ອະຣິຍະສັຈພາກຕົ້ນ
ໜ້າ/ 382
ອານົນທ໌ ! ເວທະນາມີ ໓ ຢ່າງ ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາ; ອານົນທ໌ ! ນີ້ເຮົາເອີ້ນວ່າເວທະນາ. ຄວາມເກີດຂຶ້ນແຫ່ງເວທະນາຍ່ອມມີເພາະ ຄວາມເກີດຂຶ້ນແຫ່ງຜັສສະ. ຄວາມດັບບໍ່ເຫຼືອແຫ່ງເວທະນາ ຍ່ອມມີເພາະ ຄວາມດັບບໍ່ເຫຼືອແຫ່ງຜັສສະ. ມັຄຄະອັນປະເສີດ ປະກອບດ້ວຍອົງຄ໌ແປດປະການນີ້ເອງ ເປັນປະຕິປະທາເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງເວທະນາ, ໄດ້ແກ່ ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ສຸຂໂສມະນັສອັນໃດເກີດຂຶ້ນເພາະອາໄສເວທະນາ ນັ້ນຄືສະເໜ່ຂອງເວທະນາ. ເວທະນາບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ນັ້ນຄືໂທດອັນຕໍ່າຊ້າຂອງເວທະນາ. ການກໍາຈັດ ການລະເສຍ ຊຶ່ງສັນທະຣາຄະ ໃນເວທະນາ ນັ້ນຄືອຸບາຍເປັນເຄື່ອງອອກຈາກເວທະນາ.
- ສະລະ. ສັງ. ໑໘/໒໗໒/໓໙໙.
໓. ວິພາກແຫ່ງສັນຍາຂັນທ໌
ສັນຍາຫົກ
ພິກຂຸ ທ. ! ສັນຍາ ເປັນແນວໃດໜໍ ? ໝູ່ແຫ່ງສັນຍາຫົກເຫຼົ່ານີ້ ຄືສັນຍາໃນຮູບ, ສັນຍາໃນສຽງ, ສັນຍາໃນກິ່ນ, ສັນຍາໃນຣົສ, ສັນຍາໃນໂຜຕຖັພພະ, ແລະສັນຍາໃນທັມມາຣົມ. ພິກຂຸ ທ. ! ນີ້ເອີ້ນວ່າ ສັນຍາ.
- ຂັນທະ. ສັງ. ໑໗/໗໔/໑໑໕.
ຄວາມໝາຍຂອງຄໍາວ່າ “ສັນຍາ”
ພິກຂຸ ທ. ! ຄົນທົ່ວໄປກ່າວກັນວ່າ “ສັນຍາ” ເພາະອາໄສຄວາມໝາຍອັນໃດໜໍ ? ພິກຂຸ ທ. ! ເພາະກິຣິຍາ ທີ່ໝາຍຮູ້ໄດ້ພ້ອມ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ)
໑໙໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກເອີ້ນວ່າ ສັນຍາ. ສິ່ງນັ້ນ ຍ່ອມໝາຍຮູ້ໄດ້ພ້ອມຊຶ່ງອັນໃດ ? ສິ່ງນັ້ນຍ່ອມໝາຍຮູ້ໄດ້ພ້ອມ ຊຶ່ງສີຂຽວແດ່, ຍ່ອມໝາຍຮູ້ໄດ້ພ້ອມ ຊຶ່ງສີເຫຼືອງແດ່, ຍ່ອມໝາຍຮູ້ໄດ້ພ້ອມ ຊຶ່ງສີແດງແດ່, ແລະຍ່ອມໝາຍຮູ້ໄດ້ພ້ອມ ຊຶ່ງສີຂາວແດ່ (ດັ່ງນີ້ເປັນຕົ້ນ). ພິກຂຸ ທ. ! ເພາະກິຣິຍາ ທີ່ໝາຍຮູ້ໄດ້ພ້ອມ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກ ເອີ້ນວ່າ ສັນຍາ.
- ຂັນທ. ສັງ. ໑໗/໑໐໕/໑໕໙.
ອຸປະມາແຫ່ງສັນຍາ
ພິກຂຸ ທ. ! ເມື່ອເດືອນທ້າຍແຫ່ງລະດູຮ້ອນ ຍັງເຫຼືອຢູ່, ໃນເວລາທ່ຽງວັນ ພະຍັບແດດ ຍ່ອມເໜັງຍິບຍັບ. ບຸຣຸສຜູ້ມີຈັກຂຸ (ຕາມປົກກະຕິ) ເຫັນພະຍັບແດດນັ້ນ ກໍເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອບຸຣຸສນັ້ນເຫັນຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ພະຍັບແດດນັ້ນ ຍ່ອມປາກົດເປັນຂອງວ່າງ ຂອງເປົ່າ ແລະປາກົດ ເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນພະຍັບແດດນັ້ນ ຈະຍ່ອມມີໄດ້ແນວໃດ, ອຸປະມານີ້ເຊັ່ນໃດ;
ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນ ຄື ສັນຍາຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ພິກຂຸສັງເກດເຫັນ (ການບັງເກີດຂຶ້ນແຫ່ງ) ສັນຍານັ້ນ ຍ່ອມເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອພິກຂຸນັ້ນສັງເກດເຫັນຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ສັນຍານັ້ນ
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໙໕
ຍ່ອມປາກົດເປັນຂອງວ່າງຂອງເປົ່າ ແລະປາກົດເປັນຂອງຫາແກ່ນສາຣບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນສັນຍານັ້ນ ຈະຍ່ອມມີໄດ້ແນວໃດ.
- ຂັນທະ. ສັງ. ໑໗/໑໗໒/໒໔໔.
ຫຼັກທີ່ຄວນຮູ້ກ່ຽວກັບສັນຍາ
ພິກຂຸ ທ. ! ຂໍ້ທີ່ເຮົາກ່າວວ່າ “ຕ້ອງຮູ້ຈັກສັນຍາ, ຕ້ອງຮູ້ຈັກເຫຕເປັນແດນເກີດຂອງສັນຍາ, ຕ້ອງຮູ້ຈັກຄວາມເປັນຕ່າງໆກັນຂອງສັນຍາ, ຕ້ອງຮູ້ຈັກຜົລຂອງສັນຍາ, ຕ້ອງຮູ້ຈັກຄວາມດັບບໍ່ເຫຼືອຂອງສັນຍາ, ແລະຕ້ອງຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງສັນຍາ” ດັ່ງນີ້ ນັ້ນ, ເຮົາກ່າວໝາຍເຖິງອັນໃດໜໍ ?
ພິກຂຸ ທ. ! ຂໍ້ນັ້ນເຮົາກ່າວໝາຍເຖິງ ສັນຍາຫົກ ເຫຼົ່ານີ້ ຄື ສັນຍາໃນຮູບສັນຍາໃນສຽງ ສັນຍາໃນກິ່ນ ສັນຍາໃນຣົສ ສັນຍາໃນໂຜຕຖັພພະ ແລະສັນຍາໃນທັມມາຣົມ.
ພິກຂຸ ທ. ! ເຫຕເປັນແດນເກີດຂອງສັນຍາ ເປັນແນວໃດໜໍ ? ພິກຂຸ ທ. ! ຜັສສະເປັນເຫຕ ເປັນແດນເກີດຂອງ ສັນຍາ.








