ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ດູຣາພິກຂຸທັງຫຼາຍ ! ການທີ່ພວກເຈົ້າສົນທະນາກັນເລື່ອງດິຣັຈສານກະຖາເປັນອັນຫຼາຍ ຄື ສົນທະນາເລື່ອງພະຣາຊາ ເລື່ອງໂຈນ ຯລຯ ເລື່ອງຄວາມຈະເລີນແລະຄວາມເສື່ອມນີ້ ບໍ່ສົມຄວນແກ່ເຈົ້າທັງຫຼາຍ ຜູ້ເປັນກຸລະບຸດອອກບວດເປັນບັນພະຊິຕດ້ວຍສັດທາເລີຍ.

ດູຣາພິກຂຸທັງຫຼາຍ ! ກະຖາວັດຖຸ 10 ປະການນີ້ 10 ປະການມີຫຍັງແດ່ ?

ອັບປິຈສະກະຖາ ເລື່ອງຄວາມປາຖະນານ້ອຍ

ສັນຕຸດຖິກະຖາ. ເລື່ອງຄວາມສັນໂດດ

ປະເວເວກກະຖາ. ເລື່ອງຄວາມວິເວກ

ອະສັງສັກຄະກະຖາ. ເລື່ອງຄວາມບໍ່ຄຸກຄີດ້ວຍໝູ່ຄະນະ

ວິຣິຍາຣັມພະກະຖາ. ເລື່ອງການປາຣົບຄວາມພຽນ

ສີລະກະຖາ. ເລື່ອງສີລ

ສະມາທິກະຖາ. ເລື່ອງສະມາທິ

ປັນຍາກະຖາ. ເລື່ອງປັນຍາ

ວິມຸຕຕິກະຖາ. ເລື່ອງຄວາມຫຼຸດພົ້ນ

ວິມຸຕຕິຍານະທັດສະນະກະຖາ. ເລື່ອງຍານຫຍັ່ງຮູ້ວ່າຫຼຸດພົ້ນແລ້ວ

ດູຣາພິກຂຸທັງຫຼາຍ ! ກະຖາວັດຖຸ 10 ປະການເປັນຢ່າງນີ້ແລ

ດູຣາພິກຂຸທັງຫຼາຍ ! ຫາກວ່າເຈົ້າທັງຫຼາຍຍຶດຖືເອົາກະຖາວັຕຖຸທັງ 10 ປະການນີ້ແລ້ວ ກ່າວເປັນກະຖາແລ້ວນັ້ນ ເຈົ້າທັງຫຼາຍຈະຄອບງຳເດດແມ່ນແຕ່ຂອງດວງຈັນແລະດວງອາທິດ ຜູ້ມີລິດມີອານຸພາບຫຼາຍແບບນີ້ດ້ວຍເດດໄດ້ ບໍ່ຈຳເປັນຕ້ອງຍກ່າວເຖີງປະຣິພາສົກອັນຍະເດຍຣະຖີທັງຫຼາຍເລີຍ

ດູຣາພິກຂຸທັງຫຼາຍ ! ຖານະທີ່ຄວນສັນລະເສີນ 10 ຢ່າງນີ້ 10 ຢ່າງເປັນແນວໃດ ຄື

ພິກຂຸໃນທັມວິນັຍນີ້ ຕົນເອງເປັນຜູ້ມີຄວາມປາຖະນານ້ອຍ ແລະ ກ່າວກະຖາປາຣົບຄວາມເປັນຜູ້ມີຄວາມປາຖະນານ້ອຍ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ມີຄວາມປາຖະນານ້ອຍ ແລະ ກ່າວກະຖາປາຣົບຄວາມເປັນຜູ້ມີຄວາມປາຖະນານ້ອຍ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ.

ຕົນເອງເປັນຜູ້ສັນໂດດ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສັນໂດດ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ສັນໂດດ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສັນໂດດ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ.

ຕົນເອງເປັນຜູ້ສະຫງັດ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສະຫງັດ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ສະຫງັດ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສະຫງັດ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ.

ຕົນເອງເປັນຜູ້ບໍ່ຄຸກຄີດ້ວຍໝູ່ຄະນະ ແລະ ກ່າວກະຖາປາຣົບຄວາມເປັນຜູ້ບໍ່ຄຸກຄີດ້ວຍໝູ່ຄະນະ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ບໍ່ຄຸກຄີດ້ວຍໝູ່ຄະນະ ແລະ ກ່າວກະຖາປາຣົບຄວາມເປັນຜູ້ບໍ່ຄຸກຄີດ້ວຍໝູ່ຄະນະ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ

ຕົນເອງເປັນຜູ້ປາຣົບຄວາມພຽນ ແລະ ກ່າວກະຖາປາຣົບຄວາມເປັນຜູ້ປາຣົບຄວາມພຽນ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ປາຣົບຄວາມພຽນ ແລະ ກ່າວກະຖາປາຣົບຄວາມເປັນຜູ້ປາຣົບຄວາມພຽນ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ

ຕົນເອງເປັນຜູ້ສົມບູນດ້ວຍສີລ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍສີລ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ສົມບູນດ້ວຍສີລ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍສີລ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ

ຕົນເອງເປັນຜູ້ສົມບູນດ້ວຍສະມາທິ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍສະມາທິ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ສົມບູນດ້ວຍສະມາທິ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍສະມາທິ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ

ຕົນເອງເປັນຜູ້ສົມບູນດ້ວຍປັນຍາ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍປັນຍາ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ສົມບູນດ້ວຍປັນຍາ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍປັນຍາ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ

ຕົນເອງເປັນຜູ້ສົມບູນດ້ວຍວິມຸຕຕິ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍວິມຸຕຕິ ແກ່ພິກຂຸທັງຫຼາຍ ພິກຂຸຜູ້ສົມບູນດ້ວຍວິມຸຕຕິ ແລະ ກ່າວກະຖາປາຣົບຄວາມເປັນຜູ້ສົມບູນດ້ວຍວິມຸຕຕິ ແກ່ພິກຂຸທັງຫຼາຍນີ້ ເປັນຖານະທີ່ຄວນສັນລະເສີນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ