ພົບພູມ
ໜ້າ/ 140
ຄົນຊົ່ວເຮັດບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນ ໄປສູ່ກໍາເນີດເດຣັດສານບາງຢ່າງ ຫຼືວ່າຖືກກັກຂັງຢູ່ໃນນະຣົກ. ການຖືກກັກຂັງນັ້ນ ເປັນທຸກຂ໌ ຊະນິດທີ່ທີຣະຊົນ ບໍ່ເຄີຍພົບພໍ້ເລີຍ....
໑. ຄວາມເດືອດຮ້ອນໃຈ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມເປັນໄປໄດ້ຍາກ ໒໘
- ບາລີ ມຫາວາຣ. ສັງ. ໑໙/໕໘໗/໑໗໙໖-໙໗.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຝຸ່ນໜ້ອຍໜຶ່ງ ທີ່ເຮົາຕັກຂຶ້ນດ້ວຍປາຍເລັບມືນີ້ ກັບມະຫາປະຖະພີນັ້ນ ຝ່າຍໃດຈະຫຼາຍກວ່າກັນ ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ຫຼາຍກວ່າ ຝຸ່ນໜ້ອຍໜຶ່ງເທົ່າທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂານີ້ ເປັນຂອງມີປະມານໜ້ອຍ ຝຸ່ນນັ້ນເມື່ອນໍາເຂົ້າໄປທຽບກັບມະຫາປະຖະພີ ຍ່ອມ ບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນແຕ່ສ່ວນສ້ຽວ.
ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ ສັຕທີ່ຈຸຕິຈາກນະຣົກໄປແລ້ວ ຈະກັບໄປເກີດໃນໝູ່ມະນຸດມີ ໜ້ອຍ ໂດຍທີ່ແທ້ ສັຕທີ່ຈຸຕິຈາກນະຣົກໄປແລ້ວ ກັບໄປເກີດໃນນະຣົກ ກໍາເນີດເດຣັດສານ ເປຕວິສັຍ ມີຫຼາຍກວ່າໂດຍແທ້.
ຂໍ້ນັ້ນເພາະເຫດໃດໜໍ ?
ພິກຂຸທັງຫຼາຍ !
ຂໍ້ນັ້ນເພາະຄວາມທີ່ສັຕເຫຼົ່ານັ້ນ ບໍ່ເຫັນອະຣິຍະສັຈທັງສີ່.
ພຸດທະວະຈະນະ - ໝວດທັມ
ອະຣິຍະສັຈສີ່ ແນວໃດໜໍ ? ສີ່ຢ່າງຄື
ອະຣິຍະສັຈຄືທຸກຂ໌
ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌
ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌
ອະຣິຍະສັຈຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ
ທຸກຂ໌ ເປັນເຊັ່ນນີ້
ເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້
ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້
ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້ ດັ່ງນີ້.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຝຸ່ນໜ້ອຍໜຶ່ງທີ່ເຮົາຕັກຂຶ້ນດ້ວຍປາຍເລັບມືນີ້ ກັບມະຫາປະຖະພີນັ້ນ ຝ່າຍໃດຈະຫຼາຍກວ່າກັນ ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ຫຼາຍກວ່າ ຝຸ່ນໜ້ອຍໜຶ່ງ ທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂານີ້ ເປັນຂອງມີປະມານໜ້ອຍ ຝຸ່ນນັ້ນເມື່ອນໍາເຂົ້າໄປທຽບກັບມະຫາປະຖະພີ ຍ່ອມບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນແຕ່ສ່ວນສ້ຽວ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ ສັຕທີ່ຈຸຕິຈາກນະຣົກໄປແລ້ວ ຈະກັບໄປເກີດໃນໝູ່ເທວະດາມີໜ້ອຍ ໂດຍທີ່ແທ້ ສັຕທີ່ຈຸຕິຈາກນະຣົກໄປແລ້ວ ກັບໄປເກີດໃນນະຣົກ ກໍາເນີດເດຣັດສານ ເປຕວິສັຍ ມີຫຼາຍກວ່າໂດຍແທ້.
ຂໍ້ນັ້ນເພາະເຫດໃດ ?
ພິກຂຸທັງຫຼາຍ !
ຂໍ້ນັ້ນເພາະຄວາມທີ່ສັຕເຫຼົ່ານັ້ນ ບໍ່ເຫັນອະຣິຍະສັຈທັງສີ່.
ອະຣິຍະສັຈສີ່ ແນວໃດໜໍ ? ສີ່ຢ່າງຄື
ອະຣິຍະສັຈຄືທຸກຂ໌
ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌
ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌
ອະຣິຍະສັຈຄືທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ
ທຸກຂ໌ ເປັນເຊັ່ນນີ້
ເຫດເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້
ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້
ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້ ດັ່ງນີ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ການບໍ່ຮູ້ອະຣິຍະສັຈ ມືດຍິ່ງກວ່າໂລກັນຕຣິກະ ໒໙
- ບາລີ ມຫາວາຣ. ສັງ. ໑໙/໕໖໖-໕໖໗/໑໗໓໙-໑໗໔໒.
ພິກຂຸທັງຫຼາຍ ! ໂລກັນຕຣິກະ (ໂລກັນຕະນະຣົກ) ມີແຕ່ຄວາມທຸກຂ໌ ມືດກຸ້ມມົວເປັນໝອກ ສັຕໃນໂລກັນຕຣິກະນັ້ນ ບໍ່ໄດ້ຮັບລັດສະໝີພຣະຈັນ ແລະພຣະອາທິຕຊຶ່ງມີລິດ ມີອານຸພາບເຊັ່ນນີ້.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຄວາມມືດນັ້ນຫຼາຍ ຄວາມມືດນັ້ນຫຼາຍແທ້ໆ ຄວາມມືດເຍື່ອງອື່ນທີ່ຫຼາຍກວ່າແລະເປັນຕາຢ້ານກວ່າຄວາມມືດນີ້ ມີຢູ່ຫຼືບໍ່ ?








