ພົບພູມ
ໜ້າ/ 140
“ໂອໜໍ ! ແມ່ນວ່າສັຕໝູ່ອື່ນກໍຈົ່ງມາເປັນເຊັ່ນນີ້ແດ່” ຕໍ່ມາສັຕໝູ່ອື່ນກໍຈຸຕິຈາກຊັ້ນອາພັດສະຣະ ເພາະສິ້ນອາຍຸຫຼືເພາະໝົດບຸນ ຍ່ອມເຂົ້າເຖິງວິມານພຣົມ ເປັນສະຫາຍຂອງສັຕຜູ້ນັ້ນ.
ພິກຂຸທັງຫຼາຍ ! ບັນດາສັຕຈໍາພວກນັ້ນ ຜູ້ໃດເກີດກ່ອນ ຜູ້ນັ້ນຍ່ອມມີຄວາມຄິດເຫັນດັ່ງນີ້ວ່າ ເຮົາເປັນພຣົມ ເຮົາເປັນມະຫາພຣົມ ເປັນໃຫຍ່ ບໍ່ມີໃຜຂົ່ມໄດ້ ຮູ້ທຸກເຍື່ອງ ເປັນຜູ້ກຸມອໍານາດ ເປັນອິດສະຣະ ເປັນຜູ້ສ້າງ ເປັນຜູ້ນິຣະມິດ ເປັນຜູ້ປະເສີດ ເປັນຜູ້ບົງການ ເປັນຜູ້ຊົງອໍານາດ ເປັນບິດາຂອງໝູ່ສັຕຜູ້ເປັນແລ້ວແລະກໍາລັງເປັນ ສັຕເຫຼົ່ານີ້ເຮົານິຣະມິດ ແມ່ນແຕ່ພວກທີ່ເກີດພາຍຫຼັງ ກໍມີຄວາມຄິດເຫັນດັ່ງນີ້ວ່າ ທ່ານຜູ້ຈະເຣີນນີ້ແລ ເປັນມະຫາພຣົມ ເປັນໃຫຍ່ ບໍ່ມີໃຜຂົ່ມໄດ້ ຮູ້ທຸກເຍື່ອງ ເປັນຜູ້ກຸມອໍານາດ ເປັນອິດສະຣະ ເປັນຜູ້ສ້າງ ເປັນຜູ້ນິຣະມິດ ເປັນຜູ້ປະເສີດ ເປັນຜູ້ບົງການ ເປັນຜູ້ຊົງອໍານາດ ເປັນບິດາຂອງໝູ່ສັຕຜູ້ເປັນແລ້ວແລະກໍາລັງເປັນ ພວກເຮົາອັນພຣົມຜູ້ຈະເຣີນນີ້ນິຣະມິດແລ້ວ.
ພິກຂຸທັງຫຼາຍ ! ບັນດາສັຕຈໍາພວກນັ້ນ ຜູ້ໃດເກີດກ່ອນ ຜູ້ນັ້ນມີອາຍຸຍືນກວ່າ ມີຜິວພັນຈົບງາມກວ່າ ມີສັກດາໃຫຍ່ກວ່າ ສ່ວນຜູ້ທີ່ເກີດລຸນຫຼັງມີອາຍຸໜ້ອຍກວ່າ ມີຜິວພັນຫຍາບກວ່າ ມີສັກດານ້ອຍກວ່າ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ກໍເປັນຖານະທີ່ຈະມີໄດ້ແລ ທີ່ສັຕຜູ້ໃດຜູ້ໜຶ່ງຈຸຕິຈາກຊັ້ນນັ້ນແລ້ວ ມາເປັນເຊັ່ນນີ້ ເມື່ອມາເປັນເຊັ່ນນີ້ແລ້ວ ກໍອອກຈາກເຮືອນບວດເປັນບັນພະຊິຕ ເມື່ອບວດແລ້ວ ອາໄສຄວາມພຽນເປັນເຄື່ອງເຜົາກິເລສ ອາໄສຄວາມພຽນເປັນເຄື່ອງຕັ້ງໝັ້ນ ອາໄສຄວາມປະກອບເນື່ອງໆ ອາໄສຄວາມບໍ່ປະມາດ ອາໄສມານະສິກາຣະໂດຍຊອບແລ້ວ ບັນລຸເຈໂຕສະມາທິອັນເປັນ ເຄື່ອງຕັ້ງໝັ້ນແຫ່ງຈິຕ ຕາມລະນຶກເຖິງຂັນທ໌ທີ່ເຄີຍອາໄສຢູ່ໃນກາລກ່ອນນັ້ນໄດ້ ຕໍ່ຈາກນັ້ນໄປລະນຶກບໍ່ໄດ້ ເຂົາຈຶ່ງໄດ້ກ່າວດັ່ງນີ້ ວ່າ ພຣົມຜູ້ຈະເຣີນນັ້ນເປັນຜູ້ທ່ຽງ ຢັ້ງຢືນ ຄົງທົນ ມີອັນບໍ່ແປປ່ຽນເປັນທໍາມະດາ ຈະຕັ້ງຢູ່ທ່ຽງສະເໝີໄປເຊັ່ນນັ້ນຝ່າຍດຽວ ສ່ວນພວກເຮົາທີ່ພຣົມຜູ້ຈະເຣີນນັ້ນນິຣະມິດແລ້ວນັ້ນ ເປັນຜູ້ບໍ່ທ່ຽງ ບໍ່ຢັ້ງຢືນ ມີອາຍຸໜ້ອຍ ຍັງຕ້ອງຈຸຕິມາເປັນແບບນີ້ເຊັ່ນນີ້.
ພິກຂຸທັງຫຼາຍ ! ນີ້ເປັນຖານະທີ ໑ ຊຶ່ງສະມະນະພຣາມພວກໜຶ່ງອາໄສແລ້ວ ປາຣົບແລ້ວ ຈຶ່ງມີທິດຖິວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ ຍ່ອມບັນຍັດອັຕຕາແລະໂລກວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ.
(໒) ພິກຂຸທັງຫຼາຍ ! ພວກເທວະດາຊື່ວ່າຂິດດາປະໂທສິກະມີຢູ່ ພວກນັ້ນພາກັນມົກໝຸ້ນຢູ່ແຕ່ໃນຄວາມບັນເທີງ ຄືການທ່ຽວເຮຮາແລະການຫຼິ້ນຫົວຈົນເກີນເວລາ ສະຕິກໍຍ່ອມຫຼົງລືມ ເພາະສະຕິຫຼົງລືມ ຈຶ່ງພາກັນຈຸຕິຈາກຊັ້ນນັ້ນ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ກໍເປັນຖານະທີ່ຈະມີໄດ້ແລ ທີ່ສັຕຜູ້ໃດຜູ້ໜຶ່ງຈຸຕິຈາກຊັ້ນນັ້ນແລ້ວມາເປັນເຊັ່ນນີ້ ເມື່ອມາເປັນເຊັ່ນນີ້ແລ້ວ ກໍອອກຈາກເຮືອນເປັນບັນພະຊິຕ ແລ້ວບັນລຸເຈໂຕສະມາທິອັນເປັນເຄື່ອງຕັ້ງໝັ້ນແຫ່ງຈິຕ ຕາມລະລຶກເຖິງຂັນທ໌ທີ່ເຄີຍອາໄສຢູ່ໃນກາລກ່ອນນັ້ນໄດ້ ຕໍ່ຈາກນັ້ນໄປລະລຶກບໍ່ໄດ້ ເຂົາຈຶ່ງໄດ້ກ່າວດັ່ງນີ້ວ່າ ທ່ານພວກເທວະດາຜູ້ບໍ່ແມ່ນພວກຂິດດາປະໂທສິກະ ຍ່ອມບໍ່ພາກັນມົກໝຸ້ນຢູ່ແຕ່ໃນຄວາມບັນເທີງ ພວກເຫຼົ່ານັ້ນຈຶ່ງບໍ່ຈຸຕິຈາກຊັ້ນນັ້ນ ເປັນຜູ້ທ່ຽງ ຢັ້ງຢືນ ຄົງທົນ ມີອັນບໍ່ແປປ່ຽນເປັນທໍາມະດາ ຈະຕັ້ງຢູ່ທ່ຽງສະເໝີໄປເຊັ່ນນັ້ນຝ່າຍດຽວ ສ່ວນພວກເຮົາພວກຂິດດາປະໂທສິກະ ມົກໝຸ້ນຢູ່ແຕ່ໃນຄວາມບັນເທີງ ພວກເຮົາຈຶ່ງພາກັນຈຸຕິຈາກຊັ້ນນັ້ນ ເປັນຜູ້ບໍ່ທ່ຽງ ບໍ່ຢັ້ງຢືນ ມີອາຍຸໜ້ອຍ ຍັງຕ້ອງຈຸຕິມາເປັນແບບນີ້ເຊັ່ນນີ້.
ພິກຂຸທັງຫຼາຍ ! ນີ້ເປັນຖານະທີ ໒ ຊຶ່ງສະມະນະພຣາມພວກໜຶ່ງ ອາໄສແລ້ວ ປາຣົບແລ້ວ ຈຶ່ງມີທິດຖິວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ ຍ່ອມບັນຍັດອັຕຕາແລະໂລກວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ.








