ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ໕໐໐ ກັບເປັນປະມານອາຍຸຂອງເທວະດາເຫຼົ່າເວຫັບຜະລະ ປຸຖຸຊົນດໍາຣົງຢູ່ໃນຊັ້ນເວຫັບຜະລະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນເວຫັບຜະລະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.
ພິກຂຸທັງຫຼາຍ !
ບຸກຄົນ ໔ ຈໍາພວກນີ້ແລ ມີຢູ່ໃນໂລກ ຫາໄດ້ໃນໂລກ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຜົລຂອງການຈະເຣີນພຣົມມະວິຫາຣ
ແລ້ວເຫັນຄວາມບໍ່ທ່ຽງ ໙໐
- ບາລີ ຈຕຸກ. ອັງ. ໒໑/໑໗໕/໑໒໖.
ພິກຂຸທັງຫຼາຍ !
ບຸກຄົນ ໔ ຈໍາພວກນີ້ແລ ມີຢູ່ໃນໂລກ ຫາໄດ້ໃນໂລກ.
(໑) ບຸກຄົນບາງຄົນໃນໂລກນີ້ ມີຈິຕປະກອບດ້ວຍເມຕຕາ ແຜ່ໄປສູ່ທິດທີໜຶ່ງ ທິດທີສອງ ທີສາມ ທີສີ່ ກໍເໝືອນກັນເຊັ່ນນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍເມຕຕາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດແລ້ວແລຢູ່.
ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານອັນໃດ ມີຢູ່ໃນທັມນັ້ນ ບຸກຄົນນັ້ນພິຈາລະນາເຫັນທັມເຫຼົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄາ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອຟັງ ເປັນຂອງຕ້ອງທໍາລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າສຸດທາວາສ.
ພິກຂຸທັງຫຼາຍ ! ຄວາມອຸບັດນີ້ແລ ບໍ່ທົ່ວໄປກັບປຸຖຸຊົນ.
ພຸດທະວະຈະນະ - ໝວດທັມ
(໒) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ມີຈິຕປະກອບດ້ວຍກະຣຸນາ ... .
(໓) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ມີຈິຕປະກອບດ້ວຍມຸທິຕາ ... .
(໔) ບຸກຄົນບາງຄົນໃນໂລກນີ້ ມີຈິຕປະກອບດ້ວຍອຸເປກຂາ ແຜ່ໄປສູ່ທິດທີໜຶ່ງ ທິດທີສອງ ທີສາມ ທີສີ່ ກໍເໝືອນກັນເຊັ່ນນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍອຸເປກຂາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດແລ້ວແລຢູ່.
ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານອັນໃດ ມີຢູ່ໃນທັມນັ້ນ ບຸກຄົນນັ້ນພິຈາລະນາເຫັນທັມເຫຼົ່ານັ້ນໂດຍຄວາມເປັນຂອງບໍ່ທ່ຽງ ເປັນທຸກຂ໌ ເປັນດັ່ງໂຣຄາ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຂອງທົນໄດ້ຍາກ ເປັນຂອງບຽດບຽນ ເປັນຂອງບໍ່ເຊື່ອຟັງ ເປັນຂອງຕ້ອງທໍາລາຍໄປ ເປັນຂອງວ່າງເປົ່າ ເປັນຂອງບໍ່ແມ່ນຕົວຕົນ ບຸກຄົນນັ້ນເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າສຸດທາວາສ.
ພິກຂຸທັງຫຼາຍ !
ຄວາມອຸບັດນີ້ແລ ບໍ່ທົ່ວໄປກັບປຸຖຸຊົນ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ !
ບຸກຄົນ ໔ ຈໍາພວກນີ້ແລ ມີຢູ່ໃນໂລກ ຫາໄດ້ໃນໂລກ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມແຕກຕ່າງລະຫວ່າງປຸຖຸຊົນ
ກັບອະຣິຍະສາວົກ ຜູ້ໄດ້ອະຣູປະສັນຍາ ໙໑
- ບາລີ ຈຕຸກ. ອັງ. ໒໐/໓໔໓/໑໕໕໖.
ພິກຂຸທັງຫຼາຍ !
ບຸກຄົນ ໓ ຈໍາພວກນີ້ ມີຢູ່ໃນໂລກ ຫາໄດ້ໃນໂລກ.
໓ ຈໍາພວກເປັນແນວໃດໜໍ ? ຄື :-
(໑) ບຸກຄົນບາງຄົນໃນໂລກນີ້ ເພາະກ້າວຜ່ານຣູປະສັນຍາເສຍໄດ້ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາ ເພາະການບໍ່ໃສ່ໃຈຊຶ່ງນານັຕຕະສັນຍາ ຈຶ່ງເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ອາກາດບໍ່ມີທີ່ສຸດ” ດັ່ງນີ້ ແລ້ວແລຢູ່.








