ອະຣິຍະສັຈພາກຕົ້ນ
ໜ້າ/ 382
ອາໄສຄວາມສໍາຄັນວ່າລົມແດ່ ວ່າອາກາສານັນຈາຢະຕະນະແດ່ ວ່າວິນຍານັນຈາ ຢະຕະນະແດ່ ວ່າອາກິນຈັນຍາຢະຕະນະແດ່ ວ່າເນວະສັນຍານາສັນຍາຢະຕະນະແດ່ ວ່າໂລກນີ້ແດ່ ວ່າໂລກອື່ນແດ່ ອາໄສຄວາມສໍາຄັນວ່າ “ສິ່ງທີ່ເຮົາເຫັນແລ້ວ”, “ສິ່ງທີ່ເຮົາຟັງແລ້ວ”, “ສິ່ງທີ່ເຮົາຮູ້ສຶກແລ້ວ”, “ສິ່ງທີ່ເຮົາຮູ້ແຈ້ງແລ້ວ”, “ສິ່ງທີ່ເຮົາບັນລຸແລ້ວ”, “ສິ່ງທີ່ເຮົາສະແຫວງຫາແລ້ວ”, “ສິ່ງທີ່ໃຈຂອງເຮົາຕິດຕາມແລ້ວ” ແຕ່ລະຢ່າງໆ ເປັນຕົ້ນດັ່ງນີ້ແດ່, ເພັ່ງຢູ່. ສັນດະ ! ດັ່ງນີ້ແລ ເປັນການເພັ່ງ ດັ່ງຂອງສັຕກະຈອກ.
ສັນດະ ! ແນວໃດໜໍ ເປັນການເພັ່ງ ດັ່ງຂອງສັຕອາຊານັຍ ? ສັນດະ ! ມ້າອາຊານັຍໂຕຈະເຣີນ ຖືກຜູກມັດໄວ້ທີ່ຮາງລ້ຽງອາຫາຣ ໃຈຂອງມັນຈະບໍ່ເພັ່ງຢູ່ແຕ່ວ່າ “ເຂົ້າເປືອກໆ” ເພາະເຫຕໃດໜໍ ? ສັນດະ ! ເພາະເຫຕວ່າ ເຖິງແມ່ນວ່າຖືກຜູກມັດຢູ່ທີ່ຮາງລ້ຽງອາຫາຣ ແຕ່ໃຈຂອງມັນມົວໄປຄິດຢູ່ວ່າ “ວັນນີ້ສາຣະຖີຂອງເຮົາ ຕ້ອງການໃຫ້ເຮົາເຮັດອັນໃດໜໍ ເຮົາຈະຕອບສະໜອງເຂົາແນວໃດໜໍ” ດັ່ງນີ້; ມັນບໍ່ມົວແຕ່ເພັ່ງຢູ່ໃນໃຈວ່າ “ເຂົ້າເປືອກໆ” ດັ່ງນີ້. ສັນດະ ! ກໍມ້າອາຊານັຍນັ້ນ ຮູ້ສຶກຢູ່ວ່າການຖືກລົງປະຕັກ (ແສ້) ນັ້ນເປັນເໝືອນການໃຊ້ໜີ້ ການຖືກກັກຂັງ ຄວາມເສື່ອມເສຍ ເປັນເໝືອນສະໜຽດຈັງໄຮ.
(ຂໍໃຫ້ສັງເກດວ່າ ເຖິງແມ່ນວ່າຢູ່ໃນບ່ອນດຽວກັນ ຕໍ່ໜ້າສະຖານະການແນວດຽວກັນ ມ້າສອງໂຕນີ້ ກໍມີຄວາມຮູ້ສຶກຢູ່ໃນໃຈຄົນລະຢ່າງ ຕາມຄວາມແຕກຕ່າງຂອງມັນ ຄືໂຕໜຶ່ງເພັ່ງແຕ່ຈະກິນ ໂຕໜຶ່ງເພັ່ງແຕ່ໃນໜ້າທີ່ ທີ່ຈະບໍ່ເຮັດໃຫ້ບົກພ່ອງ ຈົນຖືກລົງໂທດ; ດັ່ງນີ້ ເອີ້ນວ່າມີຄວາມເພັ່ງແຕກຕ່າງກັນ ເປັນຄົນລະຢ່າງ).
ສັນດະ ! ພິກຂຸອາຊານັຍຜູ້ຈະເຣີນກໍເຊັ່ນນັ້ນເໝືອນກັນ : ໄປແລ້ວສູ່ປ່າກໍຕາມ ໄປແລ້ວສູ່ເຫງົ້າໄມ້ກໍຕາມ ໄປແລ້ວສູ່ເຮືອນວ່າງກໍຕາມ, ມີຈິຕບໍ່ຖືກກາມະຣາຄະນິວອນປຸ້ມລຸມຫຸ້ມຫໍ່ຢູ່, ເຂົາເຫັນຕາມເປັນຈິງ ຊຶ່ງອຸບາຍເປັນເຄື່ອງອອກຈາກ ກາມະຣາຄະ ທີ່ເກີດຂຶ້ນແລ້ວ.
໗໘໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
(ໃນກໍລະນີແຫ່ງພະຍາບາດ-ຖີນະມິດທະ-ອຸດທັດຈະກຸກກຸດຈະ-ແລະວິຈິກິຈສານິວອນ ກໍໄດ້ເປັນໄປໃນລັກສະນະແນວດຽວກັນ ກັບກໍລະນີແຫ່ງກາມະຣາຄະນິວອນ). ພິກຂຸນັ້ນ ຍ່ອມເພັ່ງບໍ່ອາໄສຄວາມສໍາຄັນວ່າດິນ ຍ່ອມເພັ່ງບໍ່ອາໄສຄວາມສໍາຄັນວ່ານໍ້າ ບໍ່ອາໄສຄວາມສໍາຄັນວ່າໄຟ ບໍ່ອາໄສຄວາມສໍາຄັນວ່າລົມ ບໍ່ອາໄສຄວາມສໍາຄັນວ່າອາກາສານັນຈາຢະຕະນະ ບໍ່ອາໄສຄວາມສໍາຄັນວ່າວິນຍານັນຈາຢະຕະນະ ບໍ່ອາໄສຄວາມສໍາຄັນວ່າອາກິນຈັນຍາຢະຕະນະ ບໍ່ອາໄສຄວາມສໍາຄັນວ່າເນວະສັນຍານາສັນຍາຢະຕະນະ ບໍ່ອາໄສຄວາມສໍາຄັນວ່າໂລກນີ້ ບໍ່ອາໄສຄວາມສໍາຄັນວ່າໂລກອື່ນ ຍ່ອມເພັ່ງບໍ່ອາໄສຄວາມສໍາຄັນວ່າ “ສິ່ງທີ່ເຮົາເຫັນແລ້ວ”, “ສິ່ງທີ່ເຮົາຟັງແລ້ວ”, “ສິ່ງທີ່ເຮົາຮູ້ສຶກແລ້ວ”, “ສິ່ງທີ່ເຮົາຮູ້ແຈ້ງແລ້ວ”, “ສິ່ງທີ່ເຮົາບັນລຸແລ້ວ”, “ສິ່ງທີ່ເຮົາສະແຫວງຫາແລ້ວ”, “ສິ່ງທີ່ໃຈຂອງເຮົາຕິດຕາມແລ້ວ” ແຕ່ລະຢ່າງໆ ເປັນຕົ້ນ ດັ່ງນີ້ແດ່, ເພັ່ງຢູ່ໆ. ສັນດະ ! ເທວະດາທັງຫຼາຍ ພ້ອມທັງອິນ ພຣົມ ແລະປະຊາບໍດີ ຍ່ອມນະມັດສະກາຣະ ບຸຣຸສອາຊານັຍຜູ້ຈະເຣີນ ຜູ້ເພັ່ງຢູ່ດັ່ງນີ້ ມາແຕ່ທີ່ໄກນັ້ນແນ່ແທ້ແລ ກ່າວວ່າ :-
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໐໓)
“ຂ້າແຕ່ທ່ານບຸຣຸສອາຊານັຍ ! ຂ້າແຕ່ ທ່ານບຸຣຸສສູງສຸດ ! ຂ້ານ້ອຍຂໍນະມັດສະການທ່ານ ເພາະຂ້ານ້ອຍ ບໍ່ອາດຈະຮູ້ສິ່ງ ຊຶ່ງທ່ານອາໄສແລ້ວເພັ່ງຂອງທ່ານ”
“ນະໂມ ເຕປຸຣິສາຊະນະໂມ ເຕ ປຸຣິສຸຕຕະມະ
ຢັສສະເຕນາພິຊາ ນາມະຢັມປິນິສສາຢະ ຊາຢະສີຕິ ຯ”
(ເມື່ອຕຣັດດັ່ງນີ້ແລ້ວ ສັນດະພິກຂຸໄດ້ທູນຖາມວ່າ:-)
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບຸຣຸສອາຊານັຍຜູ້ຈະເຣີນ ເພັ່ງແນວໃດກັນ ຊະນິດທີ່ບໍ່ອາໄສດິນຫຼືນໍ້າ ເປັນຕົ້ນແລ້ວ ເພັ່ງຈົນກະທັ່ງພວກເທວະດາ ພາກັນສັນເສີນວ່າດັ່ງນັ້ນ ຂ້ານ້ອຍ ?”








