ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່ ຍ່ອມຕັ້ງການເລືອກ ຍ່ອມຕັ້ງການໄຈ້ ຍ່ອມຕັ້ງການໃຄ່ຄວນຊຶ່ງທັມນັ້ນດ້ວຍປັນຍາ. ພິກຂຸ ທ. ! ສະໄໝໃດ ພິກຂຸເປັນຜູ້ມີສະຕິເຊັ່ນນັ້ນຢູ່ ເຮັດການເລືອກໄຈ້ ໃຄ່ຄວນທັມນັ້ນຢູ່ດ້ວຍປັນຍາ, ສະໄໝນັ້ນ ທັມມະວິຈະຢະສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເຣີນທັມມະວິຈະຢະສັມໂພຊຊົງຄ໌, ສະໄໝນັ້ນ ທັມມະວິຈະຢະສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.
ພິກຂຸນັ້ນເມື່ອເລືອກໄຈ້ ໃຄ່ຄວນຢູ່ຊຶ່ງທັມນັ້ນດ້ວຍປັນຍາ ຄວາມພຽນອັນບໍ່ຢຸດຢ່ອນ ຊື່ວ່າເປັນທັມອັນພິກຂຸນັ້ນປາຣົບແລ້ວ. ພິກຂຸ ທ. ! ສະໄໝໃດຄວາມພຽນບໍ່ຢຸດຢ່ອນ ອັນພິກຂຸຜູ້ເລືອກໄຈ້ ໃຄ່ຄວນໃນທັມນັ້ນດ້ວຍປັນຍາປາຣົບແລ້ວ. ສະໄໝນັ້ນ ວິຣິຢະສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ. ສະໄໝນັ້ນ ພິກຂຸ ຊື່ວ່າຍ່ອມຈະເຣີນວິຣິຢະສັມໂພຊຊົງຄ໌, ສະໄໝນັ້ນ ວິຣິຢະສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.
ພິກຂຸນັ້ນ ເມື່ອມີຄວາມພຽນອັນປາຣົບແລ້ວ ປີຕິອັນເປັນນິຣາມິສກໍເກີດຂຶ້ນ. ພິກຂຸ ທ. ! ສະໄໝໃດ ປີຕິອັນເປັນນິຣາມິສເກີດຂຶ້ນແກ່ພິກຂຸ ຜູ້ມີຄວາມພຽນອັນປາຣົບແລ້ວ, ສະໄໝນັ້ນ ປີຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ,
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໘໑໑
ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເຣີນປີຕິສັມໂພຊຊົງຄ໌, ສະໄໝນັ້ນປີຕິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.
ພິກຂຸນັ້ນເມື່ອມີໃຈປະກອບດ້ວຍປີຕິ ແມ່ນວ່າກາຍກໍລະງັບ ແມ່ນວ່າຈິຕກໍລະງັບ. ພິກຂຸ ທ. ! ສະໄໝໃດ ທັງກາຍແລະທັງຈິຕຂອງພິກຂຸ ຜູ້ມີໃຈປະກອບດ້ວຍປີຕິຍ່ອມລະງັບ, ສະໄໝນັ້ນ ປັສສັທທິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເຣີນປັສສັທທິສັມໂພຊຊົງຄ໌, ສະໄໝນັ້ນ ປັສສັທທິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.
ພິກຂຸນັ້ນ ເມື່ອມີກາຍອັນລະງັບແລ້ວ ມີຄວາມສຸຂຢູ່ ຈິຕຍ່ອມຕັ້ງໝັ້ນ. ພິກຂຸ ທ. ! ສະໄໝໃດ ຈິຕຂອງພິກຂຸຜູ້ມີກາຍອັນລະງັບແລ້ວ ມີຄວາມສຸຂຢູ່ ຍ່ອມຕັ້ງໝັ້ນ, ສະໄໝນັ້ນ ສະມາທິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນພິກຂຸ ຊື່ວ່າຍ່ອມຈະເຣີນສະມາທິສັມໂພຊຊົງຄ໌, ສະໄໝນັ້ນ ສະມາທິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.
ພິກຂຸນັ້ນ ຍ່ອມເປັນຜູ້ເຂົ້າໄປເພັ່ງສະເພາະ ຊຶ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນ ເປັນຢ່າງດີ. ພິກຂຸ ທ. ! ສະໄໝໃດພິກຂຸ ເປັນຜູ້ເຂົ້າໄປເພັ່ງສະເພາະ ຊຶ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນ ເປັນຢ່າງດີ, ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນພິກຂຸຊື່ວ່າ ຍ່ອມຈະເຣີນອຸເປກຂາສັມໂພຊຊົງຄ໌, ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.
[ໂພຊຊົງຄ໌ເຈັດ ໝວດເວທະນາ ຯ]
ພິກຂຸ ທ. ! ສະໄໝໃດ ພິກຂຸເປັນຜູ້ ຕາມເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະ ໃນໂລກອອກເສຍໄດ້,
໘໑໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ສະໄໝນັ້ນ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ. ພິກຂຸ ທ. ! ສະໄໝໃດ ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ແລ້ວ ເປັນທັມມະຊາດບໍ່ລືມຫຼົງ, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນ ພິກຂຸຊື່ວ່າຍ່ອມຈະເຣີນສະຕິສັມໂພຊຊົງຄ໌, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບແຫ່ງການຈະເຣີນ.
ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່ ຍ່ອມຕັ້ງການເລືອກ ຍ່ອມຕັ້ງການໄຈ້ ຍ່ອມຕັ້ງການໃຄ່ຄວນ ຊຶ່ງທັມນັ້ນດ້ວຍປັນຍາ. (ຕໍ່ໄປນີ້ມີຂໍ້ຄວາມແນວດຽວກັນກັບໃນ ໂພຊຊົງຄ໌ເຈັດໝວດກາຢາ ຯ ຈົນຈົບໝວດ).
[ໂພຊຊົງຄ໌ເຈັດ ໝວດຈິຕຕາ ຯ]








