ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ອຸເປກຂາ ທີ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ກາມະຄຸນ ໕ ຢ່າງ ເຫຼົ່ານີ້ມີຢູ່. ຫ້າຢ່າງຄື ຮູບທີ່ຈະຍ່ອມຮູ້ແຈ້ງດ້ວຍຈັກຂຸ....ສຽງທີ່ຈະຍ່ອມຮູ້ແຈ້ງດ້ວຍໂສຕະ.... ກິ່ນທີ່ຈະຍ່ອມຮູ້ແຈ້ງດ້ວຍຄານະ.... ຣົສທີ່ຈະຍ່ອມຮູ້ແຈ້ງດ້ວຍຊິວຫາ.... ໂຜຕຖັພພະທີ່ຈະຍ່ອມຮູ້ແຈ້ງດ້ວຍຜິວກາຍ ອັນເປັນສິ່ງໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນທີ່ເຂົ້າໄປອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ : ເຫຼົ່ານີ້ແລ ຄືກາມະຄຸນ ໕ ຢ່າງ. ພິກຂຸ ທ. ! ອຸເປກຂາໃດ ອາໄສກາມະຄຸນ ໕ ຢ່າງ ເຫຼົ່ານີ້ເກີດຂຶ້ນ, ອຸເປກຂານີ້ເອີ້ນວ່າ ອຸເປກຂາປະກອບດ້ວຍອາມິສ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໗໙
ພິກຂຸ ທ. ! ອຸເປກຂາ ທີ່ບໍ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັດສະ ແລະໂທມະນັດສະທັງສອງໃນກາລກ່ອນ, ເຂົ້າເຖິງຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິ ເປັນທັມມະຊາດບໍຣິສຸດເພາະອຸເປກຂາ ແລ້ວແລຢູ່. ພິກຂຸ ທ. ! ອຸເປກຂານີ້ເອີ້ນວ່າ ອຸເປກຂາບໍ່ປະກອບດ້ວຍອາມິສ.
ພິກຂຸ ທ. ! ອຸເປກຂາ ບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອ ພິກຂຸຂີນາສົບ ພິຈາຣະນາຈິຕ ທີ່ພົ້ນແລ້ວຈາກຣາຄະ ຈິຕທີ່ພົ້ນແລ້ວຈາກໂທສະ ຈິຕທີ່ພົ້ນແລ້ວຈາກໂມຫະຢູ່; ອຸເປກຂາໃດເກີດຂຶ້ນ, ອຸເປກຂານັ້ນເອີ້ນວ່າ ອຸເປກຂາບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສ.
ພິກຂຸ ທ. ! ວິໂມກຂ໌ ທີ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ວິໂມກຂ໌ ທີ່ປະກອບເນື່ອງຢູ່ໃນຮູບ ເອີ້ນວ່າ ວິໂມກຂ໌ປະກອບດ້ວຍອາມິສ.
ພິກຂຸ ທ. ! ວິໂມກຂ໌ ທີ່ບໍ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ວິໂມກຂ໌ ທີ່ປະກອບເນື່ອງຢູ່ ໃນອະຮູບ ເອີ້ນວ່າ ວິໂມກຂ໌ບໍ່ປະກອບດ້ວຍອາມິສ.
ພິກຂຸ ທ. ! ວິໂມກຂ໌ ບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອ ພິກຂຸຂີນາສົບ ພິຈາຣະນາຈິຕ ທີ່ພົ້ນແລ້ວຈາກຣາຄະ ຈິຕທີ່ພົ້ນແລ້ວຈາກໂທສະ ຈິຕທີ່ພົ້ນແລ້ວຈາກໂມຫະຢູ່; ວິໂມກຂ໌ໃດເກີດຂຶ້ນ, ວິໂມກຂ໌ນັ້ນເອີ້ນວ່າ ວິໂມກຂ໌ບໍ່ປະກອບດ້ວຍອາມິສ ທີ່ຍິ່ງກວ່າບໍ່ປະກອບດ້ວຍອາມິສ ແລ.
- ສລາ. ສັງ. ໑໘/໒໙໒-໒໙໕/໔໔໖-໔໕໗.
໗໘໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອານິສົງສ໌ຕາມລໍາດັບການເກີດແຫ່ງທັມໂດຍບໍ່ຕ້ອງເຈຕະນາ
(ຈາກສີລເຖິງວິມຸຕຕິ)
ອານົນທ໌ ! ດ້ວຍອາການດັ່ງນີ້ແລ : ສີລອັນເປັນກຸສົລ ມີອະວິນປະຕິສາຣະ ເປັນອານິສົງສ໌ ທີ່ມຸ່ງໝາຍ; ອະວິນປະຕິສາຣະ ມີຄວາມປາໂມດເປັນອານິສົງສ໌ ທີ່ມຸ່ງໝາຍ; ຄວາມປາໂມດ ມີປີຕິເປັນອານິສົງສ໌ ທີ່ມຸ່ງໝາຍ; ປີຕິ ມີປັສສັທທິເປັນອານິສົງສ໌ ທີ່ມຸ່ງໝາຍ; ປັສສັທທິ ມີສຸຂເປັນອານິສົງສ໌ ທີ່ມຸ່ງໝາຍ; ສຸຂ ມີສະມາທິເປັນອານິສົງສ໌ ທີ່ມຸ່ງໝາຍ; ສະມາທິ ມີຢະຖາພູຕະຍານະທັສສະນະເປັນອານິສົງສ໌ ທີ່ມຸ່ງໝາຍ; ຢະຖາພູຕະຍານະທັສສະນະ ມີນິບພິທາເປັນອານິສົງສ໌ ທີ່ມຸ່ງໝາຍ; ນິບພິທາ ມີວິຣາຄະເປັນອານິສົງສ໌ ທີ່ມຸ່ງໝາຍ; ວິຣາຄະ ມີ ວິມຸຕຕິຍານະທັສສະນະເປັນອານິສົງສ໌ ທີ່ມຸ່ງໝາຍ.
ອານົນທ໌ ! ສີລອັນເປັນກຸສົລ ຍ່ອມຍັງອະຣະຫັຕຕະຜົລ ໃຫ້ບໍຣິບູນໂດຍລໍາດັບ ດ້ວຍອາການດັ່ງນີ້ ແລ.
- ເອກາທສກ. ອັງ. ໒໔/໓໓໖/໒໐໘.
ພິກຂຸ ທ. ! ເມື່ອມີສີລສົມບູນແລ້ວ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ອະວິບປະຕິສາຣະ ຈົ່ງບັງເກີດແກ່ເຮົາ”. ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອມີສີລສົມບູນແລ້ວ ອະວິບປະຕິສາຣະຍ່ອມເກີດ (ເອງ).
ພິກຂຸ ທ. ! ເມື່ອບໍ່ວິປປະຕິສາຣະ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ປາໂມດ ຈົ່ງບັງເກີດແກ່ເຮົາ”. ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອບໍ່ມີວິບປະຕິສາຣະ ປາໂມດຍ່ອມເກີດ (ເອງ).
ພິກຂຸ ທ. ! ເມື່ອປາໂມດແລ້ວ ກໍບໍ່ຕ້ອງຕັ້ງເຈຕະນາວ່າ “ປີຕິ ຈົ່ງບັງເກີດແກ່ເຮົາ”. ພິກຂຸ ທ. ! ຂໍ້ນີ້ເປັນທັມມະດາວ່າ ເມື່ອປາໂມດແລ້ວ ປີຕິຍ່ອມເກີດ (ເອງ).
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໘໑








