ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

(ພ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກຄໍາຫຍາບ ກ່າວວາຈາທີ່ ບໍ່ມີໂທດ ເປັນສຸຂແກ່ຫູ ເປັນທີ່ຕັ້ງແຫ່ງຄວາມຮັກ ຊາບຊຶ້ງເຖິງໃຈ ເປັນຄໍາເວົ້າຂອງຊາວເມືອງ ເປັນທີ່ພໍໃຈແລະຖືກໃຈຂອງຊົນທັງຫຼາຍ ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ແລ້ວ ຍ່ອມໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີລີ້ນອັນພຽງພໍ ມີສຽງເໝືອນພຣົມ ເວົ້າເໝືອນນົກກາຣະວິກ ... (ລັກສະນະທີ ໒໗, ໒໘) ຍ່ອມເປັນຜູ້ມີວາຈາທີ່ຜູ້ອື່ນເຊື່ອຟັງ ຄື ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸດ ອະສູນ ນາຄະ ຄົນທັນ ເອື້ອເຟື້ອເຊື່ອຟັງ.

(ຟ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກການເວົ້າໂລເລ ເປັນຜູ້ກ່າວຄວນແກ່ເວລາ ກ່າວຄວາມຈິງ ກ່າວເປັນທັມ ກ່າວມີອັດຖະ

ພຸດທະວະຈະນະ - ໝວດທັມ

ກ່າວເປັນວິນັຍ ກ່າວມີທີ່ຕັ້ງ ມີຫຼັກຖານ ມີທີ່ສຸດ ປະກອບດ້ວຍປະໂຍຊນ໌. ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ແລ້ວ ຍ່ອມໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ ຄື ມີຄາງດຸດດັ່ງຣາຊະສີ ... (ລັກສະນະທີ ໒໒) ຍ່ອມເປັນຜູ້ທີ່ສັດຕູ ທັງພາຍໃນແລະພາຍນອກກໍາຈັດບໍ່ໄດ້ ສັດຕູຄື ຣາຄະ ໂທສະ ໂມຫະ ຫຼື ສະມະນະພຣາມ ເທວະດາ ມາຣ ພຣົມ ຫຼືໃຜໆໃນໂລກ ກໍາຈັດບໍ່ໄດ້.

(ມ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ຢຸດມິດສາຊີບ ມີການລ້ຽງຊີວິດຖືກຕ້ອງ ເວັ້ນຈາກການສໍ້ໂກງດ້ວຍຕາຊັ່ງ ດ້ວຍຂອງປອມ ດ້ວຍເຄື່ອງຕວງເຄື່ອງວັດ ຈາກການໂກງການລໍ້ລວງ ເວັ້ນຈາກການຕັດ ການຂ້າ ການຜູກມັດ ການຮ່ວມທໍາຮ້າຍ ການປຸ້ນ ການຍາດດຶງ ເພາະ... ກັມນັ້ນໆ... ຄັມມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ນີ້ຄື ມີແຂ້ວອັນພຽງສະເໝີ ມີແຂ້ວຂາວງາມ ... (ລັກສະນະທີ ໒໔, ໒໖) ຍ່ອມເປັນຜູ້ມີບໍລິວານເປັນຄົນສະອາດ ຄື ມີພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸດ ອະສູນ ນາຄະ ຄົນທັນ ເປັນບໍລິວານທີ່ສະອາດ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ອານິສົງຂອງ

ຜູ້ມີຈິຕເຫຼື້ອມໃສໃນຕະຖາຄົຕ ໑໔໖

- ບາລີ ຕິກ. ອັງ. ໒໐/໒໙໒/໕໒໐.

ອານົນທ໌ ! ດວງຈັນດວງອາທິຕແຜ່ຣັດສະໝີສ່ອງແສງໃຫ້ສະຫວ່າງໄປທົ່ວທິດ ກິນເນື້ອທີ່ປະມານເທົ່າໃດ ໂລກມີເນື້ອທີ່ເທົ່ານັ້ນ ມີຈໍານວນພັນໜຶ່ງ ໃນພັນໂລກນັ້ນ ມີດວງຈັນພັນໜ່ວຍ ດວງອາທິຕພັນໜ່ວຍ ພູເຂົາສິເນຣຸພັນໜ່ວຍ ຊົມພູທະວີບພັນທະວີບ ອະມະຣະໂຄຍານພັນທະວີບ ອຸຕະຣະກຸຣຸພັນທະວີບ ປຸບພະວິເທຫະພັນທະວີບ ມະຫາສະມຸດສີ່ພັນ ມະຫາ ຣາຊະສີ່ພັນ ຈາຕຸມະຫາຣາຊະພັນໜຶ່ງ ດາວະດຶງພັນໜຶ່ງ ຍາມະ ພັນໜຶ່ງ ດຸສິຕພັນໜຶ່ງ ນິມມານໍຣະດີພັນໜຶ່ງ ປະຣະນິມມິຕະວະສະວັຕຕີພັນໜຶ່ງ ນີ້ເອີ້ນວ່າ ສະຫັດສີຈູລະນິກາໂລກະທາດ (ໂລກະທາດສໍ່ານ້ອຍມີພັນຈັກກະວານ) ສະຫັດສີຈູລະນິກາໂລກະທາດມີຂະໜາດເທົ່າໃດ ໂລກະທາດຂະໜາດເທົ່ານັ້ນ ຄໍານວນທະວີຂຶ້ນໂດຍສ່ວນພັນ ນັ້ນເອີ້ນວ່າ ທະວິສະຫັດສີມັດຊິມິກາໂລກະທາດ (ໂລກະທາດສໍ່າກາງມີລ້ານຈັກກະວານ) ທະວິສະຫັດສີມັດຊິມິກາໂລກະທາດມີຂະໜາດເທົ່າໃດ ໂລກະທາດຂະໜາດເທົ່ານັ້ນ ຄໍານວນທະວີຂຶ້ນໂດຍສ່ວນພັນ ນັ້ນເອີ້ນວ່າ ຕິສະຫັດສີມະຫາສະຫັດສີໂລກະທາດ (ໂລກະທາດລຸ້ນໃຫຍ່ປະມານແສນໂກດຈັກກະວານ).

ພຸດທະວະຈະນະ - ໝວດທັມ

ອານົນທ໌ ! ຕະຖາຄົຕ ເມື່ອມີຄວາມຈໍານົງ ກໍຍ່ອມເວົ້າໃຫ້ຕິສະຫັດສີມະຫາສະຫັສສີໂລກະທາດ ໄດ້ຍິນສຽງທົ່ວກັນໄດ້, ຫຼືວ່າຈໍານົງໃຫ້ໄດ້ຍິນພຽງເທົ່າໃດກໍໄດ້.

“ຂ້າແຕ່ພຣະຜູ້ມີພຣະພາກເຈົ້າ ! ເປັນໄປໄດ້ດ້ວຍວິທີແນວໃດ ຂ້ານ້ອຍ ?”

ອານົນທ໌ ! ຕະຖາຄົຕຢູ່ບ່ອນນີ້ ຈະຍ່ອມແຜ່ຣັດສະໝີ ມີແສງຮຸ່ງສະຫວ່າງໄປທົ່ວ ຕິສະຫັສສີມະຫາສະຫັສສີໂລກະທາດເສຍກ່ອນ, ເມື່ອສັຕເຫຼົ່ານັ້ນ ຮູ້ສຶກຕໍ່ແສງສະຫວ່າງອັນນັ້ນແລ້ວ ຕະຖາຄົຕກໍຈະບັນລືສຽງ ໃຫ້ສັຕເຫຼົ່ານັ້ນໄດ້ຍິນ.

ເຊັ່ນນີ້ແລ ອານົນທ໌ ! ຕະຖາຄົຕຈະເວົ້າໃຫ້ຕິສະຫັດສີມະຫາສະຫັດສີໂລກະທາດ ໄດ້ຍິນສຽງທົ່ວກັນໄດ້ ຫຼືວ່າຈໍານົງໃຫ້ໄດ້ຍິນພຽງເທົ່າໃດ ກໍໄດ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ