ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

໗໙໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຊຶ່ງທັມທັງຫຼາຍ ອັນບຸຄຄົລຄວນກໍານົດຮູ້ດ້ວຍປັນຍາອັນຍິ່ງ; ຍ່ອມ ລະ ດ້ວຍປັນຍາອັນຍິ່ງ ຊຶ່ງທັມທັງຫຼາຍ ອັນບຸຄຄົລຄວນລະດ້ວຍປັນຍາອັນຍິ່ງ; ຍ່ອມ ເຮັດໃຫ້ຈະເຣີນ ດ້ວຍປັນຍາອັນຍິ່ງ ຊຶ່ງທັມທັງຫຼາຍ ອັນບຸຄຄົລຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ; ຍ່ອມ ເຮັດໃຫ້ແຈ້ງ ດ້ວຍປັນຍາອັນຍິ່ງ ຊຶ່ງທັມທັງຫຼາຍ ອັນບຸຄຄົລຄວນເຮັດໃຫ້ແຈ້ງ ດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ກໍ ທັມເຫຼົ່າໃດໜໍ ເປັນທັມອັນບຸຄຄົລຄວນກໍານົດຮູ້ດ້ວຍປັນຍາອັນຍິ່ງ ? ຄໍາຕອບຍ່ອມມີວ່າ ປັນຈຸປາທານຂັນທ໌ ທັງຫຼາຍກ່າວຄື ອຸປາທານຂັນທ໌ຄືຮູບ ອຸປາທານຂັນທ໌ຄືເວທະນາ ອຸປາທານຂັນທ໌ຄືສັນຍາ ອຸປາທານຂັນທ໌ຄືສັງຂາຣ ອຸປາທານຂັນທ໌ຄືວິນຍານ : ທັມທັງຫຼາຍເຫຼົ່ານີ້ແລ ຊື່ວ່າເປັນທັມອັນບຸຄຄົລຄວນກໍານົດຮູ້ດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ກໍ ທັມເຫຼົ່າໃດໜໍ ເປັນທັມອັນບຸຄຄົລຄວນລະດ້ວຍປັນຍາອັນຍິ່ງ ? ຄໍາຕອບຍ່ອມມີວ່າ ອະວິຊຊາ ດ້ວຍ ພະວະຕັນຫາ ດ້ວຍ : ທັມທັງຫຼາຍ ເຫຼົ່ານີ້ແລ ຊື່ວ່າເປັນທັມອັນບຸຄຄົລຄວນລະດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ກໍ ທັມເຫຼົ່າໃດໜໍ ເປັນທັມອັນບຸຄຄົລຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ ? ຄໍາຕອບຍ່ອມມີວ່າ ສະມະຖະ ດ້ວຍ ວິປັສສະນາ ດ້ວຍ : ທັມທັງຫຼາຍເຫຼົ່ານີ້ແລ ຊື່ວ່າເປັນທັມອັນບຸຄຄົລຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ກໍ ທັມເຫຼົ່າໃດໜໍ ເປັນທັມອັນບຸຄຄົລຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ? ຄໍາຕອບຍ່ອມມີວ່າ ວິຊຊາ ດ້ວຍ ວິມຸຕຕິ ດ້ວຍ : ທັມທັງຫຼາຍເຫຼົ່ານີ້ແລ ຊື່ວ່າເປັນທັມອັນບຸຄຄົລຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໙໓

(ໃນກໍລະນີທີ່ກ່ຽວກັບ ໂສຕະ ຄານະ ຊິວຫາ ກາຍະ ມະໂນ ແລະສະຫະຄະຕະທັມແຫ່ງອາຍະຕະນະ ມີໂສຕະເປັນຕົ້ນ ກໍມີເນື້ອຄວາມເໝືອນກັບທີ່ກ່າວແລ້ວ ໃນກໍລະນີແຫ່ງຈັກຂຸ ແລະສະຫະຄະຕະທັມ ຂອງຈັກຂຸດັ່ງທີ່ກ່າວຂ້າງເທິງນີ້ທຸກປະການ ຈົ່ງຂະຫຍາຍຄວາມເອົາເອງໃຫ້ເຕັມຕາມນັ້ນ).

- ອຸປຣິ. ມ. ໑໔/໕໒໓-໕໒໖/໘໒໘-໘໓໑.

ການອອກໄປເສຍໄດ້ຈາກທາງຈອຣແຫ່ງຈິຕຂອງສັຕປຸຖຸຊົນ

(ທາງຈອຣ(ທຽວ)ແຫ່ງຈິຕຂອງສັຕມີຢູ່ ໓໖ ຢ່າງ ມີຢູ່ທີ່ຫົວຂໍ້ວ່າ “ເວທະນາຄືທາງຈອຣແຫ່ງຈິຕຂອງສັຕ” ໃນພາກ ໑ ທີ່ວ່າດ້ວຍທຸກຂະອະຣິຢະສັຈຈະໜ້າ ໑໘໖ ແຫ່ງໜັງສືເຫຼັ້ມນີ້. ຂໍ້ຄວາມຕໍ່ໄປນີ້ສະແດງການອອກມາເສຍໄດ້ ຈາກທາງຈອຣແຫ່ງຈິຕຂອງສັຕເຫຼົ່ານັ້ນ ໂດຍອາໄສທັມທີ່ເປັນຄູ່ປັບແກ່ກັນເປັນຄູ່ໆ ລະຝ່າຍທີ່ຄວນລະເສຍ ຈົນວ່າອອກມາເສຍໄດ້ ຈາກທາງແຫ່ງທຸກຂ໌ ເຖິງທີ່ສຸດໂດຍປະການທັງປວງ ດັ່ງຕໍ່ໄປນີ້ :-)

ພິກຂຸ ທ. ! ຄໍາທີ່ເຮົາກ່າວວ່າ “ຈົ່ງອາໄສທາງນີ້ແລ້ວ ລະທາງນີ້ເສຍ” ດັ່ງນີ້ ນັ້ນ, ເຮົາກ່າວອາໄສຫຼັກເກນອັນໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເຮົາກ່າວອາໄສຫຼັກເກນ ຄື :-

ພິກຂຸ ທ. ! ໃນບັນດາທາງຈອຣ (ແຫ່ງຈິຕ) ຂອງສັຕທັງສາມສິບຫົກນັ້ນ ໂສມະນັດສະອາໄສການຫຼີກອອກຈາກເຮືອນ (ເນກຂັມມະສິຕະໂສມະນັສສະ) ຫົກຢ່າງມີຢູ່ ເຈົ້າຈົ່ງອາໄສແລ້ວໆ ຊຶ່ງໂສມະນັດສະອາໄສການຫຼີກອອກຈາກເຮືອນນັ້ນ ລະເສຍ ກ້າວຂ້າມພົ້ນເສຍ ຊຶ່ງໂສມະນັດສະອາໄສເຮືອນຫົກຢ່າງ. ການລະເສຍໄດ້ ການກ້າວຂ້າມພົ້ນເສຍໄດ້ ຊຶ່ງໂສມະນັດສະອາໄສເຮືອນຫົກຢ່າງເຫຼົ່ານັ້ນ ຍ່ອມມີດ້ວຍອາການດັ່ງນີ້.

ພິກຂຸ ທ. ! ໃນບັນດາທາງຈອຣ(ແຫ່ງຈິຕ)ຂອງສັຕທັງສາມສິບຫົກນັ້ນ ໂທມະນັດສະ ອາໄສການຫຼີກອອກຈາກເຮືອນ (ເນກຂັມມະສິຕະໂທມະນັສສະ) ຫົກຢ່າງມີຢູ່ ເຈົ້າຈົ່ງອາໄສແລ້ວໆ ຊຶ່ງໂທມະນັດສະອາໄສການຫຼີກອອກຈາກເຮືອນນັ້ນ ລະເສຍກ້າວຂ້າມພົ້ນເສຍ

໗໙໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຊຶ່ງໂທມະນັດສະອາໄສເຮືອນຫົກຢ່າງ. ການລະເສຍໄດ້ ການກ້າວຂ້າມພົ້ນເສຍໄດ້ ຊຶ່ງໂທມະນັດສະອາໄສເຮືອນຫົກຢ່າງເຫຼົ່ານັ້ນ ຍ່ອມມີດ້ວຍອາການດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ