ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ເມື່ອພະກະພຣົມກ່າວເຊັ່ນນີ້, ເຮົາໄດ້ກ່າວກັບລາວວ່າ “ພະກະພຣົມຜູ້ຈະເຣີນ ໄປສູ່ອະວິຊຊາເສຍແລ້ວໜໍ ! ພະກະພຣົມຜູ້ຈະເຣີນ ໄປສູ່ອະວິຊຊາເສຍແລ້ວໜໍ ! ຄືຂໍ້ທີ່ທ່ານ ກ່າວສິ່ງທີ່ບໍ່ທ່ຽງແລີຍ ວ່າເປັນຂອງທ່ຽງ ກ່າວສິ່ງທີ່ບໍ່ຢັ້ງຢືນເລີຍ ວ່າຢັ້ງຢືນ ກ່າວສິ່ງທີ່ບໍ່ເປັນຂອງຢ່າງດຽວຕະຫຼອດກາລ ວ່າເປັນຂອງຢ່າງດຽວຕະຫຼອດກາລ ກ່າວສິ່ງທີ່ມີຄວາມເຄື່ອນເປັນທໍາມະດາ ວ່າເປັນສິ່ງທີ່ບໍ່ມີຄວາມເຄື່ອນເປັນທໍາມະດາ ແລະຂໍ້ທີ່ທ່ານກ່າວສິ່ງທີ່ເກີດ ທີ່ແກ່ ທີ່ຕາຍ ທີ່ເຄື່ອນ ທີ່ອຸບັດ ວ່າເປັນສິ່ງທີ່ບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ເຄື່ອນ ບໍ່ອຸບັດ ແລະກ່າວນິດສະຣະນະອັນຍິ່ງ ອັນອື່ນທີ່ມີຢູ່ ວ່າບໍ່ມີນິດສະຣະນະອັນອື່ນທີ່ຍິ່ງໄປກວ່ານີ້” ດັ່ງນີ້. ...
ເປີດທັມທີ່ຖືກປົກປິດ : ພົບພູມ
(ໝາຍເຫດ : ຂໍ້ຄວາມຕອນຕໍ່ໄປຈາກນີ້ ຍັງມີອີກຍືດຍາວ ກ່າວເຖິງມາຣມາຊ່ອຍພວກພຣົມໂຕ້ຕອບກັບພຣະອົງ ທັງຂູ່ທັງລໍ້ ເພື່ອໃຫ້ພຣະອົງ ທົງຄ້ອຍຕາມພວກພຣົມ ແມ່ນແຕ່ພະກະພຣົມກໍຍັງຢືນຢັນແລະອະທິບາຍ ລັດທິນັ້ນ ດ້ວຍອຸປະມາທີ່ໜ້າຄ້ອຍຕາມ ທົງແກ້ຄໍາຂອງພຣົມດ້ວຍອາການຕ່າງໆ ເຊັ່ນວ່າ ພວກພະກະພຣົມຍັງບໍ່ຮູ້ຈັກພຣົມ ທີ່ສູງຂຶ້ນໄປຈາກຕົນ ເຊັ່ນພຣົມພວກອາພັດສະຣະ-ສຸພະກິນຫະ-ເວຫັບຜະລະ ແລະທົງສະແດງຂໍ້ທີ່ພຣະອົງບໍ່ທົງຢຶດຖື ດິນ ນ້ຳ ລົມ ໄຟ ເປັນຕົ້ນ ໃນທີ່ສຸດ ມີການທ້າ ໃຫ້ມີການຫຼິ້ນໝາກລີ້ຫາກັນ ແລະທົງຊະນະ ແລ້ວຕຣັດຄາຖາທີ່ເປັນຫົວໃຈແຫ່ງແຫ່ງພຸດທະສາສນາທີ່ເໜືອຊັ້ນກວ່າພຣົມໂດຍປະການທັງປວງ ກ່າວຄືຄວາມຮູ້ສຶກທີ່ຢູ່ເໜືອພົບແລະວິພົບ ຊຶ່ງພຸດທະບໍຣິສັດ ທຸກຄົນຄວນສົນໃຈຢ່າງຍິ່ງ ພວກພຣົມຍອມແພ້ ມາຣກໍຍອມຮັບ ແຕ່ກໍຍັງໜ້າດ້ານຂໍຮ້ອງ ຢ່າໃຫ້ພຣະອົງຄ໌ທົງສອນລັດທິຂອງພຣະອົງຄ໌ເລີຍ ຕຣັດຕອບມາຣວ່າ ນັ້ນມັນບໍ່ເປັນຄວາມເກື້ອກູນແກ່ສັຕໂລກ ສັມມາສັມພຸດທະທີ່ມາຣອ້າງມານັ້ນ ເປັນສັມມາສັມພຸດທະເກ້ ຂໍ້ຄວາມທີ່ເປັນລາຍລະອຽດຍ່ອມຫາເບິ່ງໄດ້ຈາກ ພຣັມມະນິມັນຕະນິກະສູຕ ມູ. ມ. ເຫຼັ້ມ ໑໒ ຕັ້ງແຕ່ໜ້າ ໕໘໙ ເປັນຕົ້ນໄປ ຫຼືຕັ້ງແຕ່ຂໍ້ ໕໕໓ ເປັນຕົ້ນໄປຈົນຈົບສູຕ. - ຜູ້ລວບລວມ)
ເຮົາເຫັນພັຍໃນພົບ ແລະເຫັນພົບຂອງສັຕຜູ້ສະແຫວງຫາ ທີ່ປາສະຈາກພົບແລ້ວ ບໍ່ກ່າວຍົກຍ້ອງພົບແນວໃນເລີຍ ທັງບໍ່ປ່ອຍນັນທິ (ຄວາມເພີນ) ໃຫ້ເກີດຂຶ້ນດ້ວຍ ດັ່ງນີ້.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ຄັ້ງນັ້ນ ພຣົມກໍດີ ພວກມາຣບໍຣິສັດກໍດີ ພວກພຣົມປະຣິສັດຊະກໍດີ ໄດ້ມີຄວາມແປກປະຫຼາດ ອັນສະຈັນຈິຕວ່າ
“ທ່ານຜູ້ຈະເຣີນ ! ໜ້າອັດສະຈັນ ແປກປະຫຼາດໜໍ ພຣະສະມະນະໂຄດົມ ມີລິດຫຼາຍ ມີອານຸພາບຫຼາຍ ແຕ່ກ່ອນນີ້ພວກເຮົາບໍ່ໄດ້ເຫັນບໍ່ໄດ້ຍິນ ສະມະນະຫຼືພຣາມອື່ນທີ່ມີລິດຫຼາຍ ມີອານຸພາບຫຼາຍ ເໝືອນພຣະສະມະນະໂຄດົມນີ້ ຜູ້ອອກບວດແຕ່ສາກະຢະສະກຸນ ຖອນພົບພ້ອມທັງຮາກຂອງໝູ່ສັຕ ຜູ້ໜ້າຊື່ນຕາບານ ຍິນດີໃນພົບ ມົວເມົາໃນພົບ”.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດທີ່ມີຄວາມເຫັນວ່າ ອັຕຕາແລະໂລກ
ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ ໑໐໑
- ບາລີ ສີ. ທີ. ໙/໒໒-໒໘/໓໑-໓໔.
ພິກຂຸທັງຫຼາຍ ! ມີສະມະນະພຣາມພວກໜຶ່ງ ມີທິດຖິວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ ຈຶ່ງບັນຍັດອັຕຕາແລະໂລກວ່າ ບາງຢ່າງທ່ຽງ ບາງຢ່າງບໍ່ທ່ຽງ ດ້ວຍເຫດ ໔ ປະການ.
(໑) ພິກຂຸທັງຫຼາຍ ! ເມື່ອໂລກກໍາລັງວິນາດຢູ່ ສ່ວນຫຼາຍໝູ່ສັຕຍ່ອມເກີດໃນອາພັດສະຣະ ສັຕເຫຼົ່ານັ້ນໄດ້ສໍາເລັດທາງໃຈ ມີປີຕິເປັນອາຫານ ມີຣັດສະໝີຮຸ່ງອອກຈາກກາຍຕົນເອງ ສັນຈອນໄປໄດ້ໃນອາກາດ ຢູ່ໃນວິມານອັນງາມ ສະຖິດຢູ່ໃນພົບນັ້ນ ຊົ່ວສິ້ນກາລະດົນນານ.
ພິກຂຸທັງຫຼາຍ ! ມີສະໄໝບາງຄັ້ງບາງຍາມ ໂດຍໄລຍະກາລດົນນານ ໂລກນີ້ກັບຈະເຣີນຂຶ້ນ ເມື່ອໂລກກໍາລັງຈະເຣີນຢູ່ ວິມານຂອງພຣົມປາກົດວ່າຫວ່າງເປົ່າ ຄັ້ງນັ້ນ ສັຕຜູ້ໃດຜູ້ໜຶ່ງ ຈຸຕິຈາກຊັ້ນອາພັດສະຣະ ເພາະສິ້ນອາຍຸຫຼືເພາະໝົດບຸນ ຍ່ອມ ເຂົ້າເຖິງວິມານພຣົມທີ່ຫວ່າງເປົ່າ ສັຕຜູ້ນັ້ນຢູ່ໃນວິມານນັ້ນແຕ່ຜູ້ດຽວເປັນເວລາດົນ ຈຶ່ງເກີດຄວາມຢາກ ຄວາມດິ້ນລົນຂຶ້ນວ່າ
ພຸດທະວະຈະນະ - ໝວດທັມ








