ສາທະຍາຍ
ໜ້າ/ 54
10. ອັນໜຶ່ງ, ພິກຂຸໃດພະຍາຍາມທໍາລາຍສົງຄ໌ ຜູ້ພ້ອມພຽງ ຫຼື ຖືເອົາອະທິກອນ ອັນເປັນເຫຕໃຫ້ແຕກກັນ. ພິກຂຸທັງຫຼາຍ ຈົ່ງວ່າກ່າວພິກຂຸຮູບນັ້ນວ່າ ທ່ານຢ່າໄດ້ພະຍາຍາມທໍາລາຍສົງຄ໌ຜູ້ພ້ອມພຽງກັນ ຫຼື ຢ່າໄດ້ຖືເອົາອະທິກອນ ທີ່ເປັນເຫຕໃຫ້ແຕກກັນຢູ່ນັ້ນ. ຂໍທ່ານຈົ່ງພ້ອມພຽງດ້ວຍສົງຄ໌ ເພາະວ່າສົງຄ໌ ຜູ້ພ້ອມພຽງກັນ ປອງດອງກັນ ບໍ່ວິວາທກັນ ມີອຸທເທສດຽວກັນ ຍ່ອມຢູ່ຜາສຸຂ. ພິກຂຸນັ້ນ ອັນພິກຂຸທັງຫຼາຍ ວ່າກ່າວຢູ່ຢ່າງນີ້ ຍັງບໍ່ຍອມ ແລະ ຢືນຢັນຢູ່ຢ່າງນັ້ນ. ພິກຂຸນັ້ນ ອັນພິກຂຸທັງຫຼາຍ ຈົ່ງສູດສະມະນຸພາສ (ປະກາດຫ້າມ) ຈົນກວ່າຈະຄົບ 3 ຈົບ ເພື່ອໃຫ້ສະຫຼະ ຫຼື ຍຸຕິການພະຍາຍາມນັ້ນເສຍ ຫາກທ່ານຖືກສູຕ ສະມະນຸພາສ ກວ່າຈະຄົບ 3 ຈົບຢູ່ ຍຸຕິການພະຍາຍາມນັ້ນເສຍເປັນການດີ, ແຕ່ຖ້າທ່ານບໍ່ລະຄວາມພະຍາຍາມ ເປັນສັງຄາທິເສສ.
11. ອັນໜຶ່ງ, ພິກຂຸຜູ້ປະພຶດຕາມ ຜູ້ສະໜັບສະໜູນ (ພິກຂຸ ຜູ້ທີ່ກ່າວເພື່ອການທໍາລາຍສົງຄ໌) 1 ຮູບແດ່. 2 ຮູບແດ່. 3 ຮູບແດ່. ທ່ານທັງຫຼາຍ ກ່າວຢ່າງນີ້ວ່າ ຂໍທ່ານທັງຫຼາຍ ຢ່າໄດ້ກ່າວຄໍາອັນໃດ ຕໍ່ພິກຂຸນັ້ນ, ພິກຂຸນັ້ນກ່າວຖືກທັມ ຖືກວິນັຍດ້ວຍ. ພິກຂຸນັ້ນ ກ່າວຖືກຄວາມພໍໃຈ ແລະ ຄວາມຊອບໃຈຂອງພວກຂ້າພະເຈົ້າ. ທ່ານກ່າວຖືກໃຈ ຊອບໃຈຂອງພວກຂ້າພະເຈົ້າ. ພິກຂຸເຫຼົ່ານັ້ນ ອັນພິກຂຸທັງຫຼາຍກ່າວວ່າ ທ່ານທັງຫຼາຍຢ່າໄດ້ກ່າວຢ່າງນັ້ນ, ພິກຂຸເຫຼົ່ານັ້ນ ບໍ່ໄດ້ກ່າວຖືກທັມ ຖືກວິນັຍ ເປັນການທໍາລາຍສົງຄ໌ ຢ່າໄດ້ເຫັນຊອບດ້ວຍ ຂໍໃຫ້ພວກທ່ານ ຈົ່ງເຫັນພ້ອມພຽງກັບສົງຄ໌. ປອງດອງກັນ ບໍ່ວິວາທກັນ ມີອຸທເທສດຽວກັນ ຍ່ອມຢູ່ຜາສຸກ, ພິກຂຸເຫຼົ່ານັ້ນ ທີ່ພິກຂຸທັງຫຼາຍກ່າວຕັກເຕືອນ ຢ່າງນີ້ ຍັງຍົກຍ້ອງຖ້ອຍຄໍາ ທີ່ພວກກ່າວຕິຕຽນ ພຣະທັມວິນັຍຢູ່ ແລະ ພິກຂຸທັງຫຼາຍ ສູດສະມະນຸພາັກເຕືອນຈົນຈົບ 3 ຫົນ ເພື່ອໃຫ້ລະເສຍຊຶ່ງຄວາມພະຍາຍາມນັ້ນ. ຖ້າທ່ານທັງຫຼາຍ ຖືກສູດຕັກເຕືອນ ເກືອບຈະຈົບ 3 ຫົນຢູ່ ເພື່ອໃຫ້ລະກັມນັ້ນ ຫາກສະຫຼະ ຫຼື ຍຸຕິໄດ້ ກໍເປັນການດີ, ຫາກພວກທ່ານສະຫຼະ ຫຼື ຍຸຕິກັມນັ້ນ ບໍ່ໄດ້ ເປັນສັງຄາທິເສສ.
12. ອັນໜຶ່ງ, ພິກຂຸຜູ້ມີສັນຊາຕ ແຫ່ງຄວາມເປັນຄົນວ່າຍາກ ອັນພິກຂຸທັງຫຼາຍວ່າກ່າວໃນທາງທີ່ຖືກທັມ ໃນສິກຂາບົທທັງຫຼາຍເນື່ອງໃນອຸທເທສ ແລ້ວທໍາຕົນເປັນຜູ້ອັນໃຜໆ ວ່າກ່າວບໍ່ໄດ້ແລ້ວກ່າວໂຕ້ຕອບວ່າ ຢ່າໄດ້ກ່າວອັນໃດແກ່ເຮົາ ເປັນຄໍາດີກໍຕາມ ເປັນຄໍາຊົ່ວກໍຕາມ, ເຮົາກໍຈັກບໍ່ວ່າກ່າວອັນໃດ ແກ່ພວກທ່ານ. ພິກຂຸນັ້ນ ອັນພິກຂຸທັງຫຼາຍວ່າກ່າວຢ່າງນີ້ວ່າ ທ່ານຢ່າໄດ້ທໍາຕົນ ອັນເປັນຜູ້ທີ່ໃຜໆ ວ່າໃຫ້ບໍ່ໄດ. ຂໍທ່ານຈົ່ງທໍາໃຫ້ເປັນຜູ້ວ່າກ່າວຕັກເຕືອນໄດ້ ໃນທາງທີ່ຊອບ, ເພາະວ່າ ບໍຣິສັຕຂອງພຣະຜູ້ມີພຣະພາຄເຈົ້ານັ້ນ ຈະເຣີນແລ້ວ ຄື ວ່າກ່າວຊຶ່ງກັນ ແລະ ກັນ ຕັກເຕືອນກັນ ແລະ ກັນ ໃຫ້ອອກຈາກອາບັຕ. ພິກຂຸນັ້ນ, ອັນພິກຂຸທັງຫຼາຍ ວ່າກ່າວຢ່າງນີ້ ກໍຍັງບໍ່ຍອມຢູ່ຢ່າງນັ້ນ. ພິກຂຸທັງຫຼາຍ ຈົ່ງສູດສະມະນຸພາສ. ໃນຂະນະທີ່ສູດຢູ່ ສະຫຼະກັມນັ້ນເສຍໄດ້ (ຍອມຮັບ ຍົກເລີກການກະທໍາ) ສະຫຼະໄດ້ຢ່າງນີ້ກໍເປັນການດີ, ຫາກວ່າທ່ານສະຫຼະບໍ່ໄດ້ ເປັນສັງຄາທິເສສ.








