ສາທະຍາຍ
ໜ້າ/ 54
ຕົນເອງເປັນຜູ້ສົມບູນດ້ວຍວິມຸຕຕິຍານະທັດສະນະ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍວິມຸຕຕິຍານະທັດສະນະ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ສົມບູນດ້ວຍວິມຸຕຕິຍານະທັດສະນະ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍວິມຸຕຕິ ຍານະທັດສະນະ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ
ດູຣາພິກຂຸທັງຫຼາຍ ! ຖານະທີ່ຄວນສັນລະເສີນ 10 ເປັນຢ່າງນີ້ແລ.
19.ອານິສົງກາຍະຄະຕາສະຕິ
ພຣະໄຕຣປິດົກ ສະບັບຫຼວງ 20.55-60.225-246
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິອັນພິກຂຸອົງໃດອົງນຶ່ງຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ສຸສົນທັມຢ່າງໃດຢ່າງນຶ່ງ ເຊິ່ງເປັນໄປໃນສ່ວນວິຊຊາ, ຍ່ອມຢັ່ງລົງໃນພາຍໃນຂອງພິກຂຸນັ້ນ, ປຽບເໝືອນມະຫາສະມຸດອັນຜູ້ໃດຜູ້ນຶ່ງ ຖືກຕ້ອງດ້ວຍໃຈແລ້ວ, ແມ່ນນໍ້າສາຍໃດສາຍນຶ່ງ ເຊິ່ງໄຫຼໄປສູ່ສະມຸດ, ຍ່ອມຢັ່ງລົງໃນພາຍໃນຂອງຜູ້ນັ້ນ ເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ທັມຂໍ້ນຶ່ງ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ເປັນໄປເພື່ອຄວາມສັງເວດຫຼາຍ, ເປັນໄປເພື່ອປະໂຫຍດຫຼາຍ, ເປັນໄປເພື່ອຄວາມສະເສມຈາກໂຢຄະຫຼາຍ, ເປັນໄປເພື່ອສະຕິສັມປະຊັນຍະ, ເປັນໄປເພື່ອຍານະທັດສະນະ, ເປັນໄປເພື່ອຢູ່ເປັນສຸກໃນປັດຈຸບັນ, ເປັນໄປເພື່ອເຮັດໃຫ້ແຈ້ງເຊິ່ງຜົລ ຄື ວິຊຊາແລະວິມຸດຕິ.
ພິກຂຸທັງຫຼາຍ ! ທັມຂໍ້ນຶ່ງ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ແມ່ນວ່າກາຍກໍສະຫງົບ ແມ່ນວ່າຈິຕກໍສະຫງົບ, ແມ່ນວ່າວິຕົກວິຈາຣກໍສະຫງົບ, ທັມທີ່ເປັນໄປໃນສ່ວນແຫ່ງວິຊຊາ, ແມ່ນວ່າທັງມວນກຊເຖິງຄວາມຈະເລີນບໍຣິບູນ.
ພິກຂຸທັງຫຼາຍ ! ທັມຂໍ້ນຶ່ງ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ອະກຸສົນທັມທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນບໍ່ໄດ້ເລີຍ, ແລະອະກຸສົນທັມທີ່ເກີດຂຶ້ນແລ້ວຍ່ອມລະເສຍໄດ້.
ພິກຂຸທັງຫຼາຍ ! ທັມຂໍ້ນຶ່ງ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ກຸສົນທັມທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ, ແລະກຸສົນທັມທີ່ເກີດຂຶ້ນແລ້ວຍ່ອມຈະເລິນໄພບູນຍິ່ງ.
ພິກຂຸທັງຫຼາຍ ! ທັມຂໍ້ນຶ່ງ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ຍ່ອມລະອະວິຊຊາໄດ້ ວິຊຊາຍ່ອມເກີດຂຶ້ນ, ຍ່ອມລະອັດສະມິມານະເສີຍໄດ້, ອະນຸໄສຍ່ອມເຖິງຄວາມຮື້ຖອນ, ຍ່ອມລະສັງໂຍຊນ໌ເສຍໄດ້.
ພິກຂຸທັງຫຼາຍ ! ທັມຂໍ້ນຶ່ງ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ຍ່ອມເປັນໄປເພື່ອຄວາມແຕກສານແຫ່ງປັນຍາ, ຍ່ອມເປັນໄປເພື່ອອະນຸປາທາປະຣິນິບພານ.
ພິກຂຸທັງຫຼາຍ ! ທັມຂໍ້ນຶ່ງ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ຍ່ອມມີການແທງຕະຫຼອດເຊິ່ງທາດຫຼວງຫຼາຍ
ຍ່ອມມີການແທງຕະຫຼອດເຊິ່ງທາດຕ່າງໆ, ຍ່ອມມີຄວາມແຕກສານໃນທາດທັງຫຼາຍ.
ພິກຂຸທັງຫຼາຍ ! ທັມຂໍ້ນຶ່ງ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ, ຍ່ອມເປັນໄປເພື່ອເຮັດໂສດາປັດຕິຜົລໃຫ້ແຈ້ງ, ຍ່ອມເປັນໄປເພື່ອເຮັດສະກະທາຄາມິຜົລໃຫ້ແຈ້ງ, ຍ່ອມເປັນໄປເພື່ອເຮັດອະນາຄາມິຜົລໃຫ້ແຈ້ງ, ຍ່ອມເປັນໄປເພື່ອເຮັດອະຣະຫັນຕະຜົລໃຫ້ແຈ້ງ.
ທັມຂໍ້ນຶ່ງ ຄື ອັນໃດ ຄື ກາຢະຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ນຶ່ງ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ.
ຍ່ອມເປັນໄປເພື່ອໄດ້ປັນຍາ [ປັນຍາປະຕິລາພາຢະ]
ຍ່ອມເປັນໄປເພື່ອຄວາມຈະເລີນແຫ່ງປັນຍາ [ປັນຍາວຸດທິຢາ]
ຍ່ອມເປັນໄປເພື່ອຄວາມໄພບູນແຫ່ງປັນຍາ [ປັນຍາເວປຸນລາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໃຫຍ່ [ມະຫາປັນຍະຕາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາແໜ້ນໜາ [ປຸຖຸປັນຍະຕະຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໄພບູນ [ວິປຸລະປັນຍະຕາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເລິກເຊິ່ງ [ຄັມພີຣະປັນຍະຕາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີສາມາດຍິ່ງ [ອະສະມັຕຖະປັນຍະຕາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາພຽງເໝືອນແຜ່ນດິນ [ພູຣິປັນຍະຕາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາຫຼາຍ [ປັນຍາພາຫຸລລາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໄວ [ສີຄະປັນຍະຕາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເບົາ [ລະຫຸປັນຍະຕາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາລ່າເລີງ [ຫາສະປັນຍະຕາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາແຫຼມ [ຊະວະນະປັນຍະຕາຢະ]








