ອະບາຍມຸຂ
ໜ້າ/ 66
ເປັນຜູ້ມີສຸຕະໜ້ອຍ (ອັປປັສສຸໂຕ ຈະ ໂຫຕິ),
ເປັນຜູ້ມີປັນຍາຊາມ (ທຸປປັນໂຍ ຈະ ໂຫຕິ).
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣນີ້ແລ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໒໕໕/໔໗໕
ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ
ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງອະບາຍ
ທຸຄະຕິ ວິນິບາຕ ນະຣົກ (8)
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ; ທັມ ໕ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ບໍ່ມີສັທທາ (ອັສສັທໂທ ຈະ ໂຫຕິ),
ເປັນຜູ້ບໍ່ມີຫິຣິ (ອະຫິຣິໂກ ຈະ ໂຫຕິ),
ເປັນຜູ້ບໍ່ມີໂອຕຕັປປະ (ອະໂນຕຕັປປີ ຈະ ໂຫຕິ),
ເປັນຜູ້ກຽດຄ້ານ (ກຸສີໂຕ ຈະ ໂຫຕິ),
ເປັນຜູ້ມີປັນຍາຊາມ (ທຸປປັນໂຍ ຈະ ໂຫຕິ).
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣນີ້ແລ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໒໕໖/໔໗໖
ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ
ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງອະບາຍ
ທຸຄະຕິ ວິນິບາຕ ນະຣົກ (9)
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ; ທັມ ໕ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ບໍ່ມີສັທທາ (ອັສສັທໂທ ຈະ ໂຫຕິ),
ເປັນຜູ້ບໍ່ມີຫິຣິ (ອະຫິຣິໂກ ຈະ ໂຫຕິ),
ເປັນຜູ້ບໍ່ມີໂອຕຕັປປະ (ອະໂນຕຕັປປີ ຈະ ໂຫຕິ),
ເປັນຜູ້ມີສະຕິຫລົງລືມ (ມຸຕຖັສສະຕິ ຈະ ໂຫຕິ),
ເປັນຜູ້ມີປັນຍາຊາມ (ທຸປປັນໂຍ ຈະ ໂຫຕິ).
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣນີ້ແລ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໒໕໖/໔໗໗
ທັມ ໕ ປະກາຣທີ່ເປັນເຫຕໃຫ້ມາຕຸຄາມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ; ທັມ ໕ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ຂ້າສັຕ (ປານາຕິປາຕີ ຈະ ໂຫຕິ),
ເປັນຜູ້ລັກຊັພຍ໌ (ອະທິນນາທາຍີ ຈະ ໂຫຕິ),
ເປັນຜູ້ປະພຶຕຜິດໃນກາມທັງຫລາຍ
(ກາເມສຸ ມິຈສາຈາຣີ ຈະ ໂຫຕິ),
ເປັນຜູ້ເວົ້າຕົວະ (ມຸສາວາທີ ຈະ ໂຫຕິ),
ເປັນຜູ້ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ (ສຸຣາເມຣະຍະມັຊຊະປະມາທັຕຖາຍີ ຈະ ໂຫຕິ).
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣນີ້ແລ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໒໕໖/໔໗໘
ທັມ ໕ ປະກາຣທີ່ເປັນເຫຕໃຫ້ມາຕຸຄາມ
ເຂົ້າເຖິງສຸຄະຕິໂລກສວັນ
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ; ທັມ ໕ ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ
(ປານາຕິປາຕາ ປະຕິວິຣະໂຕ ຈະ ໂຫຕິ),
ເປັນຜູ້ງົດເວັ້ນຈາກກາຣລັກຊັພຍ໌
(ອະທິນນາທານາ ປະຕິວິຣະໂຕ ຈະ ໂຫຕິ),
ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ
(ກາເມສຸ ມິຈສາຈາຣາ ປະຕິວິຣະໂຕ ຈະ ໂຫຕິ),
ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ
(ມຸສາວາທາ ປະຕິວິຣະໂຕ ຈະ ໂຫຕິ),
ເປັນຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ
(ສຸຣາເມຣະຍະມັຊຊະປະມາທັຕຖານາ ປະຕິວິຣະໂຕ ຈະ ໂຫຕິ).
ອະນຸຣຸທທະ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣນີ້ແລ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.
ສັງຍຸຕຕະນິກາຍ ສະລາຍະຕະນະວັຄ ໑໘/໒໕໙/໔໘໓
ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ
ຍ່ອມເປັນຜູ້ສາມາດຢູ່ຄອງເຮືອນ
ພິກຂຸທັງຫລາຍ! ມາຕຸຄາມປະກອບດ້ວຍທັມ ໕ ປະກາຣ ຍ່ອມເປັນຜູ້ສາມາດຢູ່ຄອງເຮືອນ; ທັມ ໕ ປະກາຣເປັນຢ່າງໃດ? ຄື: