ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ພະຍາສັຕຊື່ສີຫະ ອອກຈາກຖໍ້າທີ່ອາໄສໃນເວລາແລງ ຢຽດກາຍແລ້ວຫຼຽວເບິ່ງທິດທັງສີ່ໂດຍຮອບ ບັນລືສີຫະນາດສາມຄັ້ງ ແລ້ວກໍທ່ຽວໄປເພື່ອຫາອາຫານ ບັນດາສັຕເດຣັດສານເຫຼົ່າໃດທີ່ໄດ້ຍິນສີຫະນາດ ສັຕເຫຼົ່ານັ້ນກໍແຕກຕື່ນຢ້ານຫ່ຽວແຫ້ງໃຈ ພວກທີ່ອາໄສໂກນກໍເຂົ້າໂກນ ທີ່ອາໄສນໍ້າ ກໍລົງນໍ້າ ພວກຢູ່ປ່າກໍເຂົ້າປ່າ ຝູງນົກກໍໂຜ່ບິນຂຶ້ນສູ່ອາກາດ ໝູ່ຊ້າງ ຂອງພຣະຣາຊາໃນໝູ່ບ້ານ ເຂດແລະເມືອງຫຼວງທີ່ເຂົາຜູກລ່າມໄວ້ ດ້ວຍເຊືອກອັນໜຽວ ກໍພາກັນຢ້ານ ດຶງກະຝຶດເຊືອກໃຫ້ຂາດແລ້ວ ຖ່າຍມູດແລະກຣີດພ້ອມທັງແລ່ນໜີໄປນໍາ ເບື້ອງພຸ້ນແລະເບື້ອງພີ້.
ພິກຂຸທັງຫຼາຍ ! ພະຍາສັຕຊື່ສີຫະ ເປັນສັຕມີລິດຫຼາຍ ມີສັກດາຫຼາຍ ມີອານຸພາບຫຼາຍກວ່າ ບັນດາສັຕເດຣັດສານດ້ວຍອາການເຊັ່ນນີ້ແລ.
ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ ໃນກາລໃດ ຕະຖາຄົຕ ອຸບັດຂຶ້ນໃນໂລກ ເປັນພຣະອໍຣະຫັນຕຣັສຮູ້ຊອບໂດຍຕົນເອງ ສົມບູນດ້ວຍວິຊຊາແລະຈະຣະນະ ໄປດີ ຮູ້ແຈ້ງໂລກ ເປັນຜູ້ຝຶກບຸຣຸດທີ່ພໍຝຶກໄດ້ບໍ່ມີໃຜຍິ່ງກວ່າ ເປັນຄູສອນຂອງເທວະດາແລະມະນຸດ ເປັນຜູ້ປຸກສັຕໃຫ້ຕື່ນ ເປັນຜູ້ຈໍາແນກທັມ.
ພຸດທະວະຈະນະ - ໝວດທັມ
ຕະຖາຄົຕນັ້ນສະແດງທັມວ່າ
ສັກກາຢະ (ຄືທຸກຂ໌) ເປັນເຊັ່ນນີ້
ເຫດໃຫ້ເກີດສັກກາຢະເປັນເຊັ່ນນີ້
ຄວາມດັບບໍ່ເຫຼືອແຫ່ງສັກກາຢະເປັນເຊັ່ນນີ້
ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັກກາຢະເປັນເຊັ່ນນີ້.
ພວກເທບເຫຼົ່າໃດເປັນຜູ້ມີອາຍຸຍືນຍົງ ມີວັນນະ ປ່ຽມລົ້ນໄປດ້ວຍຄວາມສຸຂ ດໍາຣົງຢູ່ດົນນານມາແລ້ວ ໃນວິມານຊັ້ນສູງ ພວກເທບນັ້ນໆ ໂດຍສ່ວນໃຫຍ່ ໄດ້ຟັງທັມມະເທສນາຂອງຕະຖາຄົຕແລ້ວ ກໍຕົກໃຈຢ້ານ ຫ່ຽວແຫ້ງໃຈ ສໍານຶກໄດ້ວ່າ
“ທ່ານຜູ້ຈະເຣີນເອີຍ !
ພວກເຮົາເມື່ອເປັນຜູ້ບໍ່ທ່ຽງ ກໍມາສໍາຄັນວ່າເປັນຜູ້ທ່ຽງ
ເມື່ອບໍ່ຢັ້ງຢືນ ກໍມາສໍາຄັນວ່າຢັ້ງຢືນ
ເມື່ອບໍ່ໝັ້ນຄົງ ກໍມາສໍາຄັນວ່າໝັ້ນຄົງ.
ພວກເຮົາທັງຫຼາຍເປັນຜູ້ບໍ່ທ່ຽງ ບໍ່ຢັ້ງຢືນ ບໍ່ໝັ້ນຄົງ ແລະເຖິງທົ່ວແລ້ວຊຶ່ງສັກກາຢະ ຄືຄວາມທຸກຂ໌” ດັ່ງນີ້.
ພິກຂຸທັງຫຼາຍ ! ຕະຖາຄົຕເປັນຜູ້ມີລິດຫຼາຍ ມີສັກດາຫຼາຍ ມີອານຸພາບຫຼາຍກວ່າ ສັຕໂລກພ້ອມທັງເທວະໂລກ ດ້ວຍອາການດັ່ງນີ້ແລ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມເຫັນຜິດຂອງພະກະພຣົມ ໑໐໐
- ບາລີ ມູ. ມ. ໑໒/໕໘໘/໕໕໒.
ພິກຂຸທັງຫຼາຍ ! ໃນກາລະຄັ້ງໜຶ່ງ ເຮົາພັກຢູ່ນະພຸ່ມພະຍາໄມ້ສາລະ ປ່າສຸພະຄະວັນ ໃນເຂດອຸກກັດຖະນະຄອນ.
ພິກຂຸທັງຫຼາຍ ! ສະໄໝນັ້ນ ພະກະພຣົມມີທິຕຖິອັນຊົ່ວຮ້າຍແນວນີ້ວ່າ “ພຣົມມະສະພາວະເຊັ່ນນີ້ເປັນຂອງທ່ຽງ (ນິຈຈັງ) ຢັ້ງຢືນ (ທຸວັງ) ມີຢູ່ສະເໝີ (ສັສສະຕັງ) ເປັນຂອງຢ່າງດຽວຕະຫຼອດກາລ (ເກວະລັງ) ມີຄວາມບໍ່ເຄື່ອນເປັນທໍາມະດາ (ອະຈະວະນະທັມມັງ) ເພາະວ່າພຣົມມະສະພາວະເຊັ່ນນີ້ ບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ເຄື່ອນ ບໍ່ອຸບັດ ກໍແຫຼະບໍ່ມີສະພາວະອື່ນທີ່ເປັນນິດສະຣະນະ (ອຸບາຍເຄື່ອງອອກໄປຈາກທຸກຂ໌) ຍິ່ງໄປກວ່າພຣົມມະສະພາວະນີ້” ດັ່ງນີ້.
ພິກຂຸທັງຫຼາຍ ! ຄັ້ງນັ້ນແລ ເຮົາຮູ້ປະຣິວິຕົກຂອງພະກະ ພຣົມໃນໃຈດ້ວຍໃຈແລ້ວ ຫາຍຈາກພຸ່ມແຫ່ງພະຍາໄມ້ສາລະໄປປາກົດຕົນໃນພຣົມມະໂລກນັ້ນ ຊົ່ວເວລາພຽງແຕ່ສໍ່າບຸຣຸດແຂງແຮງຢຽດແຂນອອກຫຼືຄູ້ແຂນເຂົ້າເທົ່ານັ້ນ.
ພິກຂຸທັງຫຼາຍ ! ພະກະພຣົມໄດ້ເຫັນເຮົາຜູ້ມາຢູ່ຈາກບ່ອນໄກແລ້ວ ໄດ້ກ່າວກັບເຮົາວ່າ “ທ່ານຜູ້ນິຣະທຸກຂ໌ ! ເຂົ້າມາເຖີ້ນທ່ານຜູ້ນິຣະທຸກຂ໌ ! ທ່ານມາດີແລ້ວ ທ່ານຜູ້ນິຣະທຸກຂ໌ ! ຕັ້ງດົນໆ
ພຸດທະວະຈະນະ - ໝວດທັມ
ທ່ານຈຶ່ງຈະມາເຖິງບ່ອນນີ້. ທ່ານຜູ້ນິຣະທຸກຂ໌ ! ພຣົມມະສະພາວະນີ້ ເປັນຂອງທ່ຽງ ຢັ້ງຢືນ ມີຢູ່ສະເໝີ ເປັນຂອງຢ່າງດຽວຕະຫຼອດກາລ ມີຄວາມບໍ່ເຄື່ອນເປັນທໍາມະດາ ເພາະວ່າ ພຣົມມະສະພາວະນີ້ ບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ເຄື່ອນ ບໍ່ອຸບັດ ກໍແຫຼະບໍ່ມີສະພາວະອື່ນ ທີ່ເປັນນິດສະຣະນະເຄື່ອງອອກຈາກທຸກຂ໌ ຍິ່ງໄປກວ່າພຣົມມະສະພາວະນີ້” ດັ່ງນີ້.








