ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ວາເສດຖະແລະພາຣະທະວາຊະ ຄັ້ງນັ້ນແລ ສັຕຜູ້ໜຶ່ງເປັນຄົນຂີ້ໂລບ ສະຫງວນສ່ວນຂອງຕົນໄວ້ ໄປເກັບເອົາສ່ວນອື່ນທີ່ເຂົາບໍ່ໄດ້ໃຫ້ມາບໍລິໂພກ ສັຕເຫຼົ່ານັ້ນຈຶ່ງຊ່ວຍກັນຈັບສັຕຜູ້ນັ້ນ ຄັນແລ້ວໄດ້ຕັກເຕືອນແນວນີ້ວ່າ “ແນະສັຕຜູ້ຈະເລີນ ກໍທ່ານເຮັດກັມຊົ່ວຮ້າຍຫຼາຍ

ເປີດທັມທີ່ຖືກປົກປິດ : ພົບພູມ

ທີ່ສະຫງວນສ່ວນຂອງຕົນໄວ້ ໄປເກັບເອົາສ່ວນອື່ນທີ່ເຂົາບໍ່ໄດ້ໃຫ້ ມາບໍລິໂພກ ທ່ານຢ່າໄດ້ເຮັດກັມຊົ່ວຮ້າຍ ເຫັນປານນີ້ອີກເລີຍ” ສັຕຜູ້ນັ້ນໄດ້ຮັບຄໍາຂອງສັຕເຫຼົ່ານັ້ນແລ້ວ

ແມ່ນວ່າຄັ້ງທີ ໒ ສັຕຜູ້ນັ້ນກໍຍັງຂືນເຮັດຄືເກົ່າ ແລະຮັບຄໍາສັຕທັງຫຼາຍວ່າຈະບໍ່ເຮັດອີກ ແມ່ນວ່າຄັ້ງທີ ໓ ສັຕຜູ້ນັ້ນກໍຍັງຂືນເຮັດຄືເກົ່າອີກ ສັຕທັງຫຼາຍຈຶ່ງຊ່ວຍກັນຈັບສັຕຜູ້ນັ້ນ ຄັນແລ້ວໄດ້ຕັກເຕືອນວ່າ “ແນະສັຕຜູ້ຈະເລີນ ທ່ານເຮັດກັມອັນຊົ່ວຮ້າຍຫຼາຍ ທີ່ສະຫງວນສ່ວນຂອງຕົນໄວ້ ໄປເກັບເອົາສ່ວນທີ່ເຂົາບໍ່ໄດ້ໃຫ້ ມາບໍລິໂພກ ທ່ານຢ່າໄດ້ເຮັດກັມອັນຊົ່ວຮ້າຍເຫັນປານນີ້ອີກເລີຍ” ສັຕພວກໜຶ່ງ ປະຫານດ້ວຍຝ່າມືແດ່ ສັຕພວກໜຶ່ງປະຫານດ້ວຍກ້ອນດິນແດ່ ພວກໜຶ່ງປະຫານດ້ວຍທ່ອນໄມ້ແດ່ ໃນເພາະມີເຫດເຊັ່ນນີ້ເປັນຕົ້ນມາ ການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ຈຶ່ງປາກົດ ການຕິຕຽນຈຶ່ງປາກົດ ການເວົ້າຕົວະຈຶ່ງປາກົດ ການຖືທ່ອນໄມ້ຈຶ່ງປາກົດ

ຄັ້ງນັ້ນແລ ພວກສັຕທີ່ເປັນໃຫຍ່ຈຶ່ງປະຊຸມກັນ ຄັນແລ້ວຕ່າງກໍປັບທຸກຂ໌ກັນວ່າ “ທ່ານຜູ້ຈະເລີນເອີຍ ການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ຈະປາກົດ ການຕິຕຽນຈະປາກົດ ການເວົ້າຕົວະຈະປາກົດ ການຖືທ່ອນໄມ້ຈະປາກົດ ໃນເພາະອະກຸສົລທັມອັນເປັນບາບເຫຼົ່າໃດ ອະກຸສົລທັມອັນເປັນບາບເຫຼົ່ານັ້ນ ເກີດຂຶ້ນແລ້ວໃນສັຕທັງຫຼາຍ ຢ່າເສຍເວລາເລີຍ

ພຸດທະວະຈະນະ - ໝວດທັມ

ພວກເຮົາຈະສົມມຸດ (ແຕ່ງຕັ້ງ) ສັຕຜູ້ໜຶ່ງໃຫ້ເປັນຜູ້ວ່າກ່າວຜູ້ທີ່ຄວນວ່າກ່າວ ໃຫ້ເປັນຜູ້ຕິຕຽນຜູ້ທີ່ຄວນຕິຕຽນ ໃຫ້ເປັນຜູ້ຂັບໄລ່ຜູ້ທີ່ຄວນຂັບໄລ່ໂດຍຊອບ ສ່ວນພວກເຮົາຈະແບ່ງສ່ວນເຂົ້າສາລີໃຫ້ແກ່ຜູ້ນັ້ນ” ດັ່ງນີ້ ຄັນແລ້ວ ສັຕເຫຼົ່ານັ້ນພາກັນເຂົ້າໄປຫາສັຕທີ່ຈົບງາມກວ່າ ໜ້າເບິ່ງໜ້າຊື່ນຊົມກວ່າ ໜ້າເຫຼື້ອມໃສກວ່າ ແລະໜ້າຢໍາເກງກວ່າ ແລ້ວຈຶ່ງແຈ້ງເລື່ອງນີ້ວ່າ “ມາເຖີ້ນທ່ານຜູ້ຈະເລີນ ຂໍທ່ານຈົ່ງວ່າກ່າວຜູ້ທີ່ຄວນວ່າກ່າວ ຈົ່ງຕິຕຽນຜູ້ທີ່ຄວນຕິຕຽນ ຈົ່ງຂັບໄລ່ຜູ້ທີ່ຄວນຂັບໄລ່ໂດຍຊອບເຖີ້ນ ສ່ວນພວກຂ້າພະເຈົ້າຈະແບ່ງສ່ວນເຂົ້າສາລີໃຫ້ແກ່ທ່ານ”

ສັຕຜູ້ນັ້ນ ຮັບຄໍາແລ້ວ ຈຶ່ງວ່າກ່າວຜູ້ທີ່ຄວນວ່າກ່າວ ຕິຕຽນຜູ້ທີ່ຄວນຕິຕຽນ ຂັບໄລ່ຜູ້ທີ່ຄວນຂັບໄລ່ໂດຍຊອບ ສ່ວນສັຕເຫຼົ່ານັ້ນກໍແບ່ງສ່ວນເຂົ້າສາລີໃຫ້ແກ່ສັຕທີ່ເປັນຫົວໜ້ານັ້ນເພາະເຫດຜູ້ທີ່ເປັນຫົວໜ້າ ອັນມະຫາຊົນສົມມຸດ (ແຕ່ງຕັ້ງ) ນັ້ນ ອັກຂະຣະວ່າ ມະຫາຊົນສົມມຸດ ມະຫາຊົນສົມມຸດ (ມະຫາສັມມະຕະ) ຈຶ່ງເກີດຂຶ້ນເປັນອັນດັບຕົ້ນ ເພາະເຫດຜູ້ທີ່ເປັນຫົວໜ້າ ເປັນໃຫຍ່ຍິ່ງ ແຫ່ງເຂດທັງຫຼາຍນັ້ນ ອັກຂະຣະວ່າ ກະສັດ ກະສັດ (ຂັຕຕິຢະ) ຈຶ່ງເກີດຂຶ້ນເປັນອັນດັບທີ ໒ ເພາະເຫດທີ່ຜູ້ເປັນຫົວໜ້າ ຍັງຊົນເຫຼົ່າອື່ນໃຫ້ສຸຂໃຈໄດ້ໂດຍທັມ ອັກຂະຣະວ່າ ຣາຊາ ຣາຊາ (ຣາຊະ) ຈຶ່ງບັງເກີດຂຶ້ນເປັນອັນດັບທີ ໓

ເປີດທັມທີ່ຖືກປົກປິດ : ພົບພູມ

ດ້ວຍເຫດດັ່ງກ່າວມານີ້ ການບັງເກີດຂຶ້ນແຫ່ງພວກກະສັດນັ້ນຈຶ່ງມີຂຶ້ນໄດ້ ເພາະອັກຂະຣະທີ່ຮູ້ກັນວ່າເປັນຂອງດີ ເປັນຂອງ ບູຮານເຊັ່ນນີ້ ເລື່ອງຂອງສັຕເຫຼົ່ານັ້ນ ຈະຕ່າງກັນຫຼືຈະຄືກັນ ຈະບໍ່ຕ່າງກັນຫຼືບໍ່ຄືກັນ ກໍດ້ວຍທັມເທົ່ານັ້ນ ບໍ່ມີນອກໄປຈາກທັມ ຄວາມຈິງ ທັມເທົ່ານັ້ນເປັນຂອງປະເສີດສຸດໃນໝູ່ມະຫາຊົນ ທັງ ໃນປັດຈຸບັນ (ທິດຖະທັມ) ແລະພາຍໜ້າ (ອະພິສັມປະຣາຢະ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ