ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພຣາມ ! ເມື່ອໃດແລ, ຜູ້ນີ້ ຍ່ອມສະເຫວີຍສະເພາະ ຊຶ່ງຄວາມດັບສິ້ນໄປແຫ່ງຣາຄະ ອັນຫາເສດເຫຼືອຢູ່ບໍ່ໄດ້, ຍ່ອມສະເຫວີຍສະເພາະ ຊຶ່ງຄວາມດັບສິ້ນໄປແຫ່ງໂທສະ ອັນຫາເສດເຫຼືອຢູ່ບໍ່ໄດ້, ຍ່ອມສະເຫວີຍສະເພາະ ຊຶ່ງຄວາມດັບສິ້ນໄປແຫ່ງໂມຫະ ອັນຫາເສດເຫຼືອຢູ່ບໍ່ໄດ້; ພຣາມເອີຍ ! ເມື່ອນັ້ນ, ນິພພານ ທີ່ເຫັນໄດ້ເອງ ບໍ່ປະກອບດ້ວຍກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໃຈ ເປັນສິ່ງທີ່ຜູ້ຮູ້ ກໍຮູ້ໄດ້ສະເພາະຕົນ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ ແລ.
- ຕິກ. ອັງ. ໒໐/໒໐໒/໔໙໕.
ນິພພານທີ່ເຫັນໄດ້ເອງຕາມຄໍາຂອງພຣະອານົນທ໌
(ສັນທິຕຖິກະນິພພານ = ສັນທິຕຖິທັມ = ທິຕຖະທັມນິພພານ = ຕະທັງຄະນິພພຸໂຕ = ຕະທັງຄະນິພພານ ເບິ່ງປະກອບໃນເຫຼັ້ມນີ້ໜ້າ ໖໗໓, ໖໗໔, ໖໗໖, ໖໗໗)
“ອາວຸໂສ ! ມີຄໍາກ່າວກັນຢູ່ວ່າ ‘ສັນທິຕຖິກະນິພພານ ສັນທິຕຖິກະນິພພານ’ ດັ່ງນີ້. ອາວຸໂສ ! ສັນທິຕຖິກະນິພພານນີ້ ພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕມີປະມານເທົ່າໃດໜໍແລ ?” (ພຣະອຸທາຢີ ຖາມພຣະອານົນທ໌, ພຣະອານົນທ໌ເປັນຜູ້ຕອບ).
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໔໘໓
ອາວຸໂສ ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມ ສະງັດແລ້ວຈາກອະກຸສົລທັມ ເຂົ້າເຖິງປະຖົມມະຊານ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່. ອາວຸໂສ ! ສັນທິຕຖິກະນິພພານ ອັນພຣະຜູ້ມີພຣະພາຄ ຕຣັດໄວ້ດ້ວຍເຫຕມີປະມານເທົ່ານີ້ແລ ເມື່ອກ່າວໂດຍປະຣິຍາຍ.
[(ຜູ້ສຶກສາ ຕ້ອງສັງເກດໃຫ້ເຫັນວ່າ ຄໍາວ່າສັນທິຕຖິກະນິພພານໃນບ່ອນນີ້ ຍ່ອມໝາຍເຖິງຄວາມດັບເຢັນ ອັນເປັນຜົລຈາກປະຖົມຊານ ທີ່ບຸຄຄົລນັ້ນຮູ້ສຶກສະເຫວີຍຢູ່ນັ້ນເອງ, ເປັນເຄື່ອງສະແດງໃຫ້ເຫັນວ່າ ຄວາມດັບເຢັນ. ອັນເກີດຈາກປະຖົມຊານ ໂດຍສະເພາະ ຄືສະມາບັຕທຸກລະດັບມີຊື່ ເອີ້ນວ່ານິພພານໄດ້, ບໍ່ຈໍາເປັນຈະຕ້ອງ ໝາຍເຖິງອະນຸປາທິເສສະນິພພານ ຢ່າງດຽວເທົ່ານັ້ນ.); ຖ້າເບິ່ງຄໍາຕຣັດຈາກໜ້າ ໔໘໐-໔໘໓ ຈະເຫັນຄໍາວ່າ “ສັນທິຕຖິກະນິພພານ” ນັ້ນ ໃຊ້ໄດ້ເໝືອນຄໍາວ່າ “ນິໂຣດ” ຄືເປັນຄວາມດັບເຢັນ ທີ່ໃຊ້ໄດ້ທັງລະບົບສົມມຸດ ໄປຈົນເຖິງວິມຸຕຕິ (ບໍ່ແມ່ນໃຊ້ກໍລະນີວິມຸຕຕິຢ່າງດຽວ ຫຼືໃນມຸມປະຫານກິເລສເດັດຂາດ ພຽງຢ່າງດຽວ)]
(ໃນກໍລະນີ ແຫ່ງທຸຕິຍະຊານ ຕະຕິຍະຊານ ຈະຕຸຕຖະຊານ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ແລະເນວະສັນຍານາສັນຍາຢະຕະນະ ມີຂໍ້ຄວາມທີ່ກ່າວໄວ້ໂດຍເຊັ່ນດຽວກັນກັບຂໍ້ຄວາມ ໃນກໍລະນີແຫ່ງ ປະຖົມມະຊານທຸກປະການ ແລະໃນຖານະເປັນສັນທິຕຖິກະນິພພານໂດຍປະຣິຍາຍ. ສ່ວນສັນຍາເວທະຢິຕະນິໂຣດ ຊຶ່ງມີການດັບສິ້ນອາສະວະນັ້ນ ກ່າວໄວ້ໃນຖານະ ເປັນສັນທິຕຖິກະນິພພານ ໂດຍນິປປະຣິຍາຍດ້ວຍຂໍ້ຄວາມດັ່ງຕໍ່ໄປນີ້ :-)
ອາວຸໂສ ! ນັຍອື່ນອີກມີຢູ່ : ພິກຂຸກ້າວຜ່ານເສຍ ຊຶ່ງເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດແລ້ວແລຢູ່. ອັນໜຶ່ງ ເພາະເຫັນດ້ວຍປັນຍາ ອາສະວະທັງຫຼາຍ ຂອງເຂົານັ້ນກໍດັບສິ້ນໄປຮອບ. ສັນທິຕຖິກະນິພພານ ອັນພຣະຜູ້ມີພຣະພາຄຕຣັດໄວ້ ດ້ວຍເຫຕມີປະມານເທົ່ານີ້ແລ ເມື່ອກ່າວໂດຍນິປປະຣິຍາຍ.
- ນວກ. ອັງ. ໒໓/໔໗໕/໒໕໑.
໔໘໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ໝົດ “ອາຫາຣ” ກໍນິພພານ








