ອະບາຍມຸຂ
ໜ້າ/ 66
ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ
(ມຸສາວາທາ ປະຕິວິຣະໂຕ ຈະ ໂຫຕິ),
ເປັນຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ
(ສຸຣາເມຣະຍະມັຊຊະປະມາທັຕຖານາ ປະຕິວິຣະໂຕ ຈະ ໂຫຕິ).
ພິກຂຸທັງຫລາຍ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣນີ້ແລ ຍ່ອມເປັນຜູ້ສາມາດຢູ່ຄອງເຮືອນ.
ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໒໖໔/໔໙໕
ກາຣຢູ່ຮ່ວມ ໔ ປະກາຣ
ສມັຍໜຶ່ງ ພຣະຜູ້ມີພຣະພາຄສະເດັຈດຳເນີນຫົນທາງໄກໃນລະຫວ່າງເມືອງມະທຸຣາແລະເມືອງເວຣັນຊາຕໍ່ກັນ ຄະຫະບໍດີແລະຄະຫະປະຕານີຈຳນວນຫລາຍກໍເປັນຜູ້ດຳເນີນຫົນທາງໄກໃນລະຫວ່າງເມືອງມະທຸຣາແລະເມືອງເວຣັນຊາຕໍ່ກັນ.
ຄັ້ງນັ້ນແລ ພຣະຜູ້ມີພຣະພາຄສະເດັຈແວະອອກຈາກທາງ ປະທັບນັ່ງທີ່ເຫງົ້າໄມ້ແຫ່ງໜຶ່ງ. ຄະຫະບໍດີແລະຄະຫະປະຕານີເຫລົ່ານັ້ນໄດ້ເຫັນພຣະຜູ້ມີພຣະພາຄປະທັບນັ່ງທີ່ເຫງົ້າໄມ້ແຫ່ງໜຶ່ງ ຈຶ່ງໄດ້ພາກັນເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສພາສິຕນີ້ກັບຄະຫະບໍດີແລະຄະຫະປະຕານີເຫລົ່ານັ້ນວ່າ:
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ກາຣຢູ່ຮ່ວມ ໔ ປະກາຣນີ້; ໔ ປະກາຣເປັນຢ່າງໃດ? ຄື:
ຊາຍຜີຢູ່ຮ່ວມກັບຍິງຜີ,
ຊາຍຜີຢູ່ຮ່ວມກັບຍິງເທວະດາ,
ຊາຍເທວະດາຢູ່ຮ່ວມກັບຍິງຜີ,
ຊາຍເທວະດາຢູ່ຮ່ວມກັບຍິງເທວະດາ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ກໍຊາຍຜີຢູ່ຮ່ວມກັບຍິງຜີເປັນຢ່າງໃດ?
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ສາມີໃນໂລກນີ້ ເປັນຜູ້ຂ້າສັຕ, ລັກຊັພຍ໌, ປະພຶຕຜິດໃນກາມທັງຫລາຍ, ເວົ້າຕົວະ, ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນທຸສີລ, ມີທັມອັນເປັນບາບ ມີໃຈອັນມົລທິນຄືມັສສະຣິຍະຄອບງຳ ດ່າແລະບໍຣິພາສສະມະນະ ພຣາມ ຢູ່ຄອງເຮືອນ. ແມ່ນແຕ່ພະຣິຍາຂອງເຂົາກໍເປັນຜູ້ຂ້າສັຕ, ລັກຊັພຍ໌, ປະພຶຕຜິດໃນກາມທັງຫລາຍ, ເວົ້າຕົວະ, ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນທຸສີລ, ມີທັມອັນເປັນບາບ ມີໃຈອັນມົລທິນຄືມັສສະຣິຍະຄອບງຳ ດ່າແລະບໍຣິພາສສະມະນະພຣາມ ຢູ່ຄອງເຮືອນ. ຄະຫະບໍດີແລະຄະຫະປະຕານີທັງຫລາຍ ຊາຍຜີຢູ່ຮ່ວມກັບຍິງຜີເປັນຢ່າງນີ້ແລ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ກໍຊາຍຜີຢູ່ຮ່ວມກັບຍິງເທວະດາເປັນຢ່າງໃດ?
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ສາມີໃນໂລກນີ້ ເປັນຜູ້ຂ້າສັຕ, ລັກຊັພຍ໌, ປະພຶຕຜິດໃນກາມທັງຫລາຍ, ເວົ້າຕົວະ, ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນທຸສີລ, ມີທັມອັນເປັນບາບ ມີໃຈອັນມົລທິນຄືມັສສະຣິຍະຄອບງຳ ດ່າແລະບໍຣິພາສສະມະນະ ພຣາມ ຢູ່ຄອງເຮືອນ. ສ່ວນພະຣິຍາຂອງເຂົາເປັນຜູ້ງົດເວັ້ນຈາກກາຣຂ້າສັຕ, ງົດເວັ້ນຈາກກາຣລັກຊັພຍ໌, ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ງົດເວັ້ນຈາກກາຣເວົ້າຕົວະ, ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ ມີໃຈປາສະຈາກມັສສະຣິຍະອັນເປັນມົລທິນ ບໍ່ດ່າ ບໍ່ບໍຣິພາສສະມະນະພຣາມ ຢູ່ຄອງເຮືອນ. ຄະຫະບໍດີແລະຄະຫະປະຕານີທັງຫລາຍ ຊາຍຜີຢູ່ຮ່ວມກັບຍິງເທວະດາເປັນຢ່າງນີ້ແລ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ກໍຊາຍເທວະດາຢູ່ຮ່ວມກັບຍິງຜີເປັນຢ່າງໃດ?








