ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນກາຍໃນກາຍຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້ ໃນສະໄໝນັ້ນ, ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ດີແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ.

ພິກຂຸທັງຫຼາຍ ! ສະໄໝໃດສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ດີແລ້ວ ເປັນທັມມະຊາດບໍ່ລືມຫຼົງ, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນ ພິກຂຸຊື່ວ່າ ຍ່ອມຈະເລີນສະຕິສັມໂພຊຊົງຄ໌, ສະໄໝນັ້ນ ສະຕິສັມໂພຊຊົງຄ໌ຂອງພິກຂຸ, ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

ພິກຂຸນັ້ນ ເມື່ອເປັນຜູ້ມີສະຕິເຊັ່ນນັ້ນຢູ່, ຍ່ອມເຮັດການເລືອກໄຈ້, ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ.

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ມີສະຕິເຊັ່ນນັ້ນຢູ່, ຍ່ອມເຮັດການເລືອກໄຈ້, ຍ່ອມເຮັດການໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ, ສະໄໝນັ້ນ ທັມມະວິຈັຍຢະສັມໂພຊຊົງຄ໌, ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນພິກຂຸຊື່ວ່າ ຍ່ອມຈະເລີນທັມມະວິຈັຍຢະສັມໂພຊຊົງຄ໌, ສະໄໝນັ້ນ ທັມມະວິຈັຍຢະສັມໂພຊຊົງຄ໌ຂອງພິກຂຸ, ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

ພິກຂຸນັ້ນ ເມື່ອເລືອກໄຈ້ໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ, ຄວາມພຽນອັນບໍ່ຢ່ອນຍານ ຊື່ວ່າເປັນອັນພິກຂຸນັ້ນປາຣົບແລ້ວ.

ພິກຂຸທັງຫຼາຍ ! ສະໄໝໃດ ຄວາມພຽນອັນບໍ່ຢ່ອນຍານອັນພິກຂຸຜູ້ເລືອກໄຈ້ ໃຄ່ຄວນເຊິ່ງທັມນັ້ນດ້ວຍປັນຍາ, ສະໄໝນັ້ນ ວິຣິຍະສັມໂພຊຊົງຄ໌, ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນພິກຂຸຊື່ວ່າ ຍ່ອມຈະເລີນວິຣິຍະສັມໂພຊຊົງຄ໌, ສະໄໝນັ້ນ ວິຣິຍະສັມໂພຊຊົງຄ໌ຂອງພິກຂຸ, ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

ພິກຂຸນັ້ນ ເມື່ອມີຄວາມພຽນອັນປາຣົບແລ້ວ ປິຕິອັນເປັນນິຣາມິສກໍເກີດຂຶ້ນ.

ພິກຂຸທັງຫຼາຍ ! ສະໄໝໃດ ປິຕິອັນເປັນນິຣາມິສເກີດຂຶ້ນແກ່ພິກຂຸ, ຜູ້ມີຄວາມພຽນອັນປາຣົບແລ້ວ, ສະໄໝນັ້ນ ປິຕິສັມໂພຊຊົງຄ໌, ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນພິກຂຸຊື່ວ່າ ຍ່ອມຈະເລີນປິຕິສັມໂພຊຊົງຄ໌, ສະໄໝນັ້ນ ປິຕິສັມໂພຊຊົງຄ໌ຂອງພິກຂຸ, ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

ພິກຂຸນັ້ນ ເມື່ອມີໃຈປະກອບດ້ວຍປິຕິ, ແມ່ນກາຍກໍລະງັບ ແມ່ນຈິຕກໍລະງັບ.

ພິກຂຸທັງຫຼາຍ ! ສະໄໝໃດ ທັງກາຍ ທັງຈິຕ ຂອງພິກຂຸຜູ້ມີໃຈປະກອບດ້ວຍປິຕິ ຍ່ອມລະງັບ, ສະໄໝນັ້ນ ປັດທັດທິສັມໂພຊຊົງຄ໌, ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນພິກຂຸຊື່ວ່າ ຍ່ອມຈະເລີນປັດທັດທິສັມໂພຊຊົງຄ໌, ສະໄໝນັ້ນ ປັດທັດທິສັມໂພຊຊົງຄ໌ຂອງພິກຂຸ, ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

ພິກຂຸນັ້ນ ເມື່ອມີກາຍກໍລະງັບແລ້ວ ມີສຸກຢູ່, ຈິຕຍ່ອມຕັ້ງໝັ້ນ.

ພິກຂຸທັງຫຼາຍ ! ສະໄໝໃດ ຈິຕຂອງພິກຂຸຜູ້ມີກາຍລະງັບແລ້ວ, ມີສຸກຢູ່ ຈິຕຍ່ອມຕັ້ງໝັ້ນ, ສະໄໝນັ້ນ ສະມາທິສັມໂພຊຊົງຄ໌, ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນພິກຂຸຊື່ວ່າ ຍ່ອມຈະເລີນສະມາທິສັມໂພຊຊົງຄ໌, ສະໄໝນັ້ນ ສະມາທິສັມໂພຊຊົງຄ໌ຂອງພິກຂຸ, ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

ພິກຂຸນັ້ນ ຍ່ອມເປັນຜູ້ເຂົ້າໄປເພັ່ງສະເພາະເຊິ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນເປັນຢ່າງດີ.

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຂົ້າໄປເພັ່ງສະເພາະເຊິ່ງຈິຕອັນຕັ້ງໝັ້ນແລ້ວເຊັ່ນນັ້ນເປັນຢ່າງດີ, ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌, ກໍເປັນອັນວ່າພິກຂຸນັ້ນປາຣົບແລ້ວ, ສະໄໝນັ້ນພິກຂຸຊື່ວ່າ ຍ່ອມຈະເລີນອຸເປກຂາສັມໂພຊຊົງຄ໌, ສະໄໝນັ້ນ ອຸເປກຂາສັມໂພຊຊົງຄ໌ຂອງພິກຂຸ, ຊື່ວ່າເຖິງຄວາມເຕັມຮອບຂອງການຈະເລີນ.

[ໂພຊຊົງຄ໌ 7 ໝວດເວທະນານຸປັດສະນາ]

ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸເປັນຜູ້ເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້ ໃນສະໄໝນັ້ນ, ສະຕິຂອງພິກຂຸຜູ້ເຂົ້າໄປຕັ້ງໄວ້ດີແລ້ວ ກໍເປັນທັມມະຊາດບໍ່ລືມຫຼົງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ