ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເມື່ອມີໃຈປີຕິແລ້ວ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ກາຍຂອງເຮົາ ຈົ່ງລະງັບ”. ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອມີໃຈປີຕິແລ້ວ ກາຍຍ່ອມລະງັບ (ເອງ).
ພິກຂຸ ທ. ! ເມື່ອກາຍລະງັບແລ້ວ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ເຮົາຈົ່ງສະເຫວີຍສຸຂເຖີ້ນ”. ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອກາຍລະງັບແລ້ວ ຍ່ອມໄດ້ສະເຫວີຍສຸຂ (ເອງ).
ພິກຂຸ ທ. ! ເມື່ອມີສຸຂ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ຈິຕຂອງເຮົາ ຈົ່ງຕັ້ງໝັ້ນເປັນສະມາທິ”. ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອມີສຸຂ ຈິຕຍ່ອມຕັ້ງໝັ້ນເປັນສະມາທິ (ເອງ).
ພິກຂຸ ທ. ! ເມື່ອຈິຕຕັ້ງໝັ້ນ ເປັນສະມາທິແລ້ວ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ເຮົາຈົ່ງຮູ້ ຈົ່ງເຫັນຕາມທີ່ເປັນຈິງ”. ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອຈິຕຕັ້ງໝັ້ນ ເປັນສະມາທິແລ້ວ ຍ່ອມຮູ້ຍ່ອມເຫັນຕາມທີ່ເປັນຈິງ (ເອງ).
ພິກຂຸ ທ. ! ເມື່ອຮູ້ຢູ່ ເຫັນຢູ່ຕາມທີ່ເປັນຈິງ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ເຮົາຈົ່ງເບື່ອໜ່າຍ”. ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອຮູ້ຢູ່ ເຫັນຢູ່ຕາມທີ່ເປັນຈິງຍ່ອມເບື່ອໜ່າຍ (ເອງ).
ພິກຂຸ ທ. ! ເມື່ອເບື່ອໜ່າຍແລ້ວ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ເຮົາຈົ່ງຄາຍກໍາໜັດ”. ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອເບື່ອໜ່າຍແລ້ວ ຍ່ອມຄາຍກໍາໜັດ (ເອງ).
ພິກຂຸ ທ. ! ເມື່ອຈິຕຄາຍກໍາໜັດແລ້ວ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ເຮົາຈົ່ງເຮັດໃຫ້ແຈ້ງ ຊຶ່ງວິມຸຕຕິຍານະທັສສະນະ”; ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອຄາຍກໍາໜັດແລ້ວ ຍ່ອມເຮັດໃຫ້ແຈ້ງ ຊຶ່ງວິມຸຕຕິຍານະທັສສະນະ (ເອງ).
- ເອກາທສກ. ອັງ. ໒໔/໓໓໖/໒໐໙.
໗໘໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ສັນຍາໃນອຸປາທານລະງັບໄປ
ເມື່ອອາຣົມແຫ່ງສັນຍານັ້ນເປັນວິພູຕະ
(ຂໍໃຫ້ຜູ້ສຶກສາ ອົດທົນອ່ານຂໍ້ຄວາມ ອັນເປັນອຸປະມາໃນຕອນຕົ້ນ ຊຶ່ງຄ່ອນຂ້າງຈະຍືດຍາວໃຫ້ເຫັນແຈ້ງເສຍກ່ອນວ່າ ມ້າກະຈອກ ກັບມ້າອາຊານັຍ ຕ່າງກັນແນວໃດ ຈຶ່ງຈະເຂົ້າໃຈຄວາມແຕກຕ່າງ ລະຫວ່າງຜູ້ທີ່ເພັ່ງດ້ວຍຄວາມຢຶດຖື ແລະເພັ່ງດ້ວຍຄວາມບໍ່ຢຶດຖື ຈຶ່ງຈະເຂົ້າໃຈຄວາມໝາຍຂອງຄໍາວ່າ ວິພູຕະ = ຄວາມເຫັນແຈ້ງ ຂອງຜູ້ທີ່ເພັ່ງດ້ວຍຄວາມບໍ່ຢຶດຖື).
ສັນດະ ! ເຈົ້າຈົ່ງເພັ່ງດັ່ງການເພັ່ງຂອງສັຕອາຊານັຍ; ຢ່າເພັ່ງດັ່ງການເພັ່ງຂອງສັຕກະຈອກ.
ສັນດະ ! ແນວໃດໜໍ ເປັນການເພັ່ງ ດັ່ງຂອງສັຕກະຈອກ ? ສັນທະ ! ມ້າກະຈອກ ຖືກຜູກມັດໄວ້ທີ່ຮາງລ້ຽງອາຫາຣ ໃຈຂອງມັນ ກໍຈະເພັ່ງຢູ່ແຕ່ວ່າ “ເຂົ້າເປືອກໆ” ເພາະເຫຕໃດໜໍ ? ສັນດະ ! ເພາະເຫຕວ່າ ມັນບໍ່ມີແກ່ໃຈທີ່ຈະຄິດວ່າ “ວັນນີ້ສາຣະຖີຂອງເຮົາ ຕ້ອງການໃຫ້ເຮົາເຮັດອັນໃດໜໍ ເຮົາຈະຕອບສະໜອງເຂົາແນວໃດໜໍ”; ມັນມົວເພັ່ງຢູ່ໃນໃຈວ່າ “ເຂົ້າເປືອກໆ” ດັ່ງນີ້.
ສັນດະ ! ເຊັ່ນໃດກໍເຊັ່ນນັ້ນ ທີ່ພິກຂຸກະຈອກບາງອົງໃນກໍລະນີນີ້ ໄປແລ້ວສູ່ປ່າກໍຕາມ ສູ່ເຫງົ້າໄມ້ກໍຕາມ ສູ່ເຮືອນວ່າງກໍຕາມ ມີຈິຕຖືກກາມະຣາຄະນິວອນ ປຸ້ມລຸມຫໍ່ຫຸ້ມຢູ່. ເຂົາບໍ່ຮູ້ຕາມເປັນຈິງ ຊຶ່ງອຸບາຍເປັນເຄື່ອງອອກຈາກກາມະຣາຄະ ທີ່ເກີດຂຶ້ນແລ້ວ; ເຂົາເຮັດກາມະຣາຄະນັ້ນໆ ໃຫ້ເນື່ອງກັນບໍ່ຂາດສາຍ ເພັ່ງຢູ່ ເພັ່ງທົ່ວຢູ່ ເພັ່ງໂດຍບໍ່ເຫຼືອຢູ່ ເພັ່ງລົງຢູ່. (ໃນກໍລະນີແຫ່ງ ພະຍາບາດ-ຖີນະມິດທະ-ອຸດທັດຈະກຸກກຸຈຈະ-ແລະວິຈິກິຈສານິວອນ ກໍໄດ້ເປັນໄປໃນລັກສະນະ ແນວດຽວກັນກັບກໍລະນີ ແຫ່ງກາມະຣາຄະນິວອນ). ພິກຂຸນັ້ນ ຍ່ອມເພັ່ງອາໄສຄວາມສໍາຄັນວ່າດິນແດ່ ຍ່ອມເພັ່ງອາໄສຄວາມສໍາຄັນວ່ານໍ້າແດ່ ອາໄສຄວາມສໍາຄັນວ່າໄຟແດ່
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໘໓








