ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ, ກິຕຕິສັບອັນງາມຂອງບຸຄຄົລຜູ້ມີສີລ ຜູ້ເຖິງພ້ອມດ້ວຍສີລ ຍ່ອມແຜ່ຂະຈອນໄປ. ຄະຫະບໍດີທັງຫລາຍ ນີ້ເປັນອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລປະກາຣທີ ໒.

ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ມີສີລ ຜູ້ເຖິງພ້ອມດ້ວຍສີລ ເຂົ້າໄປຫາບໍຣິສັທໃດເຊັ່ນ ຂັຕຕິຍະບໍຣິສັທ ພຣາມມະນະບໍຣິສັທ ຄະຫະບໍດີບໍຣິສັທ ສະມະນະບໍຣິສັທ ຍ່ອມເປັນຜູ້ອາດຫານ ບໍ່ເກີ້ເຂີນເມື່ອເຂົ້າໄປຫາບໍຣິສັທນັ້ນໆ. ຄະຫະບໍດີທັງຫລາຍ ນີ້ເປັນອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລ ປະກາຣທີ ໓.

ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ມີສີລ ຜູ້ເຖິງພ້ອມດ້ວຍສີລ ຍ່ອມເປັນຜູ້ບໍ່ຫລົງທຳກາລະ. ຄະຫະບໍດີທັງຫລາຍ ນີ້ເປັນອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລປະກາຣທີ ໔.

ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ມີສີລ ຜູ້ເຖິງພ້ອມດ້ວຍສີລ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ. ຄະຫະບໍດີທັງຫລາຍ ນີ້ເປັນອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລປະກາຣທີ ໕.

ຄະຫະບໍດີທັງຫລາຍ! ອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລ ໕ ປະກາຣນີ້ແລ.

ລຳດັບນັ້ນແລ ພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ອຸປາສົກຊາວປາຕະລິຄາມເຫັນແຈ້ງ ສະມາທານ ອາດຫານ ຣ່າເຣິງດ້ວຍທັມມິກະຖາສິ້ນຣາຕຣີເປັນອັນມາກ ແລ້ວຊົງສົ່ງໄປດ້ວຍພຣະດຳຣັສວ່າ ຄະຫະບໍດີທັງຫລາຍ ຣາຕຣີລ່ວງໄປແລ້ວ ທ່ານທັງຫລາຍຈົ່ງສຳຄັນເວລາອັນຄວນໃນບັດນີ້ເຖີດ.

ລຳດັບນັ້ນ ອຸປາສົກຊາວປາຕະລິຄາມທັງຫລາຍຊື່ນຊົມຍິນດີພາສິຕຂອງພຣະຜູ້ມີພຣະພາຄ ລຸກຈາກອາສະນະ ອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວຫລີກໄປ. ລຳດັບນັ້ນ ເມື່ອອຸປາສົກຊາວປາຕະລິຄາມຫລີກໄປແລ້ວບໍ່ນານ ພຣະຜູ້ມີພຣະພາຄໄດ້ສະເດັຈເຂົ້າໄປຍັງສຸນຍາຄາຣ.

ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໑໔໙-໑໕໐/໑໖໙-໑໗໑

ເຣື່ອງຊາວປະມົງຜູກປາ ຂ້າປາຂາຍ

ສມັຍໜຶ່ງ ພຣະຜູ້ມີພຣະພາຄສະເດັຈຈາຣິກໄປໃນແຄວ້ນໂກສົລພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ພຣະຜູ້ມີພຣະພາຄຊົງດຳເນີນໄປຕາມຫົນທາງໄກ ໄດ້ທອດພຣະເນຕເຫັນຊາວປະມົງຜູກປາ ຂ້າປາຂາຍຢູ່ໃນທ້ອງຖິ່ນແຫ່ງໜຶ່ງ ໄດ້ສະເດັຈແວະລົງຈາກທາງ ແລະປະທັບນັ່ງລົງເທິງອາສະນະທີ່ໄດ້ປູລາດໄວ້ໃນເຫງົ້າໄມ້ແຫ່ງໜຶ່ງ ແລ້ວຕຣັສຖາມພິກຂຸທັງຫລາຍວ່າ:

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍເຫັນຊາວປະມົງຜູກປາ ຂ້າປາຂາຍຢູ່ໃນທີ່ແຫ່ງໂນ້ນຫລື?

ພິກຂຸເຫລົ່ານັ້ນກຣາບທູລວ່າ: ເຫັນ ພຣະອົງຄ໌ຜູ້ຈະເຣີນ!

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາແດ່ບໍວ່າ ຊາວປະມົງຜູກປາ ຂ້າປາຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ?

ຫາບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!

ພິກຂຸທັງຫລາຍ! ສາທຸ ຂໍ້ນັ້ນແມ່ນແຕ່ເຮົາກໍບໍ່ໄດ້ເຫັນ ບໍ່ໄດ້ຟັງມາວ່າ ຊາວປະມົງຜູກປາ ຂ້າປາຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ ຂໍ້ນັ້ນເພາະເຫຕໃດ? ເພາະວ່າເຂົາຍ່ອມເພັ່ງດູປາເຫລົ່ານັ້ນທີ່ຂ້າ ທີ່ນຳມາເພື່ອຂ້າດ້ວຍໃຈອັນເປັນບາບ ສະນັ້ນ ເຂົາຈຶ່ງບໍ່ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ພວກເຈົ້າທັງຫລາຍໄດ້ເຫັນຫລືໄດ້ຟັງມາແດ່ບໍວ່າ ຄົນຂ້າງົວ ຂ້າງົວຂາຍຢູ່ ໄດ້ຂີ່ຊ້າງ ຂີ່ມ້າ ຂີ່ຣົຖ ຂຶ້ນຍານ ເປັນເຈົ້າຂອງໂພຄະ ຫລືຄອບຄອງໂພຄະສົມບັຕທັງຫລາຍຢູ່ ເພາະກັມນັ້ນ ເພາະອາຊີພນັ້ນ?

ຫາບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ