ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ເມື່ອເຂົ້າສູ່ ສັນຍາເວທະຢິຕະນິໂຣດ ແລ້ວ ສັນຍາແລະເວທະນາ ຍ່ອມດັບ;

ເມື່ອພິກຂຸ ດັບສິ້ນອາສະວະ ແລ້ວ ຣາຄະ ກໍດັບ ໂທສະ ກໍດັບ ໂມຫະ ກໍດັບ.

- ສລາ. ສັງ. ໑໘/໒໖໘/໓໙໒.

[ຂໍ້ຄວາມໃນສູຕອື່ນ (໑໘/໒໗໒-໒໗໓/໔໐໑-໔໐໒.) ແທນທີ່ຈະຊົງເອີ້ນອາການເຊັ່ນນີ້ ແຫ່ງສັງຂາຣວ່າ “ຄວາມດັບ” (ນິໂຣໂດ) ແຕ່ໄປຊົງເອີ້ນເສຍວ່າ “ຄວາມເຂົ້າໄປສະຫງົບ” (ວູປະສະໂມ) ກໍມີ ແລະຊົງເອີ້ນວ່າ “ຄວາມສະຫງົບລະງັບສະເພາະ” (ປະຕິບປັສສັທທິ) ກໍມີ].

ຈິຕຢັ່ງລົງສູ່ອະມະຕະເມື່ອປະກອບດ້ວຍສັນຍາອັນເໝາະສົມ

(ເລື່ອງຄວນເບິ່ງປະກອບອຣິຍ. ໂອ. ປາຍໜ້າ ໑໑໕໗, ໑໑໕໘, ໑໓໕໐ ເລື່ອງສັນຍາ ໑໐ ປະການ/ອຣິຍ. ໂອ. ຕົ້ນໜ້າ ໖໘໐)

ພິກຂຸ ທ. ! ສັນຍາເຈັດປະການເຫຼົ່ານີ້ ອັນບຸຄຄົລຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຢສານ. ເຈັດປະການແນວໃດໜໍ ? ຄື ອະສຸພະສັນຍາ ມະຣະນະສັນຍາ ອາຫາເຣປະຕິກູລະສັນຍາ ສັບພະໂລເກອະນະພິຣະຕະສັນຍາ ອະນິຈຈະສັນຍາ ອະນິຈເຈທຸກຂະສັນຍາ ທຸກເຂອະນັຕຕະສັນຍາ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໖໗

ພິກຂຸ ທ. ! ເມື່ອພິກຂຸ ມີຈິຕອົບຮົມດ້ວຍ ອະສຸພະສັນຍາ ຢູ່ ເປັນຢ່າງຍິ່ງ ຈິຕຍ່ອມຫວນກັບ ງໍກັບ ຖອຍກັບ ບໍ່ຍື່ນເຂົ້າໄປໃນການເມົາໝົກຢູ່ໃນເມຖຸນທັມ ແຕ່ຄວາມວາງເສີຍ ຫຼືວ່າຄວາມຮູ້ສຶກວ່າປະຕິກູລະ ດໍາຣົງຢູ່ໃນຈິຕ; ປຽບເໝືອນຂົນໄກ່ ຫຼືເສັ້ນເອັນທີ່ເຂົາໃສ່ລົງໃນໄຟ ຍ່ອມຫົດ ຍ່ອມງໍ ບໍ່ຢຽດອອກ ເຊັ່ນໃດກໍເຊັ່ນນັ້ນ. ພິກຂຸ ທ. ! ຖ້າເມື່ອພິກຂຸ ມີຈິຕອົບຮົມດ້ວຍອະສຸພະສັນຍາຢູ່ ເປັນຢ່າງຍິ່ງ ແຕ່ຈິຕຍັງໄຫຼເຂົ້າໄປໃນຄວາມເມົາໝົກຢູ່ໃນເມຖຸນທັມ ຫຼືຄວາມຮູ້ສຶກວ່າບໍ່ປະຕິກູລະ ຍັງດຳຣົງຢູ່ໃນຈິຕແລ້ວນັ້ນ; ພິກຂຸນັ້ນຈົ່ງຮູ້ເຖີ້ນວ່າ “ອະສຸພະສັນຍາ ເປັນອັນເຮົາບໍ່ໄດ້ອົບຮົມເສຍແລ້ວ ຄຸນວິເສດທີ່ຍິ່ງກວ່າແຕ່ກ່ອນຂອງເຮົາບໍ່ມີ ເຮົາຍັງບໍ່ໄດ້ບັນລຸຜົລແຫ່ງພາວະນາ” ດັ່ງນີ້. ເຂົາເປັນຜູ້ມີສັມປະຊັນຍະໃນເລື່ອງນີ້ ຢູ່ດັ່ງນີ້. .... ພິກຂຸ ທ. ! ເຮົາມີເຫຕຜົລໃນຂໍ້ນີ້ ຢູ່ດັ່ງນີ້ ຈຶ່ງກ່າວວ່າ “ອະສຸພະສັນຍາ ອັນບຸຄຄົລຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ຢັ່ງລົງສູ່ອະມະຕະ ມີອະມະຕະເປັນປະຣິໂຢສານ” ດັ່ງນີ້.

[ໃນກໍລະນີແຫ່ງ ມະຣະນະສັນຍາ ອັນເປັນເຄື່ອງເຮັດຈິຕ ໃຫ້ຖອຍກັບຈາກຄວາມຍິນດີໃນຊີວິຕ (ຊີວິຕະນິກັນຕິ) ກໍດີ;

ໃນກໍລະນີ ແຫ່ງ ອາຫາເຣປະຕິກູລະສັນຍາ ອັນເປັນເຄື່ອງເຮັດຈິຕ ໃຫ້ຖອຍກັບຈາກຕັນຫາໃນຣົສຊາດ (ຣົສຕັນຫາ) ກໍດີ;

ໃນກໍລະນີແຫ່ງ ສັບພະໂລເກອະນະພິຣະຕະສັນຍາ ອັນເປັນເຄື່ອງເຮັດຈິຕ ໃຫ້ຖອຍກັບຈາກຄວາມເປັນຈິຕ ຕິດຢູ່ໃນໂລກ (ໂລກະຈິຕຕະ) ກໍດີ;

ໃນກໍລະນີ ແຫ່ງ ອະນິຈຈະສັນຍາ ອັນເປັນເຄື່ອງເຮັດຈິຕ ໃຫ້ຖອຍກັບຈາກລາບສັກກາຣະ ແລະສຽງສັນເສີນ (ລາບະສັກກາຣະສິໂລກະ) ກໍດີ;

ທັງສີ່ສັນຍານີ້ ໄດ້ຕຣັດໄວ້ດ້ວຍຂໍ້ຄວາມ ແນວດຽວກັນກັບ ອະສຸພະສັນຍາ ຊຶ່ງຜູ້ສຶກສາ ສາມາດ ຫາປຽບທຽບເບິ່ງເອງໄດ້ ຕໍ່ໄປນີ້ ໄດ້ຕຣັດເຖິງ ອະນິຈເຈທຸກຂະສັນຍາ ອັນມີລະບຽບແຫ່ງຖ້ອຍຄໍາແປກອອກໄປ ດັ່ງຕໍ່ໄປນີ້ :-]

ພິກຂຸ ທ. ! ເມື່ອພິກຂຸ ມີຈິຕອົບຮົມດ້ວຍ ອະນິຈເຈທຸກຂະສັນຍາ ຢູ່ ເປັນຢ່າງຍິ່ງ ສັນຍາວ່າຄວາມໜ້າຢ້ານອັນຮຸນແຮງ (ຕິບພາພະຢະສັນຍາ) ຍ່ອມປາກົດຂຶ້ນໃນຄວາມບໍ່ຂະຫຍັນ

໗໖໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ