ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ໃນບັນດາທາງຈອຣ(ແຫ່ງຈິຕ)ຂອງສັຕ ທັງສາມສິບຫົກນັ້ນ ອຸເປກຂາ ອາໄສການຫຼີກອອກຈາກເຮືອນ (ເນກຂັມມະສິຕະອຸເປກຂາ) ຫົກຢ່າງມີຢູ່ ເຈົ້າຈົ່ງອາໄສແລ້ວໆ ຊຶ່ງອຸເປກຂາອາໄສການຫຼີກອອກຈາກເຮືອນນັ້ນ ລະເສຍກ້າວຂ້າມພົ້ນເສຍ ຊຶ່ງອຸເປກຂາອາໄສເຮືອນຫົກຢ່າງ. ການລະເສຍໄດ້ ການກ້າວຂ້າມພົ້ນເສຍໄດ້ ຊຶ່ງອຸເປກຂາອາໄສເຮືອນຫົກຢ່າງເຫຼົ່ານັ້ນ ຍ່ອມມີດ້ວຍອາການດັ່ງນີ້.
ພິກຂຸ ທ. ! ໃນບັນດາທາງຈອຣ (ແຫ່ງຈິຕ) ຂອງສັຕ ທັງສາມສິບຫົກນັ້ນ ໂສມະນັດສະ ອາໄສການຫຼີກອອກຈາກເຮືອນ (ເນກຂັມມະສິຕະໂສມະນັດສະ) ຫົກຢ່າງມີຢູ່ ເຈົ້າຈົ່ງອາໄສແລ້ວໆ ຊຶ່ງໂທມະນັດສະອາໄສການຫຼີກອອກຈາກເຮືອນນັ້ນ ລະເສຍ ກ້າວຂ້າມພົ້ນເສຍ ຊຶ່ງໂທມະນັດສະອາໄສການຫຼີກອອກຈາກເຮືອນຫົກຢ່າງ. ການລະເສຍໄດ້ ການກ້າວຂ້າມພົ້ນເສຍໄດ້ ຊຶ່ງໂທມະນັດສະອາໄສການຫຼີກອອກຈາກເຮືອນຫົກຢ່າງເຫຼົ່ານັ້ນ ຍ່ອມມີດ້ວຍອາການດັ່ງນີ້.
ພິກຂຸ ທ. ! ໃນບັນດາທາງຈອຣ(ແຫ່ງຈິຕ)ຂອງສັຕ ທັງສາມສິບຫົກນັ້ນ ອຸເປກຂາ ອາໄສການຫຼີກອອກຈາກເຮືອນ (ເນກຂັມມະສິຕະອຸເປກຂາ) ຫົກຢ່າງມີຢູ່ ເຈົ້າຈົ່ງອາໄສແລ້ວໆ ຊຶ່ງອຸເປກຂາອາໄສການຫຼີກອອກຈາກເຮືອນນັ້ນ ລະເສຍກ້າວຂ້າມພົ້ນເສຍ ຊຶ່ງໂສມະນັດສະອາໄສການຫຼີກອອກຈາກເຮືອນຫົກຢ່າງ. ການລະເສຍໄດ້ ການກ້າວຂ້າມພົ້ນເສຍໄດ້ ຊຶ່ງໂສມະນັດສະອາໄສການຫຼີກອອກຈາກເຮືອນຫົກຢ່າງເຫຼົ່ານັ້ນ ຍ່ອມມີດ້ວຍອາການດັ່ງນີ້.
ພິກຂຸ ທ. ! ອຸເປກຂາມີພາວະຕ່າງໆ (ນານັຕຕະອຸເປກຂາ) ອາໄສພາວະຕ່າງໆ ກໍມີຢູ່. ອຸເປກຂາມີພາວະຢ່າງດຽວ (ເອກັຕຕະອຸເປກຂາ) ອາໄສພາວະຢ່າງດຽວ ກໍມີຢູ່.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໙໕
ພິກຂຸ ທ. ! ອຸເປກຂາມີພາວະຕ່າງໆ ອາໄສພາວະຕ່າງໆ ເປັນແນວໃດໜໍ ? ພິກຂຸ ທ. ! ອຸເປກຂາໃນຮູບ ທ. ມີຢູ່, ອຸເປກຂາໃນສຽງ ທ. ມີຢູ່, ອຸເປກຂາໃນກິ່ນ ທ. ມີຢູ່, ອຸເປກຂາໃນຣົສ ທ. ມີຢູ່, ອຸເປກຂາໃນໂຜຕຖັພພະ ທ. ມີຢູ່. ພິກຂຸ ທ. ! ນີ້ຄື ອຸເປກຂາ ມີພາວະຕ່າງໆ ອາໄສພາວະຕ່າງໆ.
ພິກຂຸ ທ. ! ອຸເປກຂາມີພາວະຢ່າງດຽວ ອາໄສພາວະຢ່າງດຽວ ເປັນແນວໃດໜໍ ? ພິກຂຸ ທ. ! ອຸເປກຂາອາໄສອາກາສານັນຈາຢະຕະນະມີຢູ່, ອຸເປກຂາອາໄສວິນຍານັນຈາຢະຕະນະມີຢູ່, ອຸເປກຂາອາໄສອາກິນຈັນຍາຢະຕະນະມີຢູ່, ອຸເປກຂາອາໄສເນວະສັນຍານາສັນຍາຢະຕະນະມີຢູ່. ພິກຂຸ ທ. ! ນີ້ຄື ອຸເປກຂາມີພາວະຢ່າງດຽວ ອາໄສພາວະຢ່າງດຽວ.
(ເລື່ອງຄວນເບິ່ງປະກອບ ໃນເຫຼັ້ມນີ້ໜ້າ ໗໗໖ ການແບ່ງ ອຸເປກຂາ ອີກນັຍຍະໜຶ່ງ)
ພິກຂຸ ທ. ! ໃນບັນດາອຸເປກຂາເຫຼົ່ານັ້ນ ເຈົ້າຈົ່ງອາໄສແລ້ວໆ ຊຶ່ງອຸເປກຂາມີພາວະຢ່າງດຽວ ອາໄສພາວະຢ່າງດຽວ ລະເສຍ ກ້າວຂ້າມພົ້ນເສຍ ຊຶ່ງອຸເປກຂາມີພາວະຕ່າງໆ ອາໄສພາວະຕ່າງໆນັ້ນ. ການລະເສຍໄດ້ ການກ້າວຂ້າມພົ້ນເສຍໄດ້ ຊຶ່ງອຸເປກຂາມີພາວະຕ່າງໆອາໄສພາວະຕ່າງໆນັ້ນ ຍ່ອມມີດ້ວຍອາການດັ່ງນີ້.
ພິກຂຸ ທ. ! ເຈົ້າຈົ່ງອາໄສແລ້ວໆ ຊຶ່ງ ອະຕັມມະຢະຕາ໑ ລະເສຍ ກ້າວຂ້າມເສຍ ຊຶ່ງອຸເປກຂາມີພາວະຢ່າງດຽວ ອາໄສພາວະຢ່າງດຽວນັ້ນ. ການລະເສຍໄດ້ ການກ້າວຂ້າມເສຍໄດ້ ຊຶ່ງອຸເປກຂາມີພາວະຢ່າງດຽວ ອາໄສພາວະຢ່າງດຽວນັ້ນ ຍ່ອມມີດ້ວຍອາການດັ່ງນີ້.
໑. ອະຕັມມະຢະຕາ ຄໍານີ້ຍາກທີ່ຈະແປອອກມາຕົງໆ ແລະບໍ່ຄວນຈະແປອອກມາ, ໃຫ້ໃຊ້ທັບຊັບ ຈົນກາຍເປັນຄໍາ
ໃນພາສາຂອງຕົນ ເໝືອນຄໍາສຳຄັນອື່ນໆ ເຊັ່ນຄໍາວ່າ ນິພພານເປັນຕົ້ນ ກໍແລ້ວກັນ. ສໍາລັບຄວາມໝາຍ
ຂອງຄໍາວ່າ ອະຕັມມະຢະຕາ ນັ້ນໝາຍເຖິງພາວະທີ່ບໍ່ຕ້ອງເນື່ອງ ຫຼືອາໄສປັຈຈັຍອັນໃດໆ,
ໄດ້ແກ່ອະສັງຂະຕະທັມ ອັນເປັນທັມທີ່ປາສະຈາກຕັນຫາ ເປັນຕົ້ນ ອັນປັຈຈັຍປຸງແຕ່ງບໍ່ໄດ້ ນັ້ນເອງ.
໗໙໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ຄໍາໃດທີ່ເຮົາກ່າວວ່າ “ຈົ່ງອາໄສທາງນີ້ແລ້ວ ລະທາງນີ້ເສຍ” ດັ່ງນີ້ນັ້ນ, ຄໍານັ້ນ ເຮົາກ່າວອາໄສຫຼັກເກນ ດັ່ງນີ້ແລ.
- ອຸປຣິ. ມ. ໑໔/໔໐໖/໖໓໑-໖໓໒.
(ນີ້ສະແດງວ່າການອາໄສທາງຢ່າງໜຶ່ງ ລະທາງຢ່າງໜຶ່ງເສຍນັ້ນ ເປັນນິໂຣດຢ່າງໜຶ່ງໆ ຊຶ່ງຄວນຈະມອງໃຫ້ເຫັນວ່າ ເປັນນິໂຣດ ໗ ຂັ້ນຕອນດັ່ງນີ້ຄື :-
ອາໄສ ເນກຂັມມະສິຕະໂສມະນັດສະ ລະເຄຫະສິຕະໂສມະນັດສະ ຄູ່ໜຶ່ງ;








