ພົບພູມ
ໜ້າ/ 140
ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌
ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌
ອະຣິຍະສັຈຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ
ທຸກຂ໌ ເປັນເຊັ່ນນີ້
ເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້
ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້
ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້ ດັ່ງນີ້.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຝຸ່ນໜ້ອຍໜຶ່ງທີ່ເຮົາຕັກຂຶ້ນດ້ວຍປາຍເລັບມືນີ້ ກັບມະຫາປະຖະພີນັ້ນ ຝ່າຍໃດຈະຫຼາຍກວ່າກັນ ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ຫຼາຍກວ່າ ຝຸ່ນໜ້ອຍໜຶ່ງ ທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂານີ້ ເປັນຂອງມີປະມານໜ້ອຍ ຝຸ່ນນັ້ນເມື່ອນໍາເຂົ້າໄປທຽບກັບມະຫາປະຖະພີ ຍ່ອມບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນແຕ່ສ່ວນສ້ຽວ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ ສັຕທີ່ຈຸຕິຈາກເດຣັດສານໄປແລ້ວ ຈະກັບໄປເກີດໃນໝູ່ເທວະດາມີໜ້ອຍ ໂດຍທີ່ແທ້ ສັຕທີ່ຈຸຕິຈາກເດຣັດສານໄປແລ້ວ ກັບໄປເກີດໃນນະຣົກ ກໍາເນີດເດຣັດສານ ເປຕວິສັຍ ມີຫຼາຍກວ່າໂດຍແທ້.
ຂໍ້ນັ້ນເພາະເຫດໃດ ?
ພິກຂຸທັງຫຼາຍ !
ຂໍ້ນັ້ນເພາະຄວາມທີ່ສັຕເຫຼົ່ານັ້ນ ບໍ່ເຫັນອະຣິຍະສັຈທັງສີ່.
ອະຣິຍະສັຈສີ່ ແນວໃດໜໍ ? ສີ່ຢ່າງຄື
ອະຣິຍະສັຈຄືທຸກຂ໌
ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌
ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌
ອະຣິຍະສັຈຄືທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ
ທຸກຂ໌ ເປັນເຊັ່ນນີ້
ເຫດເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້
ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້
ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້ ດັ່ງນີ້.
ເປຕະວິສະຢະ
=
ເປຕະວິສັຍ
(ເປຕວິໄສ, ຜີເຜດ)
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເປຕະວິສະຢະ (ເປຕະວິໄສ) ໔໓
- ບາລີ ມຫາວິ. ວິ. ໑/໒໑໐/໒໙໕.
໑. ອັດຖິສັງຂະລິກະເປຕະ
ທ່ານພຣະໂມກຄັນລານະກ່າວວ່າ
ອາວຸໂສ ! ຂ້ານ້ອຍລົງຈາກຄິຊຊະກູດບັນພົດ ເຂດພຣະນະຄອນຣາຊະຄຶ ໄດ້ເຫັນອັດຖິສັງຂະລິກະເປຕະ ມີແຕ່ຮ່າງກະດູກ ລອຍໄປໃນເວຫາ ຝູງແຮ້ງ ຕອດສັບໂດຍແຮງ ຍາດແຍ້ງຕາມຫວ່າງໂຄງກະດູກ ກະຝຶດຊຶ່ງເປຕະນັ້ນຢູ່ໄປມາ ເປຕະນັ້ນຮໍ່າໄຫ້ຮ້ອງຄາງ.
ອາວຸໂສ ! ຂ້ານ້ອຍນັ້ນໄດ້ຄິດເຊັ່ນນີ້ວ່າ ໜ້າອັດສະຈັນແທ້ໜໍ ເປັນຕາງຶດແທ້ໜໍ ທີ່ສັຕແມ່ນວ່າເຫັນປານນີ້ ຍັກແມ່ນວ່່າເຫັນປານນີ້ ເປຕະແມ່ນວ່າເຫັນປານນີ້ ການໄດ້ອັຕຕະພາບແມ່ນວ່າເຫັນປານນີ້ ກໍມີຢູ່.
ພິກຂຸທັງຫຼາຍ ! ພາກັນເພັ່ງໂທດ ຕິຕຽນ ຈົ່ມໃຫ້ວ່າ ທ່ານພຣະໂມກຄັນລະນະ ອວດອຸດຕະຣິມະນຸສະທັມ.
ເປີດທັມທີ່ຖືກປົກປິດ : ພົບພູມ
ຄັ້ງນັ້ັນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ສາວົກທັງຫຼາຍຍ່ອມເປັນຜູ້ມີຈັກຂຸຢູ່ ຍ່ອມເປັນຜູ້ມີຍານຢູ່ ເພາະສາວົກໄດ້ຮູ້ໄດ້ເຫັນ ຫຼືໄດ້ເຮັດສັຕ ເຊັ່ນນີ້ ໃຫ້ເປັນພະຍານແລ້ວ.
ພິກຂຸທັງຫຼາຍ ! ເມື່ອກາລກ່ອນເຮົາກໍໄດ້ເຫັນສັຕນັ້ນ ແຕ່ເຮົາບໍ່ໄດ້ພະຍາກອນ ຖ້າເຮົາພະຍາກອນສັຕນັ້ນແລະຄົນອື່ນບໍ່ເຊື່ອເຮົາ ຂໍ້ນັ້ນກໍຈະຍ່ອມເປັນໄປເພື່ອບໍ່ເປັນປະໂຍຊນ໌ເກື້ອກູນ ເພື່ອທຸກຂ໌ແກ່ເຂົາເຫຼົ່ານັ້ນຊົ່ວສິ້ນກາລະນານ.
ພິກຂຸທັງຫຼາຍ ! ສັຕນັ້ນເຄີຍເປັນຄົນຂ້າງົວຢູ່ໃນພຣະນະຄອນຣາຊະຄຶນີ້ເອງ ດ້ວຍວິບາກແຫ່ງກັມນັ້ນ ເຂົາໝົກໄໝ້ຢູ່ໃນນະຣົກຫຼາຍປີ ຫຼາຍຮ້ອຽປີ ຫຼາຍພັນປີ ຫຼາຍແສນປີ ແລ້ວໄດ້ປະສົບອັຕຕະພາບເຊັ່ນນີ້ ດ້ວຍວິບາກແຫ່ງກັມນັ້ນແຫຼະ ທີ່ຍັງເປັນສ່ວນເຫຼືອຢູ່.
ພິກຂຸທັງຫຼາຍ ! ໂມກຄັນລານະກ່າວຄໍາຈິງ
ໂມກຄັນລານະບໍ່ຕ້ອງອາບັດ.
.... .... .... ....
ພຸດທະວະຈະນະ - ໝວດທັມ
໒. ມັງສະເປສິເປຕະ








