ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ຜູ້ຈໍາແນກແຈກທານເໝືອນດັ່ງຣືສີແຕ່ຄາວກ່ອນກີ້ ຄື ອັຕຖະກະ ຣືສີ ... ພະຄຸຣືສີ ແຕ່ໃຫ້ທານດ້ວຍຄິດວ່າເມື່ອເຮົາໃຫ້ທານເຊັ່ນນີ້ ຈິຕຈະເຫຼື້ອມໃສ ເກີດຄວາມພູມໃຈແລະໂສມະນັດສະ ເຂົາໃຫ້ທານ ຄື ເຂົ້າ ນ້ຳ ... ແກ່ສະມະນະຫຼືພຣາມ ... ເຂົາໃຫ້ທານນັ້ນແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າປະຣະນິມມິຕະວະສະວັຕຕີ ເຂົາສິ້ນກັມ ສິ້ນລິດ ສິ້ນຍົດ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄື ມາສູ່ຄວາມເປັນເຊັ່ນນີ້.

ສາຣີບຸດ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົນ ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າເມື່ອເຮົາໃຫ້ທານເຊັ່ນນີ້ ຈິຕຈະເຫຼື້ອມໃສ ເກີດຄຄວາມພູມໃຈແລະໂສມະນັດສະ ແຕ່ໃຫ້ ທານເປັນເຄື່ອງປະດັບຈິຕ ປຸງແຕ່ງຈິຕ ເຂົາໃຫ້ທານ ຄື ເຂົ້າ ນ້ຳ ... ແກ່ສະມະນະຫຼືພຣາມ ... ເຂົາໃຫ້ທານນັ້ນແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າພຣົມມະກາຢິກາ ເຂົາສິ້ນກັມ ສິ້ນລິດ ສິ້ນຍົດ ໝົດຄວາມເປັນໃຫຍ່ແລ້ວ ເປັນຜູ້ບໍ່ຕ້ອງກັບມາ ຄື ບໍ່ມາສູ່ຄວາມເປັນເຊັ່ນນີ້.

ສາຣີບຸດ ! ນີ້ແລ ເປັນເຫດ ເປັນປັດຈັຍໃຫ້ທານເຊັ່ນນັ້ນ ທີ່ບຸກຄົນບາງຄົນໃນໂລກນີ້ໃຫ້ແລ້ວ ມີຜົນຫຼາຍ ບໍ່ມີອານິສົງຫຼາຍ ແລະເປັນເຫດ ເປັນປັດຈັຍເຊັ່ນນັ້ນ ທີ່ບຸກຄົນບາງຄົນໃນໂລກນີ້ໃຫ້ແລ້ວ ມີຜົນຫຼາຍ ມີອານິສົງຫຼາຍ.

ພຸດທະວະຈະນະ - ໝວດທັມ

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຜົນຂອງການຕ້ອນຮັບບັນພະຊິຕ

ດ້ວຍວິທີທີ່ຕ່າງກັນ ໖໙

- ບາລີ ສັຕຕກ. ອັງ. ໒໓/໔໐໓/໒໒໓.

ພິກຂຸທັງຫຼາຍ ! ກໍໃນຣາຕຣີນີ້ ເມື່ອປະຖົມມະຍາມຜ່ານໄປແລ້ວ ເທວະດາຈໍານວນຫຼວງຫຼາຍມີຜິວພັນງົດງາມ ສ່ອງວິຫານເຊຕະວັນ ທັງໝົດໃຫ້ສະຫວ່າງແຈ້ງ ເຂົ້າມາຫາເຮົາເຖິງບ່ອນຢູ່ ໄຫວ້ເຮົາແລ້ວຢືນຢູ່ນະທີ່ຄວນສ່ວນເບື້ອງໜຶ່ງ ຄັນແລ້ວໄດ້ກ່າວກັບເຮົາວ່າ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບັນພະຊິຕທັງຫຼາຍ ເຂົ້າມາຍັງເຮືອນຂອງພວກຂ້ານ້ອຍທັງຫຼາຍ ເມື່ອເປັນມະນຸດຢູ່ໃນກາລກ່ອນ ພວກຂ້ານ້ອຍຕອນນັ້ນ ລຸກຮັບ ແຕ່ບໍ່ຂາບໄຫວ້ ພວກຂ້ານ້ອຍຍາມນັ້ນ ມີການງານຍັງບໍ່ບໍຣິບູນ ມີຄວາມກິນ ແໜງແຄງໃຈ ມີຄວາມເດືອດຮ້ອນຕາມໃນພາຍຫຼັງ ເຂົ້າເຖິງໝູ່ເທວະດາຊັ້ນຕໍ່າ”.

ພິກຂຸທັງຫຼາຍ ! ເທວະດາອີກພວກໜຶ່ງຈໍານວນຫຼາຍ ເຂົ້າມາຫາເຮົາແລ້ວໄດ້ກ່າວວ່າ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ບັນພະຊິຕທັງຫຼາຍເຂົ້າມາຍັງເຮືອນຂອງພວກຂ້ານ້ອຍທັງຫຼາຍ ເມື່ອເປັນມະນຸດຢູ່ໃນກາລກ່ອນ ພວກຂ້ານ້ອຍຕອນນັ້ນ ລຸກຮັບ ຂາບໄຫວ້ ແຕ່ບໍ່ໃຫ້ອາສະນະ ພວກຂ້ານ້ອຍຍາມນັ້ນ ມີການງານບໍ່ບໍຣິບູນ ມີຄວາມກິນແໜງແຄງໃຈ ມີຄວາມເດືອດຮ້ອນຕາມໃນພາຍຫຼັງ ເຂົ້າເຖິງໝູ່ເທວະດາຊັ້ນຕ່ຳ”.

ພຸດທະວະຈະນະ - ໝວດທັມ

“...ພວກຂ້ານ້ອຍຕອນນັ້ນ ລຸກຮັບ ຂາບໄຫວ້ ແລະໃຫ້ອາສະນະ ແຕ່ບໍ່ແບ່ງຂອງໃຫ້ຕາມສາມາດ ຕາມກໍາລັງ ...”.

“...ພວກຂ້ານ້ອຍຕອນນັ້ນ ລຸກຮັບ ຂາບໄຫວ້ ໃຫ້ອາສະນະ ແລະແບ່ງປັນຂອງໃຫ້ຕາມສາມາດ ຕາມກໍາລັງ ແຕ່ບໍ່ເຂົ້າໄປນັ່ງໃກ້ເພື່ອຟັງທັມ ...”.

“...ພວກຂ້ານ້ອຍຕອນນັ້ນ ລຸກຮັບ ຂາບໄຫວ້ ໃຫ້ອາສະນະ ແບ່ງປັນຂອງໃຫ້ຕາມສາມາດ ຕາມກໍາລັງ ແລະເຂົ້າໄປນັ່ງໃກ້ເພື່ອຟັງທັມ ແຕ່ບໍ່ງ່ຽງໂສຕະລົງຟັງທັມ ...”.

“...ພວກຂ້ານ້ອຍຕອນນັ້ນ ລຸກຮັບ ຂາບໄຫວ້ ໃຫ້ອາສະນະ ແບ່ງປັນຂອງໃຫ້ຕາມສາມາດ ຕາມກໍາລັງ ເຂົ້າໄປນັ່ງໃກ້ເພື່ອຟັງທັມ ແລະ ງ່ຽງໂສຕະລົງຟັງທັມ ແຕ່ຟັງແລ້ວ ບໍ່ຊົງຈໍາທັມໄວ້ ...”.

“...ພວກຂ້ານ້ອຍຕອນນັ້ນ ລຸກຮັບ ຂາບໄຫວ້ ໃຫ້ອາສະນະ ແບ່ງປັນຂອງໃຫ້ຕາມສາມາດ ຕາມກໍາລັງ ເຂົ້າໄປນັ່ງໃກ້ເພື່ອຟັງທັມ ງ່ຽງໂສຕະລົງຟັງທັມ ແລະຟັງແລ້ວຊົງຈໍາທັມໄວ້ ແຕ່ບໍ່ພິຈາຣະນາໃຈຄວາມແຫ່ງທັມທີ່ຊົງຈໍາໄວ້ ...”.

“...ພວກຂ້ານ້ອຍຕອນນັ້ນ ລຸກຮັບ ຂາບໄຫວ້ ໃຫ້ອາສະນະ ແບ່ງປັນຂອງໃຫ້ຕາມສາມາດ ຕາມກໍາລັງ ເຂົ້າໄປນັ່ງໃກ້ເພື່ອຟັງທັມ ງ່ຽງໂສຕະລົງຟັງທັມ ຟັງແລ້ວຊົງຈໍາທັມໄວ້ ແລະພິຈາຣະນາໃຈຄວາມແຫ່ງທັມທີ່ຊົງຈໍາໄວ້ ແຕ່ບໍ່ຮູ້ທົ່ວເຖິງອັຕຖະ ບໍ່ຮູ້ທົ່ວເຖິງທັມ ແລະບໍ່ໄດ້ປະຕິບັດທັມສົມຄວນແກ່ທັມ

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ