ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ພິກຂຸທັງຫຼາຍ ! ສະໄໝໃດສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ດີແລ້ວ ເປັນທັມມະຊາດບໍ່ລືມຫຼົງ, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນສະຕິສັມໂພຊຊົງຄ໌, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸ, ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່, ຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້, ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ.

[ມີຂໍ້ຄວາມແບບດຽວກັນກັບໝວດກາຍ]

[ໂພຊຊົງຄ໌ 7 ໝວດຈິຕຕານຸປັດສະນາ]

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້ ໃນສະໄໝນັ້ນ, ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ດີແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ.

ພິກຂຸທັງຫຼາຍ ! ສະໄໝໃດສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ດີແລ້ວ ເປັນທັມມະຊາດບໍ່ລືມຫຼົງ, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນສະຕິສັມໂພຊຊົງຄ໌, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸ, ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່, ຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້, ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ.

[ມີຂໍ້ຄວາມແບບດຽວກັນກັບໝວດກາຍ]

[ໂພຊຊົງຄ໌ 7 ໝວດທັມມານຸປັດສະນາ]

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້ ໃນສະໄໝນັ້ນ, ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ດີແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ.

ພິກຂຸທັງຫຼາຍ ! ສະໄໝໃດສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ດີແລ້ວ ເປັນທັມມະຊາດບໍ່ລືມຫຼົງ, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນສະຕິສັມໂພຊຊົງຄ໌, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸ ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່, ຍ່ອມເຮັດການເລືອກ ຍ່ອມເຮັດການໄຈ້, ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ.

[ມີຂໍ້ຄວາມແບບດຽວກັນກັບໝວດກາຍ]

ພິກຂຸທັງຫຼາຍ ! ສະຕິປັຕຖານທັງ 4 ອັນບຸກຄົນຈະເລີນແລ້ວເຊັ່ນນີ້, ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ຈຶ່ງເຮັດໂພຊຊົງຄ໌ 7 ໃຫ້ບໍຣິບູນໄດ້.

ວິຊຊາແລະວິມຸດຕິບໍຣິບູນເພາະໂພຊຊົງຄ໌ບໍຣິບູນ

ພິກຂຸທັງຫຼາຍ ! ໂພຊຊົງຄ໌ 7 ອັນບຸກຄົນຈະເລີນແລ້ວແນວໃດ, ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເຮັດວິຊຊາແລະວິມຸດຕິໃຫ້ບໍຣິບູນໄດ້ ?

ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ຍ່ອມຈະເລີນສະຕິສັມໂພຊຊົງຄ໌, ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣທະ, ອັນນ້ອມໄປເພື່ອໂວດສັກຄະ.

ຍ່ອມຈະເລີນທັມມະວິຈະຢະສັມໂພຊຊົງຄ໌, ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣທະ, ອັນນ້ອມໄປເພື່ອໂວດສັກຄະ.

ຍ່ອມຈະເລີນວິຣິຍະສັມໂພຊຊົງຄ໌, ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣທະ, ອັນນ້ອມໄປເພື່ອໂວດສັກຄະ.

ຍ່ອມຈະເລີນປິຕິສັມໂພຊຊົງຄ໌, ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣທະ, ອັນນ້ອມໄປເພື່ອໂວດສັກຄະ.

ຍ່ອມຈະເລີນປັດສັດທິສັມໂພຊຊົງຄ໌, ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣທະ, ອັນນ້ອມໄປເພື່ອໂວດສັກຄະ.

ຍ່ອມຈະເລີນສະມາທິສັມໂພຊຊົງຄ໌, ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣທະ, ອັນນ້ອມໄປເພື່ອໂວດສັກຄະ.

ຍ່ອມຈະເລີນອຸເປກຂາສັມໂພຊຊົງຄ໌, ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣທະ, ອັນນ້ອມໄປເພື່ອໂວດສັກຄະ.

ພິກຂຸທັງຫຼາຍ ! ໂພຊຊົງຄ໌ 7 ອັນບຸກຄົນຈະເລີນແລ້ວເຊັ່ນນີ້, ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ຊື່ວ່າເຮັດວິຊຊາແລະວິມຸດຕິໃຫ້ບໍຣິບູນໄດ້ ດັ່ງນີ້.

18.ວັດຖຸກະຖາສູຕ

ພຣະໄຕຣປິດົກ ສະບັບຫຼວງ 42.114.69

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ