ພົບພູມ
ໜ້າ/ 140
ພຣະອາຈາຣຍ໌ ວ. ວົງແສງສີ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະອາຈາຣຍ໌ ອະຣິຍະວັງໂສ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ພຣະຍານະສັງວະຣະ ແລະພໍ່ຂາວອາເລັກຊານດຣາ ເປັນຜູ້ແປຈາກຕົ້ນສະບັບວັດນາປ່າພົງ.
ຄະນະສິສສານຸສິສວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.
໑໐. ພຣະສູຕຂອງຄວາມສໍາຄັນ ທີ່ຊາວພຸດຕ້ອງສຶກສາ ແຕ່ຄໍາສອນຈາກພຣະພຸດທະເຈົ້າເທົ່ານັ້ນ.
ອັກຄິເວສະນະ ! ເຮົານັ້ນໜໍ ຕັ້ງແຕ່ເລີ່ມສະແດງ ຈົນຮອດຄໍາສຸດທ້າຍ ແຫ່ງການກ່າວເລື່ອງນັ້ນໆ ຍ່ອມຕັ້ງໄວ້ຊຶ່ງຈິຕໃນສະມາທິນິມິຕອັນເປັນໄປ ພາຍໃນໂດຍແທ້ ໃຫ້ຈິຕດໍາຣົງຢູ່ ໃຫ້ຈິຕຕັ້ງໝັ້ນຢູ່ ເຮັດໃຫ້ມີຈິຕເປັນເອກ ດັ່ງເຊັ່ນທີ່ຄົນທັງຫຼາຍເຄີຍໄດ້ຍິນ ວ່າເຮົາປະພຶດຢູ່ເປັນປະຈໍາ ດັ່ງນີ້.
- ບາລີ ມູ. ມ. ໑໒/໔໕໘/໔໓໐.
ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍເປັນຜູ້ທີ່ເຮົານໍາພາໄປແລ້ວດ້ວຍທັມນີ້ ອັນເປັນທັມທີ່ບຸກຄົນຈະຍ່ອມເຫັນໄດ້ດ້ວຍຕົນເອງ (ສັນທິຕຖິໂກ) ເປັນທັມໃຫ້ຜົລບໍ່ຈໍາກັດກາລ (ອະກາລິໂກ) ເປັນທັມທີ່ຄວນເອີ້ນກັນມາເບິ່ງ (ເອຫິປັສສິໂກ) ຄວນນ້ອມເຂົ້າມາໃສ່ຕົນ (ໂອປະນະຢິໂກ) ອັນວິນຍູຊົນຈະຍ່ອມຮູ້ໄດ້ສະເພາະຕົນ (ປັຈຈັຕຕັງ ເວທິຕັບໂພ ວິນຍູຫິ).
- ບາລີ ມູ. ມ. ໑໒/໔໘໕/໔໕໑.
ພິກຂຸທັງຫຼາຍ ! ນັບຕັ້ງແຕ່ຣາຕຣີ ທີ່ຕະຖາຄົຕໄດ້ຕຣັສຮູ້ອະນຸຕຕະຣະສັມມາສັມໂພທິຍານ ຈົນວ່າຮອດຣາຕຣີ ທີ່ຕະຖາຄົຕປະຣິນິບພານດ້ວຍອະນຸປາທິເສສະນິບພານທາດ ຕະຫຼອດເວລາລະຫວ່າງນັ້ນ ຕະຖາຄົຕໄດ້ກ່າວສອນພໍ່າສອນ ສະແດງອອກຊຶ່ງຖ້ອຍຄໍາໃດ ຖ້ອຍຄໍາເຫຼົ່ານັ້ນທັງໝົດ ຍ່ອມເຂົ້າກັນໄດ້ໂດຍປະການດຽວທັງໝົດ ບໍ່ຂັດແຍ້ງກັນເປັນປະການອື່ນເລີຍ.
- ບາລີ ອິຕິວຸ. ຂຸ. ໒໕/໓໒໑/໒໙໓.
ພິກຂຸທັງຫຼາຍ ! ເລື່ອງນີ້ເຄີຍມີມາແລ້ວ ກອງເສິກຂອງກະສັດພວກ ທະສາຣະຫະ ເອີ້ນວ່າ ອານກະ ມີຢູ່ ເມື່ອກອງອານກະນີ້ ມີຮອຍຍະຫຼືແຫງ ພວກກະສັດທະສາຣະຫະ ໄດ້ຫາແຜ່ນໄມ້ໂຕອື່ນເຮັດເປັນຫຼິ້ມ ຕອກອັດເສີມລົງໃນຮອຍຍະຂອງກອງນັ້ນ (ທຸກຄັ້ງໆ). ພິກຂຸທັງຫຼາຍ ! ເມື່ອເຊື່ອມຈອດເຂົ້າຫຼາຍເທື່ອຫຼາຍຄັ້ງເຊັ່ນນັ້ນ ດົນໄປກໍເຖິງສະໄໝໜຶ່ງ ເຊິ່ງຊີ້ນໄມ້ດັ້ງເດີມຂອງໂຕກອງໝົດສິ້ນໄປ ເຫຼືອຢູ່ແຕ່ໂຕໄມ້ທີ່ເຮັດເສີມ ໃໝ່ເທົ່ານັ້ນ.
ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ ໃນກາລຍືດຍາວຝ່າຍອະນາຄົຕ ຈະມີພິກຂຸທັງຫຼາຍ ສຸຕຕັນຕະເຫຼົ່າໃດ ທີ່ເປັນຄໍາຂອງຕະຖາຄົຕ ເປັນຂໍ້ຄວາມເລິກ ມີຄວາມໝາຍເລິກເຊິ່ງ ເປັນຊັ້ນໂລກຸຕຕະຣະ ວ່າສະເພາະດ້ວຍເລື່ອງສຸນຍະຕາ ເມື່ອມີຜູ້ນໍາເອົາສຸຕຕັນຕະເຫຼົ່ານັ້ນມາກ່າວຢູ່
ເຂົາຈະບໍ່ຟັງດ້ວຍດີ ຈະບໍ່ງ່ຽງຫູຟັງ ຈະບໍ່ຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະຈະບໍ່ສໍາຄັນວ່າເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນ ສ່ວນສຸຕຕັນຕະເຫຼົ່າໃດທີ່ນັກກະວີແຕ່ງຂຶ້ນໃໝ່ ເປັນຄໍາຮ້ອຍກອງປະເພດກາບກອນ ມີອັກສອນທີ່ງົດງາມ ມີພະຍັນຊະນະອັນວິຈິຕ ເປັນເລື່ອງນອກແນວ ເປັນຄໍາກ່າວຂອງສາວົກ ເມື່ອມີຜູ້ນໍາເອົາສຸຕຕັນຕະທີ່ນັກກະວີແຕ່ງຂຶ້ນໃໝ່ເຫຼົ່ານັ້ນມາກ່າວຢູ່ ເຂົາຈະຟັງດ້ວຍດີ ຈະງ່ຽງຫູຟັງ ຈະຕັ້ງຈິຕເພື່ອຈະຮູ້ທົ່ວເຖິງ ແລະສໍາຄັນວ່າ ເປັນສິ່ງທີ່ຕົນຄວນສຶກສາຮໍ່າຮຽນໄປເສຍ.








