ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ຕໍ່ໄປນີ້ເປັນຄໍາຕຣັດ ທີ່ສະແດງໃຫ້ເຫັນວ່າ ສັນຍາຕ່າງໆ ຈະຖືກຮື້ຖອນໄປ ເມື່ອອາຣົມແຫ່ງສັນຍານັ້ນເປັນທີ່ແຈ່ມແຈ້ງ ແກ່ຜູ້ເພັ່ງວ່າສິ່ງນັ້ນໆ ບໍ່ໄດ້ເປັນຕາມທີ່ຄົນທັມມະດາສາມັນ ທີ່ສໍາຄັນວ່າເປັນແນວໃດ; ຂໍໃຫ້ຜູ້ສຶກສາຕັ້ງໃຈສ້າງຄວາມເຂົ້າໃຈ ໃຫ້ດີທີ່ສຸດດັ່ງຕໍ່ໄປນີ້ :-)

ສັນດະ ! ໃນກໍລະນີນີ້ ປະຖະວີສັນຍາ (ຄວາມສໍາຄັນໃນດິນວ່າດິນ) ຍ່ອມເປັນ(ຂອງ) ແຈ້ງ (ວິພູຕະ=ເປັນທີ່ເຂົ້າໃຈຢ່າງແຈ່ມແຈ້ງ) ແກ່ບຸຣຸສອາຊານັຍຜູ້ຈະເຣີນ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໘໕

(ຕາມນັຍແຫ່ງອັຕຖະກະຖາ: ມະໂນຣະຖະປູຣະນີ ພ. ໓ ນ. ໔໓໒) ຄວາມສໍາຄັນໃນນໍ້າ ວ່ານໍ້າ, ຄວາມສໍາຄັນໃນໄຟ ວ່າໄຟ, ຄວາມສໍາຄັນໃນລົມ ວ່າລົມ, ຄວາມສໍາຄັນໃນອາກາສານັນຈາຢະຕະນະ ວ່າອາກາສານັນຈາຢະຕະນະ, ຄວາມສໍາຄັນໃນວິນຍານັນຈາຢະຕະນະ ວ່າວິນຍານັນຈາຢະຕະນະ, ຄວາມສໍາຄັນໃນອາກິນຈັນຍາຢະຕະນະ ວ່າອາກິນຈັນຍາຢະຕະນະ, ຄວາມສໍາຄັນໃນເນວະສັນຍານາສັນຍາຢະຕະນະ ວ່າເນວະສັນຍານາສັນຍາຢະຕະນະ, ຄວາມສໍາຄັນໃນໂລກນີ້ ວ່າໂລກນີ້, ຄວາມສໍາຄັນໃນໂລກອື່ນ ວ່າໂລກອື່ນ, ຄວາມສໍາຄັນໃນສິ່ງທີ່ເຫັນແລ້ວ ຟັງແລ້ວ ຯລຯວ່າ “ສິ່ງທີ່ເຮົາເຫັນແລ້ວ” “ສິ່ງທີ່ເຮົາຟັງແລ້ວ” ຯລຯ ກໍລ້ວນແຕ່ເປັນ (ຂອງແຈ່ມ)ແຈ້ງແກ່ບຸຣຸສອາຊານັຍຜູ້ຈະເຣີນ.

ສັນດະ ! ບຸຣຸສອາຊານັຍຜູ້ຈະເຣີນ ເພັ່ງຢູ່ດັ່ງນີ້ ຈຶ່ງໄດ້ຊື່ວ່າບໍ່ອາໄສຄວາມສໍາຄັນ ວ່າດິນ ແລ້ວເພັ່ງ ບໍ່ອາໄສຄວາມສໍາຄັນວ່ານໍ້າ ແລ້ວເພັ່ງ ບໍ່ອາໄສຄວາມສໍາຄັນ ວ່າໄຟ ແລ້ວເພັ່ງ ເປັນຕົ້ນ ຈົນກະທັ່ງພວກເທວະດາ ພາກັນສັນເສີນວ່າດັ່ງນັ້ນ.

- ເອກາທສກ. ອັງ. ໒໔/໓໔໘/໒໑໖.

ອະນຸສັຍທັງສາມບໍ່ເກີດແກ່ອະຣິຍະສາວົກ

ເຖິງແມ່ນວ່າເມື່ອສະເຫວີຍທຸກຂະເວທະນາ

ພິກຂຸ ທ. ! ສ່ວນອະຣິຍະສາວົກ ຜູ້ມີການສະດັບແລ້ວ ອັນທຸກຂະເວທະນາຖືກຕ້ອງຢູ່ ຍ່ອມບໍ່ເສົ້າໂສກ ຍ່ອມບໍ່ກະວົນກະວາຍ ຍ່ອມບໍ່ຮໍ່າໄຮລໍາພັນ ບໍ່ເປັນຜູ້ທຸບເອິກຮ້ອງໄຫ້ ບໍ່ເຖິງຄວາມມີສະຕິຟັ່ນເຟືອນ; ຍ່ອມສະເຫວີຍເວທະນາພຽງຢ່າງດຽວ ຄືເວທະນາທາງກາຍ, ຫາກມີເວທະນາທາງຈິຕກໍບໍ່.

໗໘໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ປຽບເໝືອນບຸຣຸສຍ່ອມຍິງບຸຣຸສດ້ວຍລູກສອນແລ້ວ ຍ່ອມບໍ່ຍິງຊໍ້າບຸຣຸສນັ້ນດ້ວຍລູກສອນທີ່ສອງ ເມື່ອເປັນດັ່ງນີ້ ບຸຣຸສນັ້ນຍ່ອມສະເຫວີຍເວທະນາຈາກ ລູກສອນພຽງລູກດຽວ, ແມ່ນວ່ານີ້ເຊັ່ນໃດ; ພິກຂຸ ທ. ! ອະຣິຍະສາວົກ ຜູ້ມີການສະດັບແລ້ວ ກໍເຊັ່ນນັ້ນ ຄື ເມື່ອທຸກຂະເວທະນາຖືກຕ້ອງຢູ່, ກໍບໍ່ເສົ້າໂສກ ບໍ່ກະວົນກະວາຍ ບໍ່ຮໍ່າໄຮລໍາພັນ ບໍ່ເປັນຜູ້ທຸບເອິກຮ້ອງໄຫ້ ບໍ່ເຖິງຊຶ່ງຄວາມມີສະຕິຟັ່ນເຟືອນ;

ອະຣິຍະສາວົກນັ້ນ ຊື່ວ່າຍ່ອມສະເຫວີຍເວທະນາພຽງຢ່າງດຽວ ຄືເວທະນາທາງກາຍ ຫາກໄດ້ມີເວທະນາທາງຈິຕກໍບໍ່. ອະຣິຍະສາວົກນັ້ນ ຫາກໄດ້ເປັນຜູ້ມີປະຕິຄະ ເພາະທຸກຂະເວທະນານັ້ນກໍບໍ່. ປະຕິຄານຸສັຍ ອັນໃດ ອັນເກີດຈາກທຸກຂະເວທະນາ, ປະຕິຄານຸສັຍອັນນັ້ນ ຍ່ອມ ບໍ່ນອນຕາມ ຊຶ່ງອະຣິຍະສາວົກຜູ້ນັ້ນ ຜູ້ບໍ່ມີປະຕິຄະເພາະທຸກຂະເວທະນາ.

ອະຣິຍະສາວົກນັ້ນ ອັນທຸກຂະເວທະນາ ຖືກຕ້ອງຢູ່ກໍບໍ່ (ນ້ອມນຶກ) ພໍໃຈຊຶ່ງກາມະສຸຂ. ຂໍ້ນັ້ນ ເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ອະຣິຍະສາວົກຜູ້ມີການສະດັບແລ້ວ ຍ່ອມ ຮູ້ແຈ່ມແຈ້ງອຸບາຍເຄື່ອງປົດເປື້ອງຊຶ່ງທຸກຂະເວທະນາ ຊຶ່ງເປັນອຸບາຍອື່ນນອກຈາກກາມະສຸຂ. ເມື່ອອະຣິຍະສາວົກນັ້ນ ບໍ່ໄດ້ພໍໃຈຊຶ່ງກາມະສຸຂຢູ່, ຣາຄານຸສັຍ ອັນໃດ ອັນເກີດຈາກສຸຂເວທະນາ, ຣາຄານຸສັຍອັນນັ້ນ ກໍ ບໍ່ນອນຕາມ ຊຶ່ງອະຣິຍະສາວົກນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ