ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ປຽບເໝືອນເຮືອນ ໒ ຫຼັງ ມີປະຕູເຊິ່ງກັນບຸຣຸດຜູ້ມີຕາດີຢືນຢູ່ລະຫວ່າງກາງເຮືອນ ໒ ຫຼັງນັ້ນ ຍ່ອມເຫັນມະນຸດກໍາລັງເຂົ້າເຮືອນແດ່ ກຳລັງອອກຈາກເຮືອນແດ່ ກໍາລັງຍ່າງມາແດ່ ກໍາລັງຍ່າງໄປແດ່ ເຊັ່ນໃດ.

ພິກຂຸທັງຫຼາຍ ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ ເຮົາຍ່ອມມອງເຫັນໝູ່ສັຕກໍາລັງຈຸຕິ ກໍາລັງອຸບັດ ຕໍ່າຊາມ ປານີດ ມີຜິວພັນດີ ມີຜິວພັນຂີ້ຮ້າຍ ໄດ້ດີ ຕົກທຸກຂ໌ ດ້ວຍທິບພະຈັກຂຸອັນບໍຣິສຸດ ຂ້າມຜ່ານຈັກຂຸຂອງມະນຸດ ຍ່ອມຮູ້ແຈ້ງຊຶ່ງໝູ່ສັຕຜູ້ເປັນໄປຕາມກັມໄດ້ວ່າ

ສັຕຜູ້ກໍາລັງເປັນຢູ່ເຫຼົ່ານີ້ ປະກອບດ້ວຍກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ເຊື່ອໝັ້ນກັມດ້ວຍອໍານາດສັມມາທິຕຖິ ເມື່ອຕາຍໄປແລ້ວ ເຂົ້າເຖິງສຸຄະຕິໂລກສະຫວັນກໍມີ.

ສັຕຜູ້ກໍາລັງເປັນຢູ່ເຫຼົ່ານີ້ ປະກອບດ້ວຍກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ເຊື່ອໝັ້ນກັມດ້ວຍອໍານາດສັມມາທິຕຖິ ເມື່ອຕາຍໄປແລ້ວ ບັງເກີດໃນໝູ່ມະນຸດກໍມີ.

ພຸດທະວະຈະນະ - ໝວດທັມ

ສັຕຜູ້ກໍາລັງເປັນຢູ່ເຫຼົ່ານີ້ ປະກອບດ້ວຍກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິດສາທິຕຖິ ເຊື່ອໝັ້ນກັມດ້ວຍອໍານາດມິດສາທິຕຖິ ເມື່ອຕາຍໄປແລ້ວ ເຂົ້າເຖິງເປຕະວິສັຍກໍມີ.

ສັຕກໍາລັງເປັນຢູ່ເຫຼົ່ານີ້ ປະກອບດ້ວຍກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິດສາທິຕຖິ ເຊື່ອໝັ້ນກັມດ້ວຍອໍານາດມິດສາທິຕຖິ ເມື່ອຕາຍໄປແລ້ວ ເຂົ້າເຖິງກໍາເນີດເດຣັດສານກໍມີ.

ສັຕຜູ້ກໍາລັງເປັນຢູ່ເຫຼົ່ານີ້ ປະກອບດ້ວຍກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິດສາທິຕຖິ ເຊື່ອໝັ້ນກັມດ້ວຍອໍານາດມິດສາທິຕຖິ ເມື່ອຕາຍໄປແລ້ວ ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກກໍມີ.

ພິກຂຸທັງຫຼາຍ ! ເຫຼົ່ານາຍນິຣະຢະບາລ ຈະຈັບສັຕນັ້ນທີ່ສ່ວນຕ່າງໆຂອງແຂນ ໄປສະແດງແກ່ພະຍາຍົມວ່າ “ຂ້າແຕ່ພະຍາ ! ບຸຣຸດນີ້ບໍ່ປະຕິບັດຖືກໃນມານດາ ບໍ່ປະຕິບັດຖືກໃນສະມະນະ ບໍ່ປະຕິບັດຖືກໃນພຣາມ ບໍ່ອ່ອນນ້ອມຕໍ່ຜູ້ໃຫຍ່ໃນຕະກູນ ຂໍພຣະອົງຈົ່ງລົງໂທດແກ່ບຸຣຸດນີ້ເຖີ້ນ”.

ພິກຂຸທັງຫຼາຍ ! ພະຍາຍົມຈະປອບໂຍນ ເອົາອົກເອົາໃຈສອບຖາມເຖິງເທວະທູດທີ ໑ ກັບສັຕນັ້ນວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຫັນເທວະທູຕທີ ໑ ປາກົດໃນໝູ່ມະນຸດແດ່ຫຼື ?”

ເປີດທັມທີ່ຖືກປົກປິດ : ພົບພູມ

ສັຕນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເລີຍ ຂ້ານ້ອຍ !”

ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຫັນເດັກນ້ອຍແດງໆ ຍັງອ່ອນ ນອນຫງາຍ ເປື້ອນມູດຄູດຂອງຕົນ ຢູ່ໃນໝູ່ມະນຸດແດ່ຫຼື ?

ສັຕນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ !”

ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ ເຖິງແມ່ນໂຕ ເຮົາແລ ກໍມີຄວາມເກີດເປັນທໍາມະດາ ບໍ່ຫຼຸດພົ້ນຄວາມເກີດໄປໄດ້ ຄວນທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ແລະທາງໃຈ”

ສັຕນັ້ນທູນຕອບດັ່ງນີ້ວ່າ “ຜູູ້ຂ້າບໍ່ສາມາດ ຂ້ານ້ອຍ ! ມົວປະມາດເສຍແລ້ວ ຂ້ານ້ອຍ !”

ພະຍາຍົມກ່າວດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ໄດ້ເຮັດຄວາມດີ ທາງກາຍ ທາງວາຈາແລະທາງໃຈໄວ້ ເພາະມົວປະມາດເສຍ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈະລົງໂທດໂດຍອາການທີ່ປະມາດ ແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາເຮັດໃຫ້ທ່ານ ບໍ່ແມ່ນບິດາເຮັດໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງສາວເຮັດໃຫ້ທ່ານ ບໍ່ແມ່ນມິຕອາມາດເຮັດໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ພຣາມເຮັດໃຫ້ທ່ານ ບໍ່ແມ່ນເທວະດາເຮັດໃຫ້ທ່ານ ໂຕທ່ານເອງເຮັດເອົາໄວ້ ທ່ານເທົ່ານັ້ນ ຈະສະເຫວີຍວິບາກຂອງບາບກັມນີ້”

ພຸດທະວະຈະນະ - ໝວດທັມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ