ອະບາຍມຸຂ
ໜ້າ/ 66
ພິກຂຸທັງຫລາຍ! ສາທຸ ຂໍ້ນັ້ນແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ຄົນຂ້າງົວ ຂ້າງົວຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ ຂໍ້ນັ້ນເພາະເຫຕໃດ? ເພາະວ່າເຂົາຍ່ອມເພັ່ງດູງົວເຫລົ່ານັ້ນທີ່ຂ້າ ທີ່ນຳມາເພື່ອຂ້າດ້ວຍໃຈອັນເປັນບາບ ສະນັ້ນ ເຂົາຈຶ່ງບໍ່ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາແດ່ບໍວ່າ ຄົນຂ້າແບ້ ຂ້າແບ້ຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ?
ຫາບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ສາທຸ ຂໍ້ນັ້ນແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ຄົນຂ້າແບ້ ຂ້າແບ້ຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ ຂໍ້ນັ້ນເພາະເຫຕໃດ? ເພາະວ່າເຂົາຍ່ອມເພັ່ງດູແບ້ເຫລົ່ານັ້ນທີ່ຂ້າ ທີ່ນຳມາເພື່ອຂ້າດ້ວຍໃຈອັນເປັນບາບ ສະນັ້ນ ເຂົາຈຶ່ງບໍ່ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາແດ່ບໍວ່າ ຄົນຂ້າໝູ ຂ້າໝູຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ?
ຫາບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ສາທຸ ຂໍ້ນັ້ນແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ຄົນຂ້າໝູ ຂ້າໝູຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ ຂໍ້ນັ້ນເພາະເຫຕໃດ? ເພາະວ່າເຂົາຍ່ອມເພັ່ງດູໝູເຫລົ່ານັ້ນທີ່ຂ້າ ທີ່ນຳມາເພື່ອຂ້າດ້ວຍໃຈອັນເປັນບາບ ສະນັ້ນ ເຂົາຈຶ່ງບໍ່ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາແດ່ບໍວ່າ ພານເນື້ອ ຂ້າເນື້ອຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ?
ຫາບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!
ພິກຂຸທັງຫລາຍ! ສາທຸ ຂໍ້ນັ້ນແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ພານເນື້ອ ຂ້າເນື້ອຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ ຂໍ້ນັ້ນເພາະເຫຕໃດ? ເພາະວ່າເຂົາຍ່ອມເພັ່ງດູເນື້ອເຫລົ່ານັ້ນທີ່ຂ້າ ທີ່ນຳມາເພື່ອຂ້າດ້ວຍໃຈອັນເປັນບາບ ສະນັ້ນ ເຂົາຈຶ່ງບໍ່ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່.
ພິກຂຸທັງຫລາຍ! ເພາະເພັ່ງດູສັຕດິຣັຈສານເຫລົ່ານັ້ນທີ່ເຂົາຂ້າ ທີ່ນຳມາເພື່ອຂ້າດ້ວຍໃຈອັນເປັນບາບ ສະນັ້ນ ເຂົາຈຶ່ງບໍ່ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ຈະກ່າວຫຍັງເຖິງບຸຄຄົລຜູ້ເພັ່ງດູມະນຸສທີ່ຂ້າ ທີ່ນຳມາເພື່ອຂ້າດ້ວຍໃຈອັນເປັນບາບໜໍ ເພາະຜົລຂອງກັມນັ້ນຍ່ອມເປັນໄປເພື່ອສິ່ງບໍ່ເປັນປະໂຍຊນ໌ເກື້ອກູນ ເພື່ອຄວາມທຸກຂ໌ຕລອດກາລະນານແກ່ເຂົາ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໗໗/໒໘໙
ຄວາມເສື່ອມສີລແລະທິຕຖິເປັນເຫຕໃຫ້ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ
ພິກຂຸທັງຫລາຍ! ຄວາມເສື່ອມ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື:
ຄວາມເສື່ອມຍາຕ (ຍາຕິພຍະສະນັງ),
ຄວາມເສື່ອມໂພຄະຊັພຍ໌ (ໂພຄັພຍະສະນັງ),








