ້ນແລ ພິກຂຸນັ້ນບໍ່ຍິນດີ ດ້ວຍການພະຍາກອນປັນຫາຂອງພິກຂຸນັ້ນ ຈຶ່ງເຂົ້າໄປຫາພິກຂຸອີກອົງໜຶ່ງຄັນແລ້ວໄດ້ຖາມວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີ ດ້ວຍເຫຕພຽງເທົ່າໃດໜໍແລ ພິກຂຸຕົນນັ້ນກ່າວວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີ ດ້ວຍເຫຕທີ່ພິກຂຸຮູ້ແຈ່ມແຈ້ງ ເຫຕເກີດແລະຄວາມດັບແຫ່ງອຸປາທານຂັນທ໌ ໕ ຕາມຄວາມເປັນຈິງ ເທື່ອນັ້ນແລພິກຂຸນັ້ນ ບໍ່ຍິນດີດ້ວຍການພະຍາກອນປັນຫາຂອງພິກຂຸນັ້ນ ຈຶ່ງເຂົ້າໄປຫາພິກຂຸອີກອົງໜຶ່ງ ແລ້ວໄດ້ຖາມວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີ ດ້ວຍເຫຕພຽງເທົ່າໃດໜໍແລ ພິກຂຸນັ້ນກ່າວວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີ ດ້ວຍເຫຕທີ່ພິກຂຸຮູ້ແຈ່ມແຈ້ງ ເຫຕເກີດແລະຄວາມດັບແຫ່ງມະຫາພູຕະຮູບ ໔ ຕາມຄວາມເປັນຈິງ ເທື່ອນັ້ນແລພິກຂຸນັ້ນ ບໍ່ຍິນດີດ້ວຍການພະຍາກອນປັນຫາຂອງພິກຂຸຕົນນັ້ນ ຈຶ່ງເຂົ້າໄປຫາພິກຂຸອີກອົງໜຶ່ງ

(໘) ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ