ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ພິກຂຸນັ້ນໜໍເປັນຜູ້ມີມິຕຊົ່ວ ມີສະຫາຍຊົ່ວ ມີໝູ່ຊົ່ວ, ເມື່ອເສບຄົບ ມົ່ວສຸມຢູ່ກັບພວກຊົ່ວ ແລະຖືເອົາທິຕຖານຸຄະຕິ ຂອງບຸຄຄົລເຫຼົ່ານັ້ນຢູ່ແລ້ວ ຈະເຮັດອະພິສະມາຈາຣິກະທັມ ໃຫ້ບໍຣິບູນໄດ້ນັ້ນ ບໍ່ເປັນຖານະທີ່ຈະມີໄດ້;໑ ເມື່ອບໍ່ເຮັດອະພິສະມາຈາຣິກະທັມໃຫ້ບໍຣິບູນແລ້ວ ຈະເຮັດເສຂະທັມ (ທັມທີ່ຄວນສຶກສາສູງຂຶ້ນໄປ) ໃຫ້ບໍຣິບູນໄດ້ນັ້ນ ບໍ່ເປັນຖານະທີ່ຈະມີໄດ້; ເມື່ອບໍ່ເຮັດເສຂະທັມໃຫ້ບໍຣິບູນແລ້ວ ຈະເຮັດສີລທັງຫຼາຍ ໃຫ້ບໍຣິບູນໄດ້ນັ້ນ ບໍ່ເປັນຖານະທີ່ຈະມີໄດ້; ເມື່ອບໍ່ເຮັດສີລທັງຫຼາຍ ໃຫ້ບໍຣິບູນແລ້ວ ຈະລະກາມະຣາຄະ ຫຼືຣູປະຣາຄະ ຫຼືອະຣູປະຣາຄະໄດ້ນັ້ນ ບໍ່ເປັນຖານະທີ່ຈະມີໄດ້.
ພິກຂຸ ທ. ! ພິກຂຸນັ້ນໜໍ ເປັນຜູ້ ມີມິຕດີ ມີສະຫາຍດີ ມີໝູ່ດີ, ເມື່ອເສບຄົບ ມົ່ວສຸມ ຢູ່ກັບພວກມິຕດີ ແລະຖືເອົາທິຕຖານຸຄະຕິ ຂອງບຸຄຄົລເຫຼົ່ານັ້ນຢູ່ແລ້ວ ຈະເຮັດອະພິສະມາຈາຣິກະທັມໃຫ້ບໍຣິບູນໄດ້ ນັ້ນເປັນຖານະທີ່ຈະມີໄດ້; ເມື່ອເຮັດອະພິສະມາຈາຣິກະທັມ ໃຫ້ບໍຣິບູນແລ້ວ ຈະເຮັດເສຂະທັມໃຫ້ບໍຣິບູນໄດ້ ນັ້ນເປັນຖານະທີ່ມີໄດ້; ເມື່ອເຮັດເສຂະທັມໃຫ້ບໍຣິບູນແລ້ວ ຈະເຮັດສີລທັງ ຫຼາຍໃຫ້ບໍຣິບູນໄດ້ ນັ້ນເປັນຖານະທີ່ມີໄດ້; ເມື່ອເຮັດສີລທັງຫຼາຍໃຫ້ບໍຣິບູນແລ້ວ ຈະລະກາມຣາຄະ ຫຼືຣູປຣາຄະ ຫຼືອະຣູປຣາຄະໄດ້ ນັ້ນເປັນຖານະ ທີ່ມີໄດ້ແລ.
- ສັກກ. ອັງ. ໒໒/໔໗໒/໓໓໘.
໑. ຜູ້ສຶກສາ ຈົ່ງສັງເກດໃຫ້ເຫັນວ່າ ອະພິສະມາຈາຣິກະທັມ ກ່າວຄືການປະຕິບັຕວັຕ ຫຼືມາຣະຍາດທີ່ສາທຸຊົນ
ທົ່ວໄປ ຈະຕ້ອງປະຕິບັຕໃນບ້ານເຮືອນ ໝູ່ພວກແລະສັງຄົມທົ່ວໄປ ນີ້ບໍ່ແມ່ນເລື່ອງເລັກນ້ອຍ ໃນການ
ປະຕິບັຕທັມ ເພື່ອບັນລຸທັມໃນຂັ້ນສູງ; ກ່າວສະຫຼຸບສັ້ນໆ ກໍວ່າບໍ່ເຮັດໃຫ້ເກີດຄວາມເໝາະສົມ ໃນການທີ່
ຈະເປັນນັກສຶກສາ. ຂໍໃຫ້ທຸກຄົນປະກອບການຊໍາຣະສະສາງອະພິສະມາຈາຣິກະທັມຂອງຕົນໆ ໃຫ້ດີທີ່ສຸດ
ເທົ່າທີ່ຈະເຮັດໄດ້ ເປັນເລື່ອງທໍາອິດເສຍກ່ອນ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໗໑
ລະຣາຄະໂທສະໂມຫະໄດ້ ເພາະບໍ່ຫຼົງໃນສັນໂຍຊະນິຢະທັມ
ພິກຂຸ ທ. ! ທັມສອງປະການເຫຼົ່ານີ້ມີຢູ່. ສອງປະການແນວໃດໜໍ ? ສອງປະການຄື ການຕາມເຫັນຄວາມເປັນຂອງໜ້າຍິນດີ ໃນສັນໂຍຊະນິຢະທັມທັງຫຼາຍ ແລະ ການຕາມເຫັນຄວາມເປັນຂອງໜ້າເບື່ອໜ່າຍ ໃນສັນໂຍຊະນິຢະທັມທັງຫຼາຍ (ທັມອັນເປັນເຄື່ອງຮ້ອຍຮັດ).
ພິກຂຸ ທ. ! ຜູ້ຕາມເຫັນຄວາມເປັນຂອງໜ້າຍິນດີ ໃນສັນໂຍຊະນິຢະທັມທັງຫຼາຍຢູ່ ຍ່ອມລະບໍ່ໄດ້ ຊຶ່ງຣາຄະ ຊຶ່ງໂທສະ ຊຶ່ງໂມຫະ; ເພາະລະບໍ່ໄດ້ ຊຶ່ງຣາຄະ ຊຶ່ງໂທສະ ຊຶ່ງໂມຫະ ຈຶ່ງບໍ່ຫຼຸດພົ້ນຈາກຊາດ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະ ອຸປາຍາສະທັງຫຼາຍ, ເຮົາກ່າວວ່າ ຍ່ອມບໍ່ຫຼຸດພົ້ນຈາກທຸກຂ໌.
ພິກຂຸ ທ. ! ຜູ້ຕາມເຫັນຄວາມເປັນຂອງໜ້າເບື່ອໜ່າຍ ໃນສັນໂຍຊະນິ”ະທັມ ທັງຫຼາຍຢູ່ ຍ່ອມລະໄດ້ ຊຶ່ງຣາຄະ ຊຶ່ງໂທສະ ຊຶ່ງໂມຫະ; ເພາະລະໄດ້ ຊຶ່ງຣາຄະ ຊຶ່ງໂທສະ ຊຶ່ງໂມຫະ ຈຶ່ງຫຼຸດພົ້ນຈາກຊາດ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະ ອຸປາຍາສະທັງຫຼາຍ, ເຮົາກ່າວວ່າ ຍ່ອມຫຼຸດພົ້ນຈາກທຸກຂ໌.
ພິກຂຸ ທ. ! ເຫຼົ່ານີ້ແລ ທັມສອງປະການນັ້ນ.
- ທຸກ. ອັງ. ໒໐/໖໕/໒໕໒.
ພາວະແຫ່ງຄວາມສິ້ນຕົວຕົນແລະສິ້ນໂລກ
(ມັຄຄະວິທີທີ່ງ່າຍຕໍ່ການປະຕິບັຕເພື່ອຄວາມພົ້ນທຸກຂ໌)
“ຂ້າແຕ່ພຣະອົງຄ໌ຈະເຣີນ ! ຂ້ານ້ອຍເປັນຄົນຊະຣາ ເປັນຄົນແກ່ ຄົນເຖົ້າມາດົນ ຜ່ານວັຍມາຕາມ ລໍາດັບ. ຂໍພຣະຜູ້ມີພຣະພາຄ ຊົງສະແດງທັມໂດຍຫຍໍ້ ຂໍພຣະສຸຄົຕ ຈົ່ງຊົງສະແດງທັມໂດຍຫຍໍ້ ໃນລັກສະນະທີ່ຂ້ານ້ອຍ ຈະຍ່ອມຮູ້ທົ່ວເຖິງເນື້ອຄວາມແຫ່ງພາສິຕ ຂອງພຣະຜູ້ມີພຣະພາຄເຈົ້າ ໃນລັກສະນະທີ່ຂ້ານ້ອຍ ຈະຍ່ອມເປັນທາຍາດແຫ່ງພາສິຕ ຂອງພຣະຜູ້ມີພຣະພາຄເຈົ້າເຖີ້ນ ຂ້ານ້ອຍ !”
໗໗໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ








