ອະບາຍມຸຂ
ໜ້າ/ 66
ເປັນຜູ້ບໍ່ມີຈິຕພະຍາບາທ ຄືບໍ່ມີຄວາມດຳຣິໃນໃຈອັນຊົ່ວຮ້າຍວ່າ ຂໍສັຕເຫລົ່ານີ້ຈົ່ງເປັນຜູ້ບໍ່ມີເວຣ ບໍ່ມີພະຍາບາທ ບໍ່ມີທຸກຂ໌ ມີແຕ່ຄວາມສຸຂ ຮັກສາຕົນເຖີດ ດັ່ງນີ້.
ເປັນຜູ້ມີຄວາມເຫັນຊອບ ມີຄວາມເຫັນບໍ່ວິປະຣິຕວ່າ: ທານທີ່ໃຫ້ແລ້ວມີ(ອັຕຖິ ທິນນັງ), ກາຣບູຊາແລ້ວມີ(ອັຕຖິ ຍິຕຖັງ), ກາຣບວງສວງແລ້ວມີ(ອັຕຖິ ຫຸຕັງ), ຜົລວິບາກຂອງກັມທີ່ກະທຳດີກະທຳຊົ່ວແລ້ວມີ(ອັຕຖິ ສຸກະຕະທຸກກະຕານັງ ກັມມານັງ ຜະລັງ ວິປາໂກ), ໂລກນີ້ມີ(ອັຕຖິ ອະຍັງ ໂລໂກ), ໂລກໜ້າມີ(ອັຕຖິ ປະຣະ ໂລໂກ), ມາຣດາມີ(ອັຕຖິ ມາຕາ), ບິດາມີ(ອັຕຖິ ປິຕາ), ໂອປປາຕິກະສັຕມີ(ອັຕຖິ ສັຕຕາ ໂອປປາຕິກາ), ສະມະນະພຣາມທັງຫລາຍຜູ້ດຳເນີນຊອບ ປະຕິບັຕຊອບ ກະທຳໃຫ້ແຈ້ງເຊິ່ງໂລກນີ້ແລະໂລກໜ້າດ້ວຍປັນຍາອັນຍິ່ງເອງແລ້ວ ສອນຜູ້ອື່ນໃຫ້ຮູ້ແຈ້ງຕາມມີຢູ່ ດັ່ງນີ້, (ອັຕຖິ ໂລໂກ ສະມະນະພຣາມມະນາ ສັມມັຄຄະຕາ ສັມມາປະຕິປັນນາ ເຍ ອິມັນຈະ ໂລກັງ ປະຣັນຈະ ໂລກັງ ສະຍັງ ອະພິນຍາ ສັຈສິກັຕ໌ວາ ປະເວເທນະຕີຕິ).
ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣນີ້ແລ ຍ່ອມເປັນຜູ້ຖືກເຊີນມາປະດິສຖານໄວ້ໃນສວັນ ເໝືອນສິ່ງຂອງທີ່ນຳມາປະດິສຖານໄວ້.
ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໒໕໙/໑໘໙
ທັມສະມາທານ ໔ ຢ່າງ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ!
ພິກຂຸເຫລົ່ານັ້ນທູລຮັບພຣະດຳຣັສຂອງພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄຕຣັສວ່າ:
ພິກຂຸທັງຫລາຍ! ໂດຍສ່ວນຫລາຍສັຕທັງຫລາຍມີຄວາມປາຖນາ ມີຄວາມພໍໃຈ ມີຄວາມປະສົງຢ່າງນີ້ວ່າ ໂອໜໍ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຈົ່ງເສື່ອມໄປ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຈົ່ງຈະເຣີນຂຶ້ນ ດັ່ງນີ້.
ພິກຂຸທັງຫລາຍ! ເມື່ອສັຕເຫລົ່ານັ້ນມີຄວາມປາຖນາ ມີຄວາມພໍໃຈ ມີຄວາມປະສົງຢ່າງນີ້ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ, ພິກຂຸທັງຫລາຍ ໃນຂໍ້ນັ້ນ ພວກເຈົ້າທັງຫລາຍຍ່ອມເຂົ້າໃຈເຫຕນັ້ນຢ່າງໃດ?
ພິກຂຸເຫລົ່ານັ້ນກຣາບທູລວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທັມທັງຫລາຍຂອງພວກຂ້ານ້ອຍມີພຣະຜູ້ມີພຣະພາຄເປັນມູລ ມີພຣະຜູ້ມີພຣະພາຄເປັນຜູ້ນຳ ມີພຣະຜູ້ມີພຣະພາຄເປັນທີ່ເພິ່ງອາສັຍ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂໍປະທານພຣະວະໂຣກາສ ຂໍເນື້ອຄວາມແຫ່ງພາສິຕນັ້ນຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາຄເຖີດ ພິກຂຸທັງຫລາຍໄດ້ຟັງຕໍ່ພຣະຜູ້ມີພຣະພາຄແລ້ວ ຈັກຊົງຈຳໄວ້.
ພິກຂຸທັງຫລາຍ! ຖ້າຢ່າງນັ້ນ ພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.
ພິກຂຸເຫລົ່ານັ້ນທູລຮັບພຣະດຳຣັສຂອງພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄຕຣັສວ່າ:
ພິກຂຸທັງຫລາຍ! ປຸຖຸຊົນຜູ້ບໍ່ໄດ້ສະດັບໃນໂລກນີ້ ບໍ່ໄດ້ເຫັນພຣະອະຣິຍະ ບໍ່ສລາດໃນທັມຂອງພຣະອະຣິຍະ ບໍ່ໄດ້ຝຶກໃນທັມຂອງພຣະອະຣິຍະ ບໍ່ໄດ້ເຫັນສັປບຸຣຸສ ບໍ່ສລາດໃນທັມຂອງສັປບຸຣຸສ ບໍ່ໄດ້ຝຶກໃນທັມຂອງສັປບຸຣຸສ ຍ່ອມບໍ່ຮູ້ຈັກທັມທີ່ຄວນເສພ ຍ່ອມບໍ່ຮູ້ຈັກທັມທີ່ບໍ່ຄວນເສພ ຍ່ອມບໍ່ຮູ້ຈັກທັມທີ່ຄວນຄົບ ຍ່ອມບໍ່ຮູ້ຈັກທັມທີ່ບໍ່ຄວນຄົບ ເມື່ອບໍ່ຮູ້ຈັກທັມທີ່ຄວນເສພ ບໍ່ຮູ້ຈັກທັມທີ່ບໍ່ຄວນເສພ ບໍ່ຮູ້ຈັກທັມທີ່ຄວນຄົບ ບໍ່ຮູ້ຈັກທັມທີ່ບໍ່ຄວນຄົບ ກໍເສພທັມທີ່ບໍ່ຄວນເສພ ບໍ່ເສພທັມທີ່ຄວນເສພ ຄົບທັມທີ່ບໍ່ຄວນຄົບ ບໍ່ຄົບທັມທີ່ຄວນຄົບ ເມື່ອເສພທັມທີ່ບໍ່ຄວນເສພ ບໍ່ເສພທັມທີ່ຄວນເສພ ຄົບທັມທີ່ບໍ່ຄວນຄົບ ບໍ່ຄົບທັມທີ່ຄວນຄົບ ທັມທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ຍ່ອມຈະເຣີນຍິ່ງ ທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຍ່ອມເສື່ອມໄປ ຂໍ້ນັ້ນເປັນເພາະເຫຕໃດ? ເປັນເພາະປຸຖຸຊົນບໍ່ຮູ້ຖືກຕ້ອງ.








