ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ໃນຄວາມກຽດຄ້ານ ໃນຄວາມປະຖິ້ມການງານ ຄວາມປະມາດ ຄວາມບໍ່ປະກອບຄວາມພຽນ ແລະໃນຄວາມສະເງິຢ່າງໜ້າຢ້ານ ປຽບເໝືອນມີເພັດຊະຄາດເງືອດດາບຢູ່ຕໍ່ໜ້າ ສະນັ້ນ. ພິກຂຸ ທ. ! ຖ້າເມື່ອພິກຂຸ ມີຈິຕອົບຮົມດ້ວຍອະນິຈເຈທຸກຂະສັນຍາ ຢູ່ເປັນຢ່າງຍິ່ງ ແຕ່ສັນຍາວ່າຄວາມໜ້າຢ້ານອັນຮຸ່ນແຮງ ໃນຄວາມບໍ່ຂະຫຍັນ ໃນຄວາມກຽດຄ້ານ ໃນຄວາມປະຖິ້ມການງານ ຄວາມປະມາດ ຄວາມບໍ່ປະກອບຄວາມພຽນ ແລະໃນຄວາມສະເງິ ກໍບໍ່ປາກົດຂຶ້ນຢ່າງໜ້າຢ້ານ ເໝືອນໜຶ່ງມີເພັດຊະຄາດເງືອດດາບຢູ່ຕໍ່ໜ້າແລ້ວນັ້ນ; ພິກຂຸນັ້ນຈົ່ງຮູ້ເຖີ້ນວ່າ “ອະນິຈເຈທຸກຂະສັນຍາ ເປັນອັນເຮົາບໍ່ໄດ້ອົບຮົມເສຍແລ້ວ ຄຸນວິເສດທີ່ຍິ່ງກວ່າແຕ່ກ່ອນຂອງເຮົາບໍ່ມີ ເຮົາຍັງບໍ່ໄດ້ບັນລຸຜົລແຫ່ງພາວະນາ” ດັ່ງນີ້. ເຂົາເປັນຜູ້ມີສັມປະຊັນຍະໃນເລື່ອງນີ້ ຢູ່ດັ່ງນີ້. .... ພິກຂຸ ທ. ! ເຮົາມີເຫຕຜົລໃນຂໍ້ນີ້ ຢູ່ດັ່ງນີ້ ຈຶ່ງກ່າວວ່າ “ອະນິຈເຈທຸກຂະສັນຍາ ອັນບຸຄຄົລຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຢສານ” ດັ່ງນີ້.

ພິກຂຸ ທ. ! ເມື່ອພິກຂຸ ມີຈິຕອົບຮົມດ້ວຍ ທຸກເຂອະນັຕຕະສັນຍາ ຢູ່ເປັນຢ່າງຍິ່ງ ໃຈຍ່ອມປາສະຈາກມານະວ່າເຮົາວ່າຂອງເຮົາ (ອະຫັງກາຣະມະມັງກາຣະມານະ) ທັງໃນກາຍອັນປະກອບດ້ວຍວິນຍານນີ້ ແລະໃນນິມິຕທັງຫຼາຍໃນພາຍນອກດ້ວຍ ເປັນໃຈທີ່ກ້າວຂ້າມພົ້ນເສຍໄດ້ຊຶ່ງ ວິດາ (ມານະ ໓ ຊັ້ນ) ເປັນໃຈສະຫງົບລະງັບ ພົ້ນພິເສດແລ້ວດ້ວຍດີ. ພິກຂຸ ທ. ! ຖ້າເມື່ອພິກຂຸ ມີຈິຕອົບຮົມດ້ວຍທຸກເຂອະນັຕຕະສັນຍາ ຢູ່ເປັນຢ່າງຍິ່ງ ແຕ່ໃຈຍັງບໍ່ປາສະຈາກມານະ ວ່າເຮົາວ່າຂອງເຮົາ ທັງໃນກາຍອັນປະກອບດ້ວຍວິນຍານນີ້ ແລະໃນນິມິຕທັງຫຼາຍໃນພາຍນອກ ບໍ່ເປັນໃຈກ້າວຂ້າມພົ້ນເສຍໄດ້ຊຶ່ງ ວິດາ ບໍ່ສະຫງົບລະງັບ ພົ້ນພິເສດແລ້ວດ້ວຍດີແລ້ວນັ້ນ; ພິກຂຸນັ້ນຈົ່ງຮູ້ເຖີ້ນວ່າ “ທຸກເຂອະນັຕຕະສັນຍາ ເປັນອັນເຮົາບໍ່ໄດ້ອົບຮົມເສຍແລ້ວ ຄຸນວິເສດທີ່ຍິ່ງກວ່າແຕ່ກ່ອນຂອງເຮົາບໍ່ມີ ເຮົາຍັງບໍ່ໄດ້ບັນລຸຜົລແຫ່ງພາວະນາ” ດັ່ງນີ້. ເຂົາເປັນຜູ້ມີສັມປະຊັນຍະໃນເລື່ອງນີ້ ຢູ່ດັ່ງນີ້. …. ພິກຂຸ ທ. ! ເຮົາມີເຫຕຜົລໃນຂໍ້ນີ້ ຢູ່ດັ່ງນີ້

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໖໙

ຈຶ່ງກ່າວວ່າ “ທຸກເຂອະນັຕຕະສັນຍາ ອັນບຸຄຄົລຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຢສານ” ດັ່ງນີ້.

ພິກຂຸ ທ. ! ສັນຍາ ເຈັດປະການເຫຼົ່ານີ້ແລ ອັນບຸຄຄົລຈະເຣີນ ຝຶກໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຢສານ, ແລ.

- ສັຕຕະກະ. ອັງ. ໒໓/໔໘/໔໖.

(ຜູ້ສຶກສາ ຈົ່ງສັງເກດໃຫ້ເຫັນວ່າ ສັນຍາ ເຫຼົ່ານີ້ ເຖິງແມ່ນວ່າຈະນໍາໄປສູ່ ອະມະຕະ ດ້ວຍກັນທັງນັ້ນ ແຕ່ກໍມີລັກສະນະຕ່າງໆກັນ ຈົ່ງເລືອກເຟັ້ນຈະເຣີນໃຫ້ຖືກຕ້ອງ ເໝາະສົມແກ່ກໍລະນີຂອງຕົນໆເຖີ້ນ).

ບັນລຸອໍຣະຫັນຕ໌ ໂດຍລະມັນຍະນະຫົກຊະນິດ

ພິກຂຸ ທ. ! ບຸຄຄົລ ບໍ່ລະທັມທັງຫຼາຍ ໖ ຢ່າງແລ້ວ ເປັນຜູ້ບໍ່ຄວນເພື່ອເຮັດໃຫ້ແຈ້ງ ຊຶ່ງອະຣະຫັຕຕະຜົລ. ທັມ ໖ ຢ່າງເຫຼົ່າໃດໜໍ ? ຫົກຢ່າງຄື ມານະ (ຖືໂຕ), ໂອມານະ (ແກ້ງລົດໂຕ), ອະຕິມານະ (ຍົກໂຕ), ອະດິມານະ (ຖືໂຕເກີນໂພດ), ຖັມພະ (ຫົວດື້), ອະຕິນິປາຕະ (ສໍາຄັນຕົນເອງວ່າຂີ້ຮ້າຍ). ພິກຂຸ ທ. ! ບຸຄຄົລບໍ່ລະທັມທັງຫຼາຍ ໖ ຢ່າງເຫຼົ່ານີ້ແລ້ວ ເປັນຜູ້ບໍ່ຄວນເພື່ອເຮັດໃຫ້ແຈ້ງຊຶ່ງອະຣະຫັຕຕະຜົລ.

ພິກຂຸ ທ. ! ບຸຄຄົລລະທັມທັງຫຼາຍ ໖ ຢ່າງແລ້ວ ເປັນຜູ້ຄວນເພື່ອເຮັດໃຫ້ແຈ້ງ ຊຶ່ງອະຣະຫັຕຕະຜົລ. ທັມ ໖ ຢ່າງເຫຼົ່າໃດໜໍ ? ຫົກຢ່າງຄື ມານະ ໂອມານະ ອະຕິມານະ ອະດິມານະ ຖັມພະ ອະຕິນິປາຕະ. ພິກຂຸ ທ. ! ບຸຄຄົລລະທັມທັງຫຼາຍ ໖ ຢ່າງ ເຫຼົ່ານີ້ແລ້ວ ເປັນຜູ້ຄວນເພື່ອເຮັດໃຫ້ແຈ້ງຊຶ່ງ ອະຣະຫັຕຕະຜົລແລ.

- ສັກກ. ອັງ. ໒໒/໔໗໙/໓໔໗.

໗໗໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຂັ້ນຕອນອັນຈໍາກັດແຫ່ງປັຈຈັຍຂອງການລະ

ກາມະ-ຣູປະ-ອະຣູປະຣາຄະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ