ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ໜ້າອັດສະຈັນ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບໍ່ເຄີຍມີ ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ກໍານົດໄດ້ວ່າ ບຸກຄົນຄວນໃຫ້ທານ ຄວນເຮັດບຸນຍ໌ ເພາະບຸນຍ໌ເປັນອຸປະກາຣະ ແມ່ນແກ່ເທວະດາ ແມ່ນແກ່ມະນຸດ ແມ່ນແກ່ບັນພະຊິຕ.

ເຊັ່ນນັ້ນ ສຸມະນາ ! ເຊັ່ນນັ້ນ ສຸມະນາ !

ບຸກຄົນຄວນໃຫ້ທານ ຄວນເຮັດບຸນຍ໌ ເພາະບຸນຍ໌ເປັນອຸປະກາຣະແມ່ນແກ່ເທວະດາ ແມ່ນແກ່ມະນຸດ ແມ່ນແກ່ບັນພະຊິຕ.

(ຄາຖາຜະນວກທ້າຍພຣະສູຕ)

ດວງຈັນປາສະຈາກມົນທິນ ລອຍໄປໃນອາກາດຍ່ອມສະຫວ່າງກວ່າໝູ່ດາວທັງປວງໃນໂລກດ້ວຍລັດສະໝີເຊັ່ນໃດ ບຸກຄົນຜູ້ສົມບູນດ້ວຍສີລ ມີສັດທາກໍເຊັ່ນນັ້ນ ຍ່ອມສູງເດັ່ນກວ່າຜູ້ຂີ້ຖີ່ທັງປວງໃນໂລກດ້ວຍຈາຄະ (ການບໍຣິຈາກ)

ເມຄາທິີ່ລອຍໄປຕາມອາກາດ ມີແສງຟ້າມາບແມບ ມີສາຍຕັ້ງຮ້ອຍ ຕົກຫົດແຜ່ນດິນເຕັມບ່ອນຫຼຸບແລະບ່ອນໂນນເຊັ່ນໃດ ສາວົກຂອງພຣະສັມມາສັມພຸດທະເຈົ້າ ຜູ້ສົມບູນດ້ວຍທັດສະນະ ເປັນບັນດິຕກໍເຊັ່ນນັ້ນ ຍ່ອມຂົ່ມຜູ້ຂີ້ຖີ່ໄດ້ດ້ວຍຖານະ ໕ ປະການ ຄື ອາຍຸ ວັນນະ ສຸຂ ຍົດ ແລະປ່ຽມດ້ວຍໂພຄະ ລະໂລກນີ້ໄປແລ້ວ ຍ່ອມບັນເທີງໃຈໃນສະຫວັນ ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ອຸປະມາຄວາມສຸຂເທິງສະຫວັນ ໗໔

- ບາລີ ອຸປຣິ. ມ. ໑໔/໓໒໔-໓໓໓/໔໘໘-໕໐໓.

ພິກຂຸທັງຫຼາຍ ! ບັນດິຕນັັ້ນໆແລ ປະພຶດສຸຈະຣິຕທາງກາຍ ທາງວາຈາ ທາງໃຈ ເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິ ໂລກສະຫວັນ.

ພິກຂຸທັງຫຼາຍ ! ບຸກຄົນເມື່ອຈະກ່າວໃຫ້ຖືກຕ້ອງ ຈົ່ງກ່າວເຖິງສະຫວັນນັ້ນນັ້ນແຫຼະວ່າ ເປັນສະຖານທີ່ທີ່ໜ້າປາຖນາ ໜ້າຮັກໄຄ່ ໜ້າພໍໃຈໂດຍສ່ວນດຽວ.

ພິກຂຸທັງຫຼາຍ ! ພຽງເທົ່ານີ້ແມ່ນວ່າຈະປຽບອຸປະມາເຖິງຄວາມສຸຂໃນສະຫວັນ ກໍບໍ່ແມ່ນງ່າຍແທ້.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອາດປຽບອຸປະມາໄດ້ຫຼືບໍ່?

ພິກຂຸທັງຫຼາຍ ! ອາດປຽບໄດ້

ພິກຂຸທັງຫຼາຍ ! ປຽບເໝືຶອນພະເຈົ້າຈັກກະພັດ ທົງປະກອບດ້ວຍແກ້ວ ໗ ປະການແລະຄວາມສໍາເລັດຜົນ ໔ ຢ່າງ ຈຶ່ງສະເຫວີຍສຸຂໂສມະນັດສະ ອັນມີສິ່ງເຫຼົ່ານັ້ນເປັນເຫດໄດ້.

ພະເຈົ້າຈັກກະພັດທົງປະກອບດ້ວຍແກ້ວ ໗ ປະການເປັນແນວໃດໜໍ ?

ເປີດທັມທີ່ຖືກປົກປິດ : ພົບພູມ

(໑) ພິກຂຸທັງຫຼາຍ ! ພຣະຣາຊາມະຫາກະສັດໃນໂລກນີ້ ຜູ້ທົງໄດ້ມຸນທາພິເສກແລ້ວ ທົງສົງສະລ້າງພຣະສຽນ ທົງຮັກສາອຸໂປສົດໃນດິຖີທີ ໑໕ ຊຶ່ງວັນນັ້ນເປັນວັນອຸໂປສົດ ເມື່ອປະທັບຢູ່ໃນມະຫາຜາສາດຊັ້ນເທິງ ຍ່ອມປາກົດຈັກແກ້ວທິບມີດິ້ວຕັ້ງພັນ ພ້ອມດ້ວຍກົງແລະດຸມ ບໍລິບູນດ້ວຍອາການທຸກເຍື່ອງ ຄັນທອດພຣະເນດແລ້ວ ໄດ້ມີພຣະຣາຊະດໍາຣິດັ່ງນີ້ວ່າ :-

“ກໍເຮົາໄດ້ສະດັບມາດັ່ງນີ້ແລ ພຣະຣາຊາພຣະອົງຄ໌ໃດຜູ້ທົງໄດ້ມຸນທາພິເສກແລ້ວ ທົງສົງສະລ້າງພຣະສຽນທົງຮັກສາອຸໂປສົດໃນດິຖີທີ ໑໕ ຊຶ່ງວັນນັ້ນເປັນວັນອຸໂປສົດ ເມື່ອປະທັບຢູ່ໃນມະຫາຜາສາດຊັ້ນເທິງ ຍ່ອມປາກົດຈັກແກ້ວທິບ ມີດິ້ວຕັ້ງພັນ ພ້ອມດ້ວຍກົງແລະດຸມ ບໍລິບູນດ້ວຍອາການທຸກເຍື່ອງ ພຣະຣາຊານັ້ນຍ່ອມເປັນພະເຈົ້າຈັກກະພັດ ເຮົາເປັນພະເຈົ້າຈັກກະພັດຫຼືບໍ່ໜໍ”

ພິກຂຸທັງຫຼາຍ ! ຕໍ່ນັ້ນພຣະອົງຄ໌ສະເດັດລຸກຈາກຣາຊະອາສະນະ ທົງຈັບພຣະເຕົ້ານໍ້າດ້ວຍພຣະຫັດຊ້າຍ ທົງຫຼັ່ງຫົດຈັກແກ້ວດ້ວຍພຣະຫັດຂວາ ຮັບສັ່ງວ່າ “ຈົ່ງໝູນກິ້ງໄປເຖີ້ນຈັກແກ້ວຜູ້ຈະເຣີນ ຈັກແກ້ວຜູ້ຈະເຣີນຈົ່ງພິຊິດໃຫ້ຍິ່ງເຖີ້ນ”

ລໍາດັບນັ້ນ ຈັກແກ້ວນັັ້ນກໍໝູນກິ້ງໄປທາງທິດຕະເວັນອອກ ພຣະເຈົ້າຈັກກະພັດພ້ອມດ້ວຍຈະຕຸຣົງຄະເສນາແຫ່ຕາມໄປ

ພຸດທະວະຈະນະ - ໝວດທັມ

ຈັກແກ້ວປະດິດສະຖານຢູ່ນະປະເທດໃດ ພຣະເຈົ້າຈັກກະພັດກໍສະເດັດເຂົ້າໄປປະທັບນະປະເທດນັ້ນພ້ອມດ້ວຍຈະຕຸຣົງຄິນີເສນາ

ບັນດາພະຣາຊາທີ່ເປັນປະຕິປັກໃນທິດຕະເວັນອອກ ເຂົ້າມາເຝົ້າພະເຈົ້າຈັກກະພັດແລ້ວ ທູນດັ່ງນີ້ວ່າ “ເຊີນສະເດັດເຖີ້ນມະຫາຣາຊະ ! ພຣະອົງສະເດັດມາດີແລ້ວ ມະຫາຣາຊະ ! ຂ້າແຕ່ມະຫາຣາຊະ ! ແຜ່ນດິນນີ້ເປັນຂອງພຣະອົງຄ໌ ຂໍພຣະອົງຄ໌ຈົ່ງສັ່ງການເຖີ້ນ”

ພຣະເຈົ້າຈັກກະພັດ ຕັດສັ່ງດັ່ງນີ້ວ່າ :-

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ