ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ປຽບເໝືອນ ບຸຣຸສຍົກໝໍ້ທີ່ຍັງຮ້ອນ ອອກຈາກເຕົາເຜົາໝໍ້ ວາງໄວ້ພື້ນດິນອັນຮາບພຽງ ອາຍອຸ່ນທີ່ໝໍ້ນັ້ນ ຍ່ອມລະງັບຫາຍໄປໃນທີ່ນັ້ນເອງ ດິນເຜົາທັງຫຼາຍກໍເຫຼືອຢູ່ ນີ້ເຊັ່ນໃດ; ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ກໍເຊັ່ນນັ້ນເໝືອນກັນ ກ່າວຄືເມື່ອສະເຫວີຍເວທະນາ ອັນມີກາຍເປັນທີ່ສຸດຮອບ ຍ່ອມຮູ້ແຈ່ມແຈ້ງວ່າ “ເຮົາສະເຫວີຍເວທະນາ ອັນມີກາຍເປັນທີ່ສຸດຮອບ” ດັ່ງນີ້. ເມື່ອເຂົານັ້ນສະເຫວີຍເວທະນາ ອັນມີຊີວິຕເປັນທີ່ສຸດຮອບ ຍ່ອມຮູ້ແຈ່ມແຈ້ງວ່າ “ເຮົາສະເຫວີຍເວທະນາ ອັນມີຊີວິຕເປັນທີ່ສຸດຮອບ” ດັ່ງນີ້. ພິກຂຸນັ້ນ ຍ່ອມຮູ້ແຈ່ມແຈ້ງວ່າ “ເວທະນາທັງຫຼາຍທັງປວງ ອັນເຮົາບໍ່ເພີດເພີນສະເພາະແລ້ວ ຈະເປັນຂອງເຢັນໃນອັຕຕະພາບນີ້ເອງ; ສະຣີຣະທັງຫຼາຍຈະເຫຼືອຢູ່; ຈົນກະທັ່ງເຖິງທີ່ສຸດຮອບແຫ່ງຊີວິຕ ເພາະການແຕກທໍາລາຍແຫ່ງກາຍ” ດັ່ງນີ້.

ພິກຂຸ ທ. ! ເຈົ້າທັງຫຼາຍ ຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ; ຄື ພິກຂຸຜູ້ຂີນາສົບ ຍ່ອມປຸງແຕ່ງປຸນຍາພິສັງຂາຣ, ຫຼືວ່າຍ່ອມປຸງແຕ່ງ ອະປຸນຍາພິສັງຂາຣ, ຫຼືວ່າຍ່ອມປຸງແຕ່ງ ອະເນນຊາພິສັງຂາຣ, ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ!”

ເມື່ອສັງຂາຣທັງຫຼາຍ ບໍ່ມີ, ເພາະຄວາມດັບແຫ່ງສັງຂາຣ ໂດຍປະການທັງປວງ, ວິນຍານ ຍ່ອມປາກົດ ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ເມື່ອວິນຍານບໍ່ມີ, ເພາະຄວາມດັບແຫ່ງວິນຍານ ໂດຍປະການທັງປວງ, ນາມຮູບ ຍ່ອມປາກົດ ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໗໖໕

ເມື່ອນາມຮູບ ບໍ່ມີ, ເພາະຄວາມດັບແຫ່ງນາມຮູບ ໂດຍປະການທັງປວງ, ສະລາຍະຕະນະ ຍ່ອມປາກົດ ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ເມື່ອສະລາຍະຕະນະ ບໍ່ມີ, ເພາະຄວາມດັບແຫ່ງສະລາຍະຕະນະ ໂດຍປະການທັງປວງ, ຜັສສະ ຍ່ອມປາກົດ ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ເມື່ອຜັສສະ ບໍ່ມີ, ເພາະຄວາມດັບແຫ່ງຜັສສະ ໂດຍປະການທັງປວງ, ເວທະນາ ຍ່ອມປາກົດ ແດ່ບໍໜໍ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ເມື່ອເວທະນາ ບໍ່ມີ, ເພາະຄວາມດັບແຫ່ງເວທະນາ ໂດຍປະການທັງປວງ, ຕັນຫາ ຍ່ອມປາກົດ ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ເມື່ອຕັນຫາ ບໍ່ມີ, ເພາະຄວາມດັບແຫ່ງຕັນຫາ ໂດຍປະການທັງປວງ, ອຸປາທານ ຍ່ອມປາກົດ ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ເມື່ອອຸປາທານ ບໍ່ມີ, ເພາະຄວາມດັບແຫ່ງອຸປາທານ ໂດຍປະການທັງປວງ, ພົບ ຍ່ອມປາກົດ ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ເມື່ອພົບ ບໍ່ມີ, ເພາະຄວາມດັບແຫ່ງພົບ ໂດຍປະການທັງປວງ, ຊາດ ຍ່ອມປາກົດ ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ເມື່ອຊາດ ບໍ່ມີ, ເພາະຄວາມດັບແຫ່ງຊາດ ໂດຍປະການທັງປວງ. ຊະຣາມະຣະນະ ຍ່ອມປາກົດ ແດ່ບໍໜໍ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”

ພິກຂຸ ທ. ! ຖືກແລ້ວ ຖືກແລ້ວ. ພິກຂຸ ທ. ! ເຈົ້າທັງຫຼາຍຈົ່ງໃຫ້ຄວາມສໍາຄັນ ຈົ່ງເຊື່ອຊຶ່ງຂໍ້ນັ້ນ ໄວ້ດັ່ງນັ້ນເຖີ້ນ. ພິກຂຸ ທ. ! ເຈົ້າທັງຫຼາຍ ຈົ່ງປົງຊຶ່ງຄວາມເຊື່ອໃນຂໍ້ນັ້ນ ດັ່ງນັ້ນເຖີ້ນ; ຈົ່ງເປັນຜູ້ໝົດຄວາມລະແວງສົງໄສໃນຂໍ້ນັ້ນເຖີ້ນ; ນັ້ນແຫຼະ ທີ່ສຸດແຫ່ງທຸກຂ໌ລະ, ດັ່ງນີ້ແລ.

- ນິທານ. ສັງ. ໑໖/໙໙-໑໐໑/໑໙໒-໑໙໕.

໗໖໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ລໍາດັບແຫ່ງການດັບຂອງສັງຂາຣ (ລໍາດັບແຫ່ງການດັບຂອງສັບພະສິ່ງ)

(ອະນຸປຸບພະສັງຂາຣະນິໂຣດະ)

ພິກຂຸ ! ຄວາມດັບແຫ່ງສັງຂາຣໂດຍລໍາດັບໆ ເຮົາໄດ້ກ່າວແລ້ວ ດັ່ງນີ້ຄື :-

ເມື່ອເຂົ້າສູ່ ປະຖົມມະຊານ ແລ້ວ ວາຈາ ຍ່ອມດັບ;

ເມື່ອເຂົ້າສູ່ ທຸຕິຍະຊານ ແລ້ວ ວິຕົກແລະວິຈາຣ ຍ່ອມດັບ;

ເມື່ອເຂົ້າສູ່ ຕະຕິຍະຊານ ແລ້ວ ປີຕິ ຍ່ອມດັບ;

ເມື່ອເຂົ້າສູ່ ຈະຕຸຕຖະຊານ ແລ້ວ ອັສສາສະແລະປັດສາສະ ຍ່ອມດັບ;

ເມື່ອເຂົ້າສູ່ ອາກາສານັນຈາຢະຕະນະ ແລ້ວ ຮູບສັນຍາ ຍ່ອມດັບ;

ເມື່ອເຂົ້າສູ່ ວິນຍານັນຈາຢະຕະນະ ແລ້ວ ອາກາສານັນຈາຢະຕະນະສັນຍາ ຍ່ອມດັບ;

ເມື່ອເຂົ້າສູ່ ອາກິນຈັນຍາຍະຕະນະ ແລ້ວ ວິນຍານັນຈາຍະຕະນະສັນຍາ ຍ່ອມດັບ;

ເມື່ອເຂົ້າສູ່ ເນວະສັນຍານາສັນຍາຢະຕະນະ ແລ້ວ ອາກິນຈັນຍາຍະຕະນະສັນຍາ ຍ່ອມດັບ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ