ພົບພູມ
ໜ້າ/ 140
(໓) ພິກຂຸທັງຫຼາຍ ! ພວກເທວະດາຊື່ວ່າມະໂນປະໂທສິກະມີຢູ່ ພວກນັ້ນມັກຈັບຜິດກັນແລະກັນເກີນຄວນ ເມື່ອມົວຈັບຜິດກັນແລະກັນເກີນຄວນ ຍ່ອມຄິດມຸ່ງຮ້າຍກັນແລະກັນ ເມື່ອຕ່າງຝ່າຍຄິດມຸ່ງຮ້າຍກັນແລະກັນ ຈຶ່ງລໍາບາກກາຍລໍາບາກໃຈ ພາກັນຈຸຕິຈາກຊັ້ນນັ້ນ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ກໍເປັນຖານະທີ່ຈະມີໄດ້ແລ ທີ່ສັຕຜູ້ໃດຜູ້ໜຶ່ງຈຸຕິຈາກຊັ້ນນັ້ນແລ້ວມາເປັນເຊັ່ນນີ້ ເມື່ອມາເປັນເຊັ່ນນີ້ແລ້ວ ກໍອອກຈາກເຮືອນບວດເປັນບັນພະຊິຕ ແລ້ວບັນລຸເຈໂຕສະມາທິອັນເປັນເຄື່ອງຕັ້ງໝັ້ນແຫ່ງຈິຕ ຕາມລະລຶກເຖິງຂັນທ໌ທີ່ເຄີຍອາໄສຢູ່ໃນກາລກ່ອນນັ້ນໄດ້ ຕໍ່ຈາກນັ້ນໄປລະລຶກບໍ່ໄດ້ ເຂົາຈຶ່ງໄດ້ກ່າວດັ່ງນີ້ວ່າ ທ່ານພວກເທວະດາຜູ້ບໍ່ແມ່ນພວກມະໂນປະໂທສິກະ ຍ່ອມບໍ່ມົວຈັບຜິດກັນແລະກັນເກີນຄວນ ຈຶ່ງບໍ່ຈຸຕິຈາກຊັ້ນນັ້ນ ເປັນຜູ້ທ່ຽງ ຢັ້ງຢືນ ຄົງທີ່ ມີອັນບໍ່ແປປ່ຽນເປັນທໍາມະດາ ຈະຕັ້ງຢູ່ທ່ຽງສະເໝີໄປເຊັ່ນນັ້ນຝ່າຍດຽວ ສ່ວນພວກເຮົາໄດ້ເປັນພວກມະໂນປະໂທສິກະ ມົວແຕ່ຈັບຜິດກັນແລະກັນເກີນຄວນ ພວກເຮົາຈຶ່ງພາກັນຈຸຕິຈາກຊັ້ນນັ້ນ ເປັນຜູ້ບໍ່ທ່ຽງ ບໍ່ຢັ້ງຢືນ ມີອາຍຸໜ້ອຍ ຍັງຕ້ອງຈຸຕິມາເປັນແບບນີ້ເຊັ່ນນີ້.
ພິກຂຸທັງຫຼາຍ ! ນີ້ເປັນຖານະທີ່ ໓ ຊຶ່ງສະມະນະພຣາມພວກໜຶ່ງ ອາໄສແລ້ວ ປາຣົບແລ້ວ ຈຶ່ງມີທິດຖິວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ ຍ່ອມບັນຍັດອັຕຕາແລະໂລກວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ.
(໔) ອັນໜຶ່ງ ໃນຖານະທີ ໔ ສະມະນະພຣາມຜູ້ຈະເຣີນ ອາໄສອັນໃດ ຜາຣົບອັນໃດ ຈຶ່ງມີທິດຖິວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ ບັນຍັດອັຕຕາແລະໂລກວ່າບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ ?
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ສະມະນະພຣາມບາງຄົນໃນໂລກນີ້ ເປັນນັກຕຶກ ເປັນນັກຄົ້ນຄິດ ກ່າວສະແດງປະຕິພານຂອງຕົນຕາມທີ່ຕຶກໄດ້ ຕາມທີ່ຄົ້ນຄິດໄດ້ ດັ່ງນີ້ວ່າ ສິ່ງທີ່ເອີ້ນວ່າຈັກຂຸກໍດີ ໂສຕະກໍດີ ຄານະກໍດີ ຊິວຫາກໍດີ ກາຢະກໍດີ ນີ້ໄດ້ຊື່ວ່າອັຕຕາເປັນຂອງບໍ່ທ່ຽງ ບໍ່ຢັ້ງຢືນ ບໍ່ຄົງທົນ ມີອັນແປປ່ຽນເປັນທໍາມະດາ ສ່ວນສິ່ງທີ່ເອີ້ນວ່າຈິຕ ຫຼືໃຈ ຫຼືວິນຍານ ນີ້ຊື່ວ່າອັຕຕາ ເປັນຂອງທ່ຽງ ຢັ້ງຢືນ ຄົງທົນ ມີອັນບໍ່ແປປ່ຽນເປັນທໍາມະດາ ຈະຕັ້ງຢູ່ທ່ຽງສະເໝີໄປ ເຊັ່ນນັ້ນຝ່າຍດຽວ.
ພິກຂຸທັງຫຼາຍ ! ນີ້ເປັນຖານະທີ ໔ ຊຶ່ງສະມະນະພຣາມພວກໜຶ່ງ ອາໄສແລ້ວ ຜາຣົບແລ້ວ ຈຶ່ງມີທິດຖິວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ ຍ່ອມບັນຍັດອັຕຕາແລະໂລກວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ສຸຄະຕິຂອງເທວະດາ ໑໐໒
- ບາລີ ຂຸ. ຂຸ. ໒໕/໒໘໙/໒໖໑-໒໖໒.
ພິກຂຸທັງຫຼາຍ ! ເມື່ອໃດ ເທວະດາເປັນຜູ້ຈະຕ້ອງຈຸຕິຈາກເທບນິກາຍ ເມື່ອນັ້ນ ນິມິດ ໕ ປະການ ຍ່ອມປາກົດແກ່ເທວະດານັ້ນ ຄື
(໑) ດອກໄມ້ຍ່ອມຫ່ຽວແຫ້ງ
(໒) ຜ້າຍ່ອມເສົ້າໝອງ
(໓) ເຫື່ອຍ່ອມໄຫລອອກຈາກໃຕ້ແຮ້
(໔) ຜິວພັນເສົ້າໝອງຍ່ອມປາກົດທີ່ກາຍ
(໕) ເທວະດາຍ່ອມບໍ່ຍິນດີໃນທິບພະອາສະນະຂອງຕົນ
ພິກຂຸທັງຫຼາຍ ! ເທວະດາທັງຫຼາຍຮູ້ວ່າ ເທພະບຸຕນີ້ຈະຕ້ອງເຄື່ອນຈາກເທບນິກາຍ ຍ່ອມພອຍຍິນດີກັບເທພະບຸຕນັ້ນ ດ້ວຍຖ້ອຍຄໍາ ໓ ເຍື່ອງວ່າ ແນ່ທ່ານຜູ້ຈະເຣີນ !
(໑) ຂໍທ່ານຈາກເທວະໂລກນີ້ໄປສູ່ສຸຄະຕິ
ຄັນໄປສູ່ສຸຄະຕິແລ້ວ
(໒) ຂໍຈົ່ງໄດ້ລາບທີ່ທ່ານໄດ້ດີແລ້ວ
ຄັນໄດ້ລາບທີ່ທ່ານໄດ້ດີແລ້ວ
(໓) ຂໍຈົ່ງເປັນຜູ້ຕັ້ງຢູ່ດ້ວຍດີ
ພຸດທະວະຈະນະ - ໝວດທັມ
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ອັນໃດໜໍແລ ເປັນສ່ວນແຫ່ງການໄປສູ່ສຸຄະຕິຂອງເທວະດາທັງຫຼາຍ ອັນໃດເປັນສ່ວນແຫ່ງລາບທີ່ເທວະດາທັງຫຼາຍໄດ້ດີແລ້ວ ອັນໜຶ່ງ ອັນໃດເປັນສ່ວນແຫ່ງການຕັ້ງຢູ່ດ້ວຍດີຂອງເທວະດາທັງຫຼາຍ ຂ້ານ້ອຍ !
ພິກຂຸທັງຫຼາຍ !
ຄວາມເປັນມະນຸດ ນີ້ແລເປັນສ່ວນແຫ່ງການໄປສູ່ສຸຄະຕິຂອງເທວະດາທັງຫຼາຍ
ເທວະດາເກີດເປັນມະນຸດແລ້ວ ຍ່ອມໄດ້ສັດທາໃນທັມວິນັຍທີ່ຕະຖາຄົຕປະກາດແລ້ວ ນີ້ແລເປັນສ່ວນແຫ່ງລາບທີ່ເທວະດາທັງຫຼາຍໄດ້ດີແລ້ວ








