ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ສະໄໝໃດ ພິກຂຸເປັນຜູ້ ຕາມເຫັນຈິຕໃນຈິຕ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້, ສະໄໝນັ້ນ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ. ພິກຂຸ ທ. ! ສະໄໝໃດ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ເປັນທັມມະຊາດບໍ່ລືມຫຼົງ, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບມາແລ້ວ, ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເຣີນສະຕິສັມໂພຊຊົງຄ໌, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.
ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່ ຍ່ອມຕັ້ງການເລືອກ ຍ່ອມຕັ້ງການໄຈ້ ຍ່ອມຕັ້ງການໃຄ່ຄວນ ຊຶ່ງທັມນັ້ນດ້ວຍປັນຍາ. (ຕໍ່ໄປນີ້ ມີຂໍ້ຄວາມແນວດຽວກັນກັບ ໃນໂພຊຊົງຄ໌ເຈັດໝວດກາຢາ ຯ ຈົນຈົບໝວດ).
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໘໑໓
[ໂພຊຊົງຄ໌ເຈັດ ໝວດທັມມາ ໆ]
ພິກຂຸ ທ. ! ສະໄໝໃດ ພິກຂຸເປັນຜູ້ ຕາມເຫັນທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະ ໃນໂລກອອກເສຍໄດ້, ສະໄໝນັ້ນ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ ພິກຂຸ ທ. ! ສະໄໝໃດ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ເປັນທັມມະຊາດບໍ່ລືມຫຼົງ, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເຣີນສະຕິສັມໂພຊຊົງຄ໌, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.
ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່ ຍ່ອມຕັ້ງການເລືອກ ຍ່ອມຕັ້ງການໄຈ້ ຍ່ອມຕັ້ງການໃຄ່ຄວນ ຊຶ່ງທັມນັ້ນດ້ວຍປັນຍາ. (ຕໍ່ໄປນີ້ ມີຂໍ້ຄວາມແນວດຽວກັນກັບ ໃນໂພຊຊົງຄ໌ເຈັດໝວດກາຍາໆ ຈົນຈົບໝວດ).
ພິກຂຸ ທ. ! ສະຕິປັຕຖານທັງສີ່ ອັນບຸຄຄົລຈະເຣີນແລ້ວດັ່ງນີ້ ຝຶກໃຫ້ຫຼາຍແລ້ວດັ່ງນີ້ແລ ຊື່ວ່າຈະເຣີນໂພຊຊົງຄ໌ທັງເຈັດໃຫ້ບໍຣິບູນໄດ້.
(ຂໍ້ສັງເກດ : ດັ່ງທີ່ຕຣັດໄວ້ ສະແດງວ່າສະຕິປັຕຖານທັງສີ່ ໃນແຕ່ລະໝວດສົມບູນໃນຕົນເອງ ຄືເຂົ້າເຖິງໂພຊຊົງຄ໌ທີ່ບໍຣິບູນ ຈົນກະທັ່ງວິມຸຕຕິໄດ້ທຸກໝວດ ດັ່ງນັ້ນສະຕິປັຕຖານສີ່ນັ້ນ ຜູ້ປະຕິບັຕຈະຈະເຣີນໝວດໃດໝວດໜຶ່ງ ຫຼືທັງ ໔ ໝວດກໍໄດ້ເໝືອນກັນ ຍັງວິມຸຕຕິໃຫ້ປາກົດໄດ້ດຸດດັ່ງດຽວກັນ)
- ອຸປຣິ. ມ. ໑໔/໑໙໗/໒໙໐.
ວິຊຊາ-ວິມຸຕຕິບໍຣິບູນ ເພາະໂພຊຊົງຄ໌ບໍຣິບູນ
ພິກຂຸ ທ. ! ໂພຊຊົງຄ໌ທັງເຈັດ ອັນບຸຄຄົລຈະເຣີນແລ້ວແນວໃດ ຝຶກໃຫ້ຫຼາຍແລ້ວແນວໃດ ຈຶ່ງເຮັດວິຊຊາແລະວິມຸຕຕິໃຫ້ບໍຣິບູນໄດ້ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຈະເຣີນ ສະຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ; (ຄວາມສະລະລົງ);
໘໑໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຍ່ອມຈະເຣີນ ທັມມະວິຈະຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ;
ຍ່ອມຈະເຣີນ ວິຣິຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ;
ຍ່ອມຈະເຣີນ ປີຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ;
ຍ່ອມຈະເຣີນ ປັສສັທທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ;
ຍ່ອມຈະເຣີນ ສະມາທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ;
ຍ່ອມຈະເຣີນ ອຸເປກຂາສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ອັນນ້ອມໄປເພື່ອໂວດສັກຄະ;
ພິກຂຸ ທ. ! ໂພຊຊົງຄ໌ທັງເຈັດ ອັນບຸຄຄົລຈະເຣີນແລ້ວເຊັ່ນນີ້ ຝຶກໃຫ້ຫຼາຍແລ້ວເຊັ່ນນີ້ແລ ຊື່ວ່າ ເຮັດວິຊຊາແລະວິມຸຕຕິໃຫ້ບໍຣິບູນໄດ້, ດັ່ງນີ້.
- ອຸປຣິ. ມ. ໑໔/໒໐໑/໒໙໑.
ນິໂຣດະອະຣິຢະສັຈຈະ (ອີກນັຍໜຶ່ງ)








