ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ອະບາຍກໍກວ້າງໃຫຍ່ເຊັ່ນນັ້ນເໝືອນກັນ. ຈາກອະບາຍທີ່ກວ້າງໃຫຍ່ເຊັ່ນນັ້ນ ກໍມີທິດຖິສັມປັນນະບຸກຄົນ ຫຼຸດພົ້ນອອກມາໄດ້ ເຂົາຮູ້ຕາມເປັນຈິງ ວ່າ “ນີ້ທຸກຂ໌, ນີ້ເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້.

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້

ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ

“ທຸກຂ໌ເປັນເຊັ່ນນີ້,

ເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້,

ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້,

ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ການກັກຂັງທີ່ໂຫດຮ້າຍເຈັບປວດ ໔໑

- ບາລີ ສັກກ. ອັງ. ໒໒/໓໙໓/໓໑໖.

ພິກຂຸທັງຫຼາຍ ! ຄວາມບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ບໍ່ມີວິຣິຢະ ບໍ່ມີປັນຍາໃນກຸສົລທັມ ມີຢູ່ແກ່ຜູ້ໃດ ເຮົາກ່າວບຸກຄົນຜູ້ນັ້ນ ວ່າເປັນ ຄົນຈົນເຂັນໃຈ ໄຮ້ຊັບສົມບັດ ໃນອະຣິຍະວິນັຍ.

ພິກຂຸທັງຫຼາຍ ! ຄົນຈົນຊະນິດນັ້ນ ເມື່ອບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ບໍ່ມີວິຣິຢະ ບໍ່ມີປັນຍາໃນກຸສົລທັມ ເຂົາຍ່ອມປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເຮົາກ່າວການປະພຶດທຸຈະຣິຕ ຂອງເຂົານີ້ວ່າ ເປັນການກູ້ໜີ້.

ເພື່ອຈະປົກປິດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕຂອງເຂົາ ເຂົາຕັ້ງຄວາມປາຖະໜາອັນຊົ່ວຮ້າຍ ປາຖະໜາ ບໍ່ໃຫ້ໃຜຮູ້ຈັກເຂົາ ດໍາຣິບໍ່ໃຫ້ໃຜຮູ້ຈັກເຂົາ ເວົ້າຈາເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ ຂົນຂວາຍທຸກເຍື່ອງ ເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ, ເຮົາກ່າວ ການປົກປິດຄວາມທຸຈະຣິຕເຊັ່ນນີ້ ຂອງເຂົານີ້ ວ່າເປັນ ດອກເບ້ຍທີ່ເຂົາຕ້ອງໃຊ້.

ພຸດທະວະຈະນະ - ໝວດທັມ

ເພື່ອນສະພຣົມມະຈາຣີ ຜູ້ມີສີລເປັນທີ່ຮັກ ພາກັນຈົ່ມໃຫ້ເຂົາ ດັ່ງນີ້ວ່າ “ທ່ານຜູ້ມີອາຍຸນີ້ ເຮັດອັນໃດໆ (ທຸຈະຣິຕ) ເຊັ່ນນີ້ ມີປົກກະຕິປະພຶດເຮັດອັນໃດໆ (ທຸຈະຣິຕ) ເຊັ່ນນີ້”, ເຮົາກ່າວ ການຖືກຈົ່ມໃຫ້ດັ່ງນີ້ ວ່າເປັນການຖືກທວງໜີ້.

ເຂົາຈະໄປຢູ່ປ່າກໍຕາມ ຢູ່ເຫງົ້າໄມ້ກໍຕາມ ຢູ່ເຮືອນວ່າງກໍຕາມ ອະກຸສົລວິຕົກ ອັນລາມົກ ປະກອບຢູ່ດ້ວຍຄວາມຮ້ອນໃຈ ຍ່ອມເກີດຂຶ້ນປຸ້ມລຸມຈິຕໃຈເຂົາ, ເຮົາກ່າວອາການດັ່ງນີ້ ວ່າເປັນ ການຖືກຕິດຕາມເພື່ອທວງໜີ້.

ພິກຂຸທັງຫຼາຍ ! ຄົນຈົນຊະນິດນີ້ ຄັນປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕແລ້ວ ພາຍຫຼັງແຕ່ການຕາຍ ເພາະການແຕກທໍາລາຍແຫ່ງກາຍ ຍ່ອມ ຖືກກັກຂັງ ຢູ່ ໃນນະຣົກແດ່ ໃນກໍາເນີດເດຣັດສານແດ່.

ພິກຂຸທັງຫຼາຍ ! ເຮົາມອງບໍ່ເຫັນການກັກຂັງອື່ນ ແມ່ນແຕ່ເຍື່ອງດຽວ ທີ່ໂຫດຮ້າຍເຊັ່ນນີ້ ເຈັບປວດເຊັ່ນນີ້ ເປັນອັນຕະລາຍເຊັ່ນນີ້ ຕໍ່ການບັນລຸໂຢຄັກເຂມະທັມ ອັນບໍ່ມີທັມອື່ນຍິ່ງກວ່າ ເໝືອນການຖືກກັກຂັງ ໃນນະຣົກ ຫຼື ໃນກໍາເນີດເດຣັດສານເຊັ່ນນີ້.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄວາມເປັນໄປໄດ້ຍາກ ໔໒

- ບາລີ ມຫາວາຣ. ສັງ. ໑໙/໕໘໗-໕໘໘/໑໗໙໘-໙໙.

ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຝຸ່ນໜ້ອຍໜຶ່ງ ທີ່ເຮົາຕັກຂຶ້ນດ້ວຍປາຍເລັບມືນີ້ ກັບມະຫາປະຖະພີນັ້ນ ຝ່າຍໃດຈະຫຼາຍກວ່າກັນ ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ຫຼາຍກວ່າ ຝຸ່ນໜ້ອຍໜຶ່ງເທົ່າທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂານີ້ ເປັນຂອງມີປະມານໜ້ອຍ ຝຸ່ນນັ້ນເມື່ອນໍາເຂົ້າໄປທຽບກັບມະຫາປະຖະພີ ຍ່ອມ ບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນແຕ່ສ່ວນສ້ຽວ.

ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ ສັຕທີ່ຈຸຕິຈາກເດຣັດສານໄປແລ້ວ ຈະກັບໄປເກີດໃນໝູ່ມະນຸດມີໜ້ອຍ ໂດຍທີ່ແທ້ ສັຕທີ່ຈຸຕິຈາກເດຣັດສານໄປແລ້ວ ກັບໄປເກີດໃນນະຣົກ ກໍາເນີດເດຣັດສານ ເປຕວິສັຍ ມີຫຼາຍກວ່າໂດຍແທ້.

ຂໍ້ນັ້ນເພາະເຫດໃດໜໍ ?

ພິກຂຸທັງຫຼາຍ !

ຂໍ້ນັ້ນເພາະຄວາມທີ່ສັຕເຫຼົ່ານັ້ນ ບໍ່ເຫັນອະຣິຍະສັຈທັງສີ່.

ພຸດທະວະຈະນະ - ໝວດທັມ

ອະຣິຍະສັຈສີ່ ແນວໃດໜໍ ? ສີ່ຢ່າງຄື

ອະຣິຍະສັຈຄືທຸກຂ໌

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ