ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

1. ປ່ອຍສຸກກະ (ອະສຸຈິ) ເປັນໄປດ້ວຍຄວາມຈົງໃຈ ເວັ້ນໄວ້ແຕ່ຝັນ ເປັນສັງຄາທິເສສ.

2. ອັນໜຶ່ງ, ພິກຂຸໃດກໍາໜັດແລ້ວ ມີຈິຕປັ່ນປ່ວນແລ້ວ, ຈັບບາຍ, ແຕະຕ້ອງກາຍຂອງມາຕຸຄາມ ຄື ຈັບມືກໍ່ຕາມ ຈັບຕ້ອງຜົມກໍ່ຕາມ. ລູບຄໍາອະໄວຍະວະອັນໃດອັນໜຶ່ງກໍ່ຕາມ ເປັນສັງຄາທິເສສ.

3. ອັນໜຶ່ງ, ພິກຂຸໃດກໍາໜັດແລ້ວ ມີຈິຕປະຕິພັນແລ້ວ. ເວົ້າຈາກ້ຽວມາຕຸຄາມ ດ້ວຍວາຈາອັນຊົ່ວຫຍາບ ເໝືອນຜູ້ບ່າວເວົ້າກ້ຽວຜູ້ສາວ. ດ້ວຍວາຈາພາດພິງເມຖຸນ ເປັນສັງຄາທິເສສ.

4. ອັນໜຶ່ງ, ພິກຂຸໃດມີຄວາມກໍາໜັດແລ້ວ, ມີຈິຕປັ່ນປ່ວນແລ້ວ ກ່າວຄຸນແຫ່ງການບໍາເຣີກາມແກ່ຕົນ ໃນສໍານັກມາຕຸຄາມ. ດ້ວຍຖ້ອຍຄໍາ ທີ່ພາດພິງໄປເຖິງເມຖຸນວ່າ, ດູຣາ ນ້ອງສາວ ສະຕຣີໃດ ບໍາເຣີຜູ້ປະພຶດພຣົມມະຈັນ ຜູ້ທີ່ມີສິລ ມີກັລຍານະທັມ ເຊັ່ນເຮົານີ້ດ້ວຍທັມນັ້ນໆ. ວ່າເປັນຍອດແຫ່ງຄວາມບໍາເຣີທັງຫຼາຍ ເປັນສັງຄາທິເສສ.

5. ອັນໜຶ່ງ, ພິກຂຸໃດທໍາຕົນເປັນຜູ້ຊັກສື່ ບອກຄວາມປະສົງຂອງບຸຣຸສ ແກ່ສະຕຣີກໍດີ, ບອກຄວາມປະສົງຂອງສະຕຣີ ແກ່ບຸຣຸສກໍດີ. ໃນຄວາມເປັນຜົວເມຍກັນກໍຕາມ, ໃນຄວາມເປັນຊູ້ ເປັນສາວກັນກໍຕາມ ເປັນສັງຄາທິເສສ.

6. ອັນໜຶ່ງ, ພິກຂຸໃດຈະສ້າງກຸຕິ ອັນຫາເຈົ້າຂອງບໍ່ໄດ້ ສະເພາະຕົນເອງດ້ວຍອາການຂໍເອົາເອງ, ຈົ່ງສ້າງໃຫ້ໄດ້ປະມານໃນການສ້າງກຸຕິ ດັ່ງນີ້: ໂດຍທາງຍາວ 12 ຄືບພຣະສຸຄົຕ, ໂດຍທາງກວ້າງ ໂດຍຮ່ວມໃນຄືຂ້າງໃນ (ນັບເອົາດ້ານໃນ) 7 ຄືບ ດ້ວຍຄືບພຣະສຸຄົຕ. ຈົ່ງນໍາເອົາພິກຂຸທັງຫຼາຍໄປເພື່ອສະແດງທີ່ຈະສ້າງນັ້ນໃຫ້. ພິກຂຸເຫຼົ່ານັ້ນ ຈົ່ງສະແດງທີ່ອັນບໍ່ມີໃຜຈັບຈອງໄວ້ ແລະ ມີເດີ່ນອ້ອມ. ຫາກວ່າພິກຂຸ ສ້າງກຸຕິດ້ວຍການຂໍ (ສິ່ງກໍ່ສ້າງ) ດ້ວຍຕົນເອງໃນທີ່ອັນມີຜູ້ຈອງໄວ້, ບໍ່ມີເດີ່ນອ້ອມ ຫຼື ບໍ່ນໍາເອົາພິກຂຸທັງຫຼາຍໄປເພື່ອສະແດງທີ່ໃຫ້ ຫຼື ສ້າງໃຫ້ເກີນປະມານ ເປັນສັງຄາທິເສສ.

7. ອັນໜຶ່ງ, ພິກຂຸຈະໃຫ້ສ້າງກຸຕິວິຫານໃຫຍ່ ອັນມີເຈົ້າຂອງສະເພາະຕົນເອງ. ຈົ່ງນໍາເອົາພິກຂຸທັງຫຼາຍໄປສະແດງທີ່. ພິກຂຸເຫຼົ່ານັ້ນຈົ່ງສະແດງທີ່ອັນບໍ່ມີຜູ້ຈອງໄວ້, ອັນມີເດີ່ນອ້ອມຮອບ. ຫາກພິກຂຸໃຫ້ສ້າງວິຫານໃຫຍ່ ໃນທີ່ອັນມີຜູ້ຈອງໄວ້ ແລະ ບໍ່ມີເດີ່ນອ້ອມຮອບ ຫຼືວ່າບໍ່ນໍາພິກຂຸທັງຫຼາຍ ໄປສະແດງທີ່ໃຫ້ ເປັນ ສັງຄາທິເສສ.

8. ອັນໜຶ່ງ, ພິກຂຸໃດຂັດໃຈ ຄຽດແຄ້ນ ມີໂທສະ ຕາມກໍາຈັດຊຶ່ງພິກຂຸ ດ້ວຍທັມມີໂທດເຖິງອາບັຕປາຣາຊິກ ອັນທີ່ຫາມູລຄວາມຈິງບໍ່ໄດ້. ດ້ວຍຄວາມກັ່ນແກ້ງວ່າ ຈະໃຫ້ພິກຂຸນັ້ນ ເຄື່ອນຈາກພຣົມມະຈັນນີ້. ຄັນໃນເວລາຕໍ່ມາ ມີຜູ້ໃດຜູ້ໜຶ່ງ ຖືເອົາຕາມການກ່າວຫານັ້ນ ກໍຕາມ, ບໍ່ຖືເອົາກໍຕາມ ແຕ່ອະທິກອນນັ້ນ ບໍ່ມີມູລຄວາມຈິງ ແລະ ພິກຂຸນັ້ນຍັງມີໂທສະຢູ່ ເປັນສັງຄາທິເສສ.

9. ອັນໜຶ່ງ, ພິກຂຸໃດ ຂັດໃຈ ມີໂທສະ ບໍ່ດີໃຈ ໄດ້ຖືເອົາເອກະເທສ ເລ່ກົລບາງຢ່າງ. ອັນເປັນອະທິກອນ ເລື່ອງອື່ນ ໃຫ້ເປັນເລ່ກົລ ຕາມກໍາຈັດຊຶ່ງພິກຂຸ ດ້ວຍທັມ ອັນມີໂທສເຖິງ ອາບັຕປາຣາຊິກ. ດ້ວຍໝາຍວ່າຈະຍັງພິກຂຸນັ້ນ ໃຫ້ຄາດເຄື່ອນຈາກພຣົມະຈັນນີ້ໄດ້. ຄັນໃນສມັຍອື່ນ ຄື ໃນເວລາຕໍ່ມາ ມີຜູ້ໃດຜູ້ໜຶ່ງຖືເອົາຕາມນັ້ນວ່າ ເປັນຈິງກໍດີ, ບໍ່ຖືເອົາຕາມນັ້ນກໍດີ, ແຕ່ ອະທິກອນນັ້ນ ເປັນເລື່ອງອື່ນແທ້ ເປັນເອກະເທສອື່ນ ແຕ່ວ່າ ຖືເອົາເປັນເລ່ກົລ ກ່າວຫາ ຍ້ອນມີໂທສະຢູ່ ເປັນສັງຄາທິເສສ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ