ພົບພູມ
ໜ້າ/ 140
“ທ່ານທຸກຄົນບໍ່ຄວນຂ້າສັຕ ບໍ່ຄວນລັກຊັບທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້ ບໍ່ຄວນປະພຶດຜິດໃນກາມ ບໍ່ຄວນເວົ້າຂີ້ຕົວະ ບໍ່ຄວນດື່ມນ້ຳເມົາ ແລະທ່ານທັງຫຼາຍຈົ່ງປົກຄອງບ້ານເມືອງກັນຕາມສະພາບທີ່ເປັນຈິງເຖີ້ນ”
ບັນດາພຣະຣາຊາທີ່ເປັນປະຕິປັກ ໃນທິດຕາເວັນອອກເຫຼົ່ານັ້ນແລ ໄດ້ກາຍເປັນຜູ້ສະໜັບສະໜູນພຣະເຈົ້າຈັກກະພັດ
ຕໍ່ນັ້ນ ຈັກແກ້ວນັ້ນ ໄດ້ໝູນກິ້ງໄປຮອດມະຫາສະມຸດທິດຕາເວັນອອກແລ້ວ ກັບຕ່າວໝູນກິ້ງໄປທິດໃຕ້...ໝູນກິ້ງໄປຮອດມະຫາສະມຸດທິດໃຕ້ແລ້ວ ກັບຕ່າວໝູນກິ້ງໄປທິດຕາເວັນ ຕົກ...ໝູນກິ້ງໄປຮອດມະຫາສະມຸດດ້ານຕາເວັນຕົກແລ້ວ ກັບຕ່າວໝູນກິ້ງໄປທິດເໜືອ...
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ຄັ້ງນັ້ນແລ ຈັກແກ້ວນັ້ນພິຊິດທົ່ວແຜ່ນດິນມີມະຫາສະມຸດເປັນຂອບເຂດແລ້ວ ກັບມາສູ່ຣາຊະທານີເດີມປະດິດສະຖານຢູ່ເໝືອນຫຼິ້ມຂັດພຣະທະວານ ພາຍໃນພຣະຣາຊະວັງຂອງພຣະເຈົ້າຈັກກະພັດ ເຮັດໃຫ້ງົດງາມຢ່າງໝັ້ນຄົງຢູ່.
ພິກຂຸທັງຫຼາຍ ! ຍ່ອມປາກົດຈັກແກ້ວເຫັນປານນີ້ແກ່ພຣະເຈົ້າຈັກກະພັດ.
(໒) ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພຣະເຈົ້າຈັກກະພັດ ຍ່ອມປາກົດຊ້າງແກ້ວອັນເປັນຊ້າງຫຼວງຊື່ອຸໂປສົດເຜືອກທົ່ວພຣະກາຍາ ມີທີ່ຕັ້ງອະໄວຍະວະທັງເຈັດຖືກຕ້ອງດີ ມີລິດເຫາະໄດ້ ຄັນພຣະເຈົ້າຈັກກະພັດທອດພຣະເນດເຫັນແລ້ວ ຍ່ອມມີພຣະຣາຊະຫະລືໄທຊື່ນຊົມວ່າ “ຈະເປັນຍານຊ້າງທີ່ຈະເຣີນໜໍ ທ້າວມະຫາແກ້ວ ຖ້າສໍາເລັດການຝຶກແອບ” ຕໍ່ນັ້ນ ຊ້າງແກ້ວນັ້ນ ຈຶ່ງສໍາເລັດການຝຶກແອບ ເໝືອນຊ້າງອາຊາໄນໂຕຈະເລີນ ທີ່ຖືກຝຶກຊ້ອມມາດີແລ້ວເປັນເວລາດົນ.
ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວພຣະເຈົ້າຈັກກະພັດເມື່ອທົງທົດລອງຊ້າງແກ້ວນັ້ນ ຈຶ່ງສະເດັດຂຶ້ນຊົງໃນເວລາເຊົ້າ ສະເດັດວຽນຮອບປະຖະພີ ມີມະຫາສະມຸດເປັນຂອບເຂດ ສະເດັດກັບມາຣາຊະທານີເດີມ ທົງສະເຫວີຍພຣະກາຍາຫານເຊົ້າໄດ້ທັນເວລາ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ຍ່ອມປາກົດຊ້າງແກ້ວເຫັນປານນີ້ແກ່ພຣະເຈົ້າຈັກກະພັດ.
(໓) ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພຣະເຈົ້າຈັກກະພັດຍ່ອມປາກົດມ້າແກ້ວອັນເປັນອັດສະວະຣາຊ ຊື່ວະລາຫະກະຂາວປອດ ຫົວດໍາຄືກາ ເສັ້ນຜົມງາມເໝືອນຫຍ້າປ້ອງ ມີລິດເຫາະໄດ້ ຄັນພຣະເຈົ້າຈັກກະພັດທອດພຣະເນດເຫັນແລ້ວ ຍ່ອມມີພຣະຣາຊະຫະລືໄທຊື່ນຊົມວ່າ “ຈະເປັນຍານມ້າທີ່ຈະເລີນໜໍ ທ້າວມະຫາແກ້ວ ຖ້າສໍາເລັດການຝຶກແອບ” ຕໍ່ນັ້ນ ມ້າແກ້ວນັ້ນ ຈຶ່ງສໍາເລັດການຝຶກແອບ ເໝືອນມ້າອາຊາໄນໂຕຈະເຣີນ ທີ່ຖືກຝຶກຊ້ອມມາດີແລ້ວເປັນເວລາດົນ.
ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວ ພຣະເຈົ້າຈັກກະພັດ ເມື່ອຈະທົງທົດລອງມ້າແກ້ວນັ້ນ ຈຶ່ງສະເດັດຂຶ້ນທົງໃນເວລາເຊົ້າ ສະເດັດວຽນຮອບປະຖະພີມີມະຫາສະມຸດເປັນຂອບເຂດ ສະເດັດກັບມາ ຣາຊະທານີເດີມ ທົງສະເຫວີຍພຣະກາຍາຫານເຊົ້າໄດ້ທັນເວລາ.
ພິກຂຸທັງຫຼາຍ ! ຍ່ອມປາກົດມ້າແກ້ວເຫັນປານນີ້ແກ່ພຣະເຈົ້າຈັກກະພັດ.
(໔) ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພຣະເຈົ້າຈັກກະພັດຍ່ອມປາກົດມະນີແກ້ວ ອັນເປັນແກ້ວໄພທູນ ງາມຮຸ່ງເຫຼື້ອມ ແປດຫຼ່ຽມ ອັນເຈຍຣະໄນໄວ້ຢ່າງດີ ມີແສງສະຫວ່າງແຜ່ໄປໂຍຊນ໌ໜຶ່ງໂດຍຮອບ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວ ພຣະເຈົ້າຈັກກະພັດ ເມື່ອຈະທົງທົດລອງມະນີແກ້ວນັ້ນ ຈຶ່ງສັ່ງໃຫ້ຈະຕຸລົງຄິນີເສນາຍົກມະນີແກ້ວຂຶ້ນເປັນຍອດທຸງແລ້ວ ໃຫ້ເຄື່ອນພົນໄປໃນຄວາມມືດມິດຂອງຣາຕຣີ ຊາວບ້ານທີ່ຢູ່ຮອບໆພາກັນປະກອບການງານດ້ວຍແສງສະຫວ່າງນັ້ນ ສໍາຄັນວ່າເປັນກາງເວັນ.
ພິກຂຸທັງຫຼາຍ ! ຍ່ອມປາກົດມະນີແກ້ວເຫັນປານນີ້ແກ່ພຣະເຈົ້າຈັກກະພັດ.








