ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນຟັງສຽງໃດໆ ດ້ວຍຫູ...

ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນດົມກິ່ນໃດໆ ດ້ວຍດັງ...

ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນຊີມຣົສໃດໆ ດ້ວຍລີ້ນ...

ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນຊູນຕ້ອງໂຜດຖັບພະ

ໃດໆ ດ້ວຍຜິວກາຍ...

ເປີດທັມທີ່ຖືກປົກປິດ : ພົບພູມ

ໃນບັນດານະຣົກເຫຼົ່ານັ້ນ ບຸກຄົນຮູ້ແຈ້ງທັມມາຣົມໃດໆ ດ້ວຍໃຈ ຍ່ອມຮູ້ແຈ້ງແຕ່ທັມມາຣົມທີ່ບໍ່ໜ້າປາຖນາເທົ່ານັ້ນ ບໍ່ຮູ້ແຈ້ງທັມມາຣົມທີ່ໜ້າປາຖນາເລີຍ, ຮູ້ແຈ້ງທັມມາຣົມທີ່ບໍ່ໜ້າຮັກໃຄ່ເທົ່ານັ້ນ ບໍ່ຮູ້ແຈ້ງທັມມາຣົມທີ່ໜ້າຮັກໃຄ່ເລີຍ, ຮູ້ແຈ້ງແຕ່ທັມມາຣົມທີ່ບໍ່ໜ້າພໍໃຈເທົ່ານັ້ນ ບໍ່ຮູ້ແຈ້ງທັມມາຣົມທີ່ໜ້າພໍໃຈເລີຍ.

ພິກຂຸທັງຫຼາຍ ! ລາບຂອງເຈົ້າທັງຫຼາຍ

ພິກຂຸທັງຫຼາຍ ! ເປັນການໄດ້ທີ່ີດີຂອງເຈົ້າທັງຫຼາຍແລ້ວ.

ພິກຂຸທັງຫຼາຍ ! ຂະນະສໍາລັບການປະພຶດພຣົມມະຈັນ ພວກເຈົ້າກໍໄດ້ໂດຍສະເພາະແລ້ວ ດັ່ງນີ້ແລ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ການກັກຂັງທີ່ໂຫດຮ້າຍເຈັບປວດ ໒໗

- ບາລີ ສັກກ. ອັງ. ໒໒/໓໙໓/໓໑໖.

ພິກຂຸທັງຫຼາຍ ! ຄວາມບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ບໍ່ມີວິຣິຢະ ບໍ່ມີປັນຍາໃນກຸສົລທັມ ມີຢູ່ແກ່ຜູ້ໃດ ; ເຮົາກ່າວບຸກຄົນຜູ້ນັ້ນ ວ່າເປັນ ຄົນຈົນ ເຂັນໃຈໄຮ້ຊັບສົມບັດ ໃນອະຣິຍະວິນັຍ.

ພິກຂຸທັງຫຼາຍ ! ຄົນຈົນຊະນິດນັ້ນ ເມື່ອບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ບໍ່ມີວິຣິຢະ ບໍ່ມີປັນຍາໃນກຸສົລທັມ ເຂົາຍ່ອມປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເຮົາກ່າວການປະພຶດທຸຈະຣິຕ ຂອງເຂົານີ້ ວ່າເປັນການກູ້ໜີ້.

ເພື່ອຈະປົກປິດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕຂອງເຂົາ ເຂົາຕັ້ງຄວາມປາຖະໜາອັນຊົ່ວຮ້າຍ ປາຖະໜາ ບໍ່ໃຫ້ໃຜຮູ້ຈັກເຂົາ ດໍາຣິບໍ່ໃຫ້ໃຜຮູ້ຈັກເຂົາ ເວົ້າຈາເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ ຂົນຂວາຍທຸກເຍື່ອງເພື່ອບໍ່ໃຫ້ໃຜຮູ້ຈັກເຂົາ, ເຮົາກ່າວ ການປົກປິດຄວາມທຸຈະຣິຕເຊັ່ນນີ້ ຂອງເຂົານີ້ ວ່າເປັນ ດອກເບ້ຍທີ່ເຂົາຕ້ອງໃຊ້.

ເປີດທັມທີ່ຖືກປົກປິດ : ພົບພູມ

ເພື່ອນສະພຣົມມະຈາຣີ ຜູ້ມີສີລເປັນທີ່ຮັກ ພາກັນຈົ່ມໃຫ້ເຂົາ ດັ່ງນີ້ວ່າ “ທ່ານຜູ້ມີອາຍຸນີ້ ເຮັດອັນໃດໆ (ທຸຈະຣິຕ) ເຊັ່ນນີ້ ມີປົກກະຕິປະພຶດເຮັດອັນໃດໆ (ທຸຈະຣິຕ) ເຊັ່ນນີ້”, ເຮົາກ່າວ ການຖືກຈົ່ມໃຫ້ດັ່ງນີ້ ວ່າເປັນການຖືກທວງໜີ້.

ເຂົາຈະໄປຢູ່ປ່າກໍຕາມ ຢູ່ເຫງົ້າໄມ້ກໍຕາມ ຢູ່ເຮືອນວ່າງກໍຕາມ ອະກຸສົລວິຕົກ ອັນເປັນບາບ ປະກອບຢູ່ດ້ວຍຄວາມຮ້ອນໃຈ ຍ່ອມເກີດຂຶ້ນປຸ້ມລຸມຈິຕໃຈເຂົາ, ເຮົາກ່າວອາການດັ່ງນີ້ ວ່າເປັນ ການຖືກຕິດຕາມເພື່ອທວງໜີ້.

ພິກຂຸທັງຫຼາຍ ! ຄົນຈົນຊະນິດນີ້ ຄັນປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕແລ້ວ ພາຍຫຼັງແຕ່ການຕາຍ ເພາະການແຕກທໍາລາຍແຫ່ງກາຍ ຍ່ອມ ຖືກກັກຂັງຢູ່ໃນນະຣົກ ແດ່ ໃນກໍາເນີດເດຣັດສານແດ່.

ພິກຂຸທັງຫຼາຍ ! ເຮົາມອງບໍ່ເຫັນການກັກຂັງອື່ນ ແມ່ນແຕ່ເຍື່ອງດຽວ ທີ່ໂຫດຮ້າຍເຊັ່ນນີ້ ເຈັບປວດເຊັ່ນນີ້ ເປັນອັນຕະລາຍເຊັ່ນນີ້ ຕໍ່ການບັນລຸໂຢຄັກເຂມະທັມ ອັນບໍ່ມີທັມອື່ນຍິ່ງກວ່າ ເໝືອນການຖືກກັກຂັງ ໃນນະຣົກ ຫຼື ໃນກໍາເນີດເດຣັດສານເຊັ່ນນີ້.

ພຸດທະວະຈະນະ - ໝວດທັມ

(ຄາຖາເພີ່ມຕື່ມທ້າຍພຣະສູຕ)

ຄວາມຍາກຈົນ ແລະການກູ້ໜີ້ ທ່ານກ່າວວ່າ

ເປັນຄວາມທຸກຂ໌ໃນໂລກ.

ຄົນຈົນ ກູ້ໜີ້ມາລ້ຽງຊີວິດ ຍ່ອມເດືອດຮ້ອນ

ເພາະເຈົ້າໜີ້ຕິດຕາມແດ່ ເພາະຖືກຈັບກຸມແດ່.

ການຖືກຈັບກຸມນັ້ນ ເປັນຄວາມທຸກຂ໌ ຂອງຄົນບູຊາການໄດ້ກາມ.

ເຖິງແມ່ນ ໃນອະຣິຍະວິນັຍນີ້ ກໍດ້າມດັ່ງດຽວກັນ :

ຜູ້ໃດບໍ່ມີສັດທາ ບໍ່ມີຫິຣິ ບໍ່ມີໂອຕຕັບປະ ສັ່ງສົມແຕ່ບາບກັມ ປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ປົກປິດຢູ່ດ້ວຍການປະພຶດ ທາງກາຍ ທາງວາຈາ ທາງຈິຕ ເພື່ອບໍ່ໃຫ້ຜູ້ໃດຮູ້ຈັກເຂົາ ຜູ້ນັ້ນ ພອກພູນບາບກັມຢູ່ເນື່ອງນິດ ໃນບ່ອນນັ້ນໆ.

ຄົນຊົ່ວເຮັດບາບກັມ ຮູ້ສຶກແຕ່ກັມຊົ່ວຂອງຕົນ ເໝືອນຄົນຍາກຈົນ ກູ້ໜີ້ມາບໍລິໂພກຢູ່ ຍ່ອມເດືອດຮ້ອນ.

ຄວາມຄິດໄຝ່ຕຶກ ທີ່ເກີດຈາກວິບປະຕິສານ໑ ອັນເປັນເຄື່ອງທໍຣະມານໃຈ ຍ່ອມຕິດຕາມເຂົາ ທັງໃນບ້ານ ແລະໃນປ່າ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ