ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນ ເອົາອົກເອົາໃຈສອບຖາມເຖິງເທວະທູຕທີ ໑ ກັບສັຕນັ້ນແລ້ວ ຈຶ່ງປອບໂຍນເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ ໒ ກັບສັຕນັ້ນວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຫັນເທວະທູຕທີ ໒ ປາກົດໃນໝູ່ມະນຸດແດ່ຫຼື ?”

ສັຕນັ້ນທູນຕອບດັ່ງນີ້ວ່າ “ ຜູ້ຂ້າບໍ່ເຫັນເລີຍ ຂ້ານ້ອຍ !”

ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຫັນຍິງຫຼືຊາຍມີອາຍຸ ໘໐ ປີ ໙໐ ປີ ໑໐໐ ປີ ນັບແຕ່ເກີດມາ ເປັນຜູ້ເຖົ້າ ຮ່າງກາຍຄົດ ຫຼັງກ່ອມ ຖືໄມ້ຄ້ອນເທົ້າ ງຶກງັກຍ່າງໄປ ກະສັບກະສ່າຍ ຜ່ານໄວໝຸ່ມສາວ ແຂ້ວຫຼ່ອນ ຜົມງອກ ໜັງຫ່ຽວ ຫົວລ້ານ ຜິວຕົກມຶກເປັນປານ ຢູ່ໃນໝູ່ມະນຸດແດ່ຫຼື ? ”

ສັຕນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ !”

ພະຍາຍົມຖາມດັ່ງນີ້ວ່າ “ທ່ານຜູ້ຈະເຣີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ ເຖິງແມ່ນ ໂຕເຮົາແລ ກໍມີຄວາມແກ່ເປັນທໍາມະດາ ບໍ່ຫຼຸດພົ້ນຄວາມແກ່ໄປໄດ້ ຄວນທີ່ຈະເຮັດຄວາມດີ ທາງກາຍ ທາງວາຈາ ແລະທາງໃຈ”

ສັຕນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານ້ອຍ ! ມົວປະມາດເສຍແລ້ວ ຂ້ານ້ອຍ !”

ພະຍາຍົມກ່າວດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຮັດຄວາມດີທາງກາຍ ທາງວາຈາ ແລະທາງໃຈໄວ້ ເພາະມົວ

ເປີດທັມທີ່ຖືກປົກປິດ : ພົບພູມ

ປະມາດເສຍ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈະລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາ ເຮັດໃຫ້ທ່ານ ບໍ່ແມ່ນບິດາເຮັດໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງສາວເຮັດໃຫ້ທ່ານ ບໍ່ແມ່ນມິຕອາມາດເຮັດໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດເຮັດໃຫ້ທ່ານ ບໍ່ແມ່ນສະມະນະພຣາມເຮັດໃຫ້ທ່ານ ບໍ່ແມ່ນເທວະດາເຮັດໃຫ້ທ່ານ ໂຕທ່ານເອງເຮັດເອົາໄວ້ ທ່່ານເທົ່ານັ້ນ ຈະສະເຫວີຍວິບາກຂອງບາບກັມນີ້”

ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນເອົາອົກເອົາໃຈສອບຖາມເຖິງເທວະທູຕທີ ໒ ກັບສັຕນັ້ນແລ້ວ ຈຶຶ່ງປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູຕທີ ໓ ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ເຫັນເທວະທູຕທີ ໓ ປາກົດໃນໝູ່ມະນຸດແດ່ຫຼື ?”

ສັຕນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເລີຍ ຂ້ານ້ອຍ !”

ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຫັນຍິງຫຼືຊາຍ ຜູ້ປ່ວຍ ທົນທຸກຂ໌ ເປັນໄຂ້ໜັກ ນອນເປື້ອນມູດຄູດຂອງຕົນ ມີຄົນຄອຍໂຈມລຸກໂຈມຍ່າງ ຢູ່ໃນໝູ່ມະນຸດແດ່ຫຼື ?”

ສັຕນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ !”

ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ

ພຸດທະວະຈະນະ - ໝວດທັມ

ເຖິງແມ່ນໂຕເຮົາແລ ກໍມີຄວາມເຈັບປ່ວຍເປັນທໍາມະດາ ບໍ່ຫຼຸດພົ້ນຄວາມເຈັບປ່ວຍໄປໄດ້ ຄວນທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ແລະທາງໃຈ”

ສັຕນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານ້ອຍ ! ມົວປະມາດເສຍແລ້ວ ຂ້ານ້ອຍ !”

ພະຍາຍົມກ່າວດັ່ງນີ້ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຮັດຄວາມດີທາງກາຍ ທາງວາຈາແລະທາງໃຈໄວ້ ເພາະມົວປະມາດເສຍ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈະລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາເຮັດໃຫ້ທ່ານ ບໍ່ແມ່ນບິດາເຮັດໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງສາວເຮັດໃຫ້ທ່ານ ບໍ່ແມ່ນມິຕອາມາດເຮັດໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ພຣາມເຮັດໃຫ້ທ່ານ ບໍ່ແມ່ນເທວະດາເຮັດໃຫ້ທ່ານ ໂຕທ່ານເອງເຮັດເອົາໄວ້ ທ່ານເທົ່ານັ້ນຈະສະເຫວີຍວິບາກຂອງບາບກັມນີ້”

ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນເອົາອົກເອົາໃຈສອບຖາມເຖິງເທວະທູຕທີ ໓ ກັບສັຕນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູຕທີ ໔ ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຫັນເທວະທູຕທີ ໔ ປາກົດໃນໝູ່ມະນຸດແດ່ຫຼື ?”

ສັຕນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເລີຍ ຂ້ານ້ອຍ !”

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ