ພົບພູມ
ໜ້າ/ 140
ສະໄໝໃດ ຣາຊາ (ຜູ້ປົກຄອງ) ທັງຫຼາຍ ບໍ່ຕັ້ງຢູ່ໃນທັມ ສະໄໝນັ້ນ ຣາຊະຍຸຕ (ຂ້າຣາຊະການ) ທັງຫຼາຍ ກໍບໍ່ຕັ້ງຢູ່ໃນທັມ
ເມື່ອ ຣາຊະຍຸຕທັງຫຼາຍ ບໍ່ຕັ້ງຢູ່ໃນທັມ ພຣາມແລະຄະຫະບໍດີທັງຫຼາຍ ກໍບໍ່ຕັ້ງຢູ່ໃນທັມ
ເມື່ອ ພຣາມແລະຄະຫະບໍດີທັງຫຼາຍ ບໍ່ຕັ້ງຢູ່ໃນທັມ ຊາວເມືອງແລະຊາວຊົນນະບົດທັງຫຼາຍ ກໍບໍ່ຕັ້ງຢູ່ໃນທັມ
ເມື່ອ ຊາວເມືອງແລະຊາວຊົນນະບົດທັງຫຼາຍ ບໍ່ຕັ້ງຢູ່ໃນທັມ ດວງຈັນແລະດວງອາທິດ ກໍມີປະຣິວັຕ (ການເຄື່ອນທີ່ໝູນ ວຽນ) ບໍ່ສະໝໍ່າສະເໝີ
ເມື່ອ ດວງຈັນແລະດວງອາທິດ ມີປະຣິວັຕບໍ່ສະໝໍ່າສະເໝີ ດາວເຄາະແລະດາວທັງຫຼາຍ ກໍມີປະຣິວັຕບໍ່ສະໝໍ່າສະເໝີ
ເມື່ອ ດາວເຄາະແລະດາວທັງຫຼາຍ ມີປະຣິວັຕບໍ່ສະໝໍ່າສະເໝີ ຄືນແລະເວັນ ກໍມີປະຣິວັຕບບໍ່ສະໝ່ຳສະເໝີ
ເມື່ອ ຄືນແລະເວັນ ມີປະຣິວັຕບໍ່ສະໝໍ່າສະເໝີ ເດືອນແລະເຄິ່ງເດືອນ ກໍມີປະຣິວັຕບໍ່ສະໝໍ່າສະເໝີ
ເປີດທັມທີ່ຖືກປົກປິດ : ພົບພູມ
ເມື່ອ ເດືອນແລະເຄິ່ງເດືອນ ມີປະຣິວັຕບໍ່ສະໝໍ່າສະເໝີ ລະດູແລະປີ ກໍມີປະຣິວັຕບໍ່ສະໝໍ່າສະເໝີ
ເມື່ອ ລະດູແລະປີ ມີປະຣິວັຕບໍ່ສະໝໍ່າສະເໝີ ລົມ (ທຸກຊະນິດ) ກໍພັດໄປບໍ່ສະໝໍ່າສະເໝີ
ເມື່ອ ລົມ (ທຸກຊະນິດ) ພັດໄປບໍ່ສະໝໍ່າສະເໝີ ປັນຊະສາ (ລະບົບແຫ່ງທິດທາງລົມອັນຖືກຕ້ອງ) ກໍຜັນແປ
ເມື່ອ ປັນຊະສາ ຜັນແປ ເທວະດາທັງຫຼາຍ ກໍປັ່ນປ່ວນ
ເມື່ອ ເທວະດາທັງຫຼາຍ ປັ່ນປ່ວນ ຝົນກໍຕົກລົງມາຢ່າງບໍ່ເໝາະສົມ
ເມື່ອ ຝົນຕົກ ລົງມາຢ່າງບໍ່ເໝາະສົມ ພືດພັນເຂົ້າທັງຫຼາຍ ກໍແກ່ແລະສຸກບໍ່ສະໝ່ຳສະເໝີ
ພິກຂຸທັງຫຼາຍ ! ເມື່ອມະນຸດທັງຫຼາຍ ບໍຣິໂພກພືດພັນເຂົ້າທັງຫຼາຍ ອັນມີຄວາມແກ່ແລະສຸກບໍ່ສະໝ່ຳສະເໝີ ກໍກາຍ ເປັນຜູ້ມີອາຍຸສັ້ນ ຜິວພັນຂີ້ເລ່ ທຸບພະລະພາບ ແລະມີໂຣຄພັຍໄຂ້ເຈັບຫຼາຍ.
(ຂໍ້ຄວາມຕໍ່ໄປນີ້ ໄດ້ຕຣັດເຖິງພາວະເຫດການທີ່ກົງກັນຂ້າມຜູ້ສຶກສາຈົ່ງຮັບຮູ້ໂດຍນັຍກົງກັນຂ້າມ ຈົນຕະຫຼອດສາຍ)
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດທີ່ເຮັດໃຫ້ມະນຸດຈໍານວນຫຼຸດລົງ ໖໑
- ບາລີ ເອກ. ອັງ. ໒໐/໒໐໓/໔໙໖.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂ້ານ້ອຍໄດ້ສະດັບມາຕໍ່ບຸຣະພະພຣາມ ຜູ້ເຖົ້າຜູ້ແກ່ ຜູ້ເປັນອາຈາຣຍ໌ ແລະປາຈາຣຍ໌ ກ່າວໄວ້ວ່າ ໄດ້ຍິນວ່າ ແຕ່ກ່ອນໂລກນີ້ ຍ່ອມໜາແໜ້ນດ້ວຍໝູ່ມະນຸດເໝືອນອະເວຈີ ບ້ານ ເມືອງ ຊົນນະບົດ ແລະຣາຊະທານີ ມີທຸກໄລຍະໄກ່ບິນຕົກ ດັ່ງນີ້.
ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດໜໍເປັນເຫດ ເປັນປັດຈັຍ ເຄື່ອງເຮັດໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ແມ່ນບ້ານກໍບໍ່ເປັນບ້ານ ແມ່ນເມືອງກໍບໍ່ເປັນເມືອງ ແມ່ນນະຄອນກໍບໍ່ເປັນນະຄອນ ແມ່ນຊົນນະບົດກໍບໍ່ເປັນຊົນນະບົດ ?
ພຣາມ ! ທຸກວັນນີ້ ມະນຸດກໍາໜັດແລ້ວດ້ວຍຄວາມກໍາໜັດຜິດທັມ ຖືກຄວາມໂລບຢ່າງຮຸນແຮງຄອບງໍາ ປະກອບດ້ວຍມິດສາທັມ ມະນຸດເຫຼົ່ານັ້ນກໍາໜັດແລ້ວດ້ວຍຄວາມກໍາໜັດຜິດທັມ ຖືກຄວາມໂລບຢ່າງຮຸນແຮງຄອບງໍາ ປະກອບດ້ວຍມິດສາທັມ ຕ່າງກໍໃຊ້ສັດຕຣາອັນຄົມ ເຂົ້າຂ້າຟັນກັນແລະກັນ ເພາະສະນັ້ນມະນຸດຈຶ່ງລົ້ມຕາຍເສຍຢ່າງຫຼວງຫຼາຍ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພຣາມ ! ແມ່ນວ່າຂໍ້ນີ້ກໍເປັນເຫດ ເປັນປັດຈັຍ ເຄື່ອງເຮັດໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ແມ່ນບ້ານ
ກໍບໍ່ເປັນບ້ານ ແມ່ນເມືອງກໍບໍ່ເປັນເມືອງ ແມ່ນນະຄອນກໍບໍ່ເປັນນະຄອນ ແມ່ນຊົນນະບົດກໍບໍ່ເປັນຊົນນະບົດ.
ພຣາມ ! ອີກແນວໜຶ່ງ ທຸກວັນນີ້ ມະນຸດກໍາໜັດແລ້ວດ້ວຍຄວາມກໍາໜັດຜິດທັມ ຖືກຄວາມໂລບຢ່າງຮຸນແຮງຄອບງໍາ ປະກອບດ້ວຍມິດສາທັມ ເມື່ອມະນຸດເຫຼົ່ານັ້ນກໍາໜັດແລ້ວ ດ້ວຍຄວາມກໍາໜັດຜິດທັມ ຖືກຄວາມໂລບຢ່າງຮຸນແຮງຄອນງໍາ ປະກອບດ້ວຍມິດສາທັມ ຝົນກໍບໍ່ຕົກຖືກຕ້ອງຕາມລະດູກາລ ສະນັ້ນຈຶ່ງເກີດທຸບພິກຂະພັຍ ຕົ້ນເຂົ້າເສຍຫາຍ ເປັນເພ້ຽ ບໍ່ໃຫ້ຜົນ ເພາະເຫດນັ້ນມະນຸດຈຶ່ງລົ້ມຕາຍເສຍຢ່າງຫຼວງຫຼາຍ.
ພຣາມ ! ແມ່ນວ່າຂໍ້ນີ້ ກໍເປັນເຫດ ເປັນປັດຈັຍ ເຄື່ອງເຮັດໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ແມ່ນບ້ານກໍບໍ່ເປັນບ້ານ ແມ່ນເມືອງກໍບໍ່ເປັນເມືອງ ແມ່ນນະຄອນກໍບໍ່ເປັນນະຄອນ ແມ່ນຊົນນະບົດກໍບໍ່ເປັນຊົນນະບົດ.
ພຸດທະວະຈະນະ - ໝວດທັມ








