ພົບພູມ
ໜ້າ/ 140
(໔) ພິກຂຸຍ່ອມຮໍ່າຮຽນທັມ ຄື ສຸຕຕະ ... ເວທັນລະ ທັມເຫຼົ່ານັ້ນ ເປັນທັມອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ເຂົາມີສະຕິລືມຫຼົງ ເມື່ອ ທໍາກາລະ ຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທັມທັງຫຼາຍ ຍ່ອມບໍ່ປາກົດແກ່ເຂົາ ຜູ້ມີຄວາມສຸຂໃນພົບນັ້ນເລີຍ ທັງພິກຂຸຜູ້ມີລິດ ເຖິງຄວາມຊໍານານແຫ່ງຈິຕ ກໍບໍ່ໄດ້ສະແດງທັມໃນເທບບໍຣິສັດ ແມ່ນແຕ່ເທບພະບຸຕກໍບໍ່ໄດ້ສະແດງທັມໃນເທບບໍຣິສັດ ແຕ່ເທພະບຸຕຜູ້ເກີດກ່ອນເຕືອນເທພະບຸຕຜູ້ເກີດລຸນຫຼັງວ່າ “ທ່ານຜູ້ນິຣະທຸກຂ໌ຍ່ອມລະລຶກໄດ້ຫຼືບໍ່ວ່າ ເຮົາໄດ້ ປະພຶດພຣົມມະຈັນໃນກາລກ່ອນ” ເຂົາກ່າວດັ່ງນີ້ວ່າ “ເຮົາລະລຶກໄດ້ ທ່ານຜູ້ນິຣະທຸກຂ໌ ເຮົາລະລຶກໄດ້ ທ່ານຜູ້ນິຣະທຸກຂ໌” ສະຕິບັງເກີດຂຶ້ນຊ້າ ແຕ່ວ່າສັຕນັ້ນຍ່ອມເປັນຜູ້ບັນລຸຄຸນວິເສດໄວຍິ່ງ.
ພິກຂຸທັງຫຼາຍ ! ໝູ່ເກີສອງຄົນຫຼີ້ນຝຸ່ນນໍາກັນ ເຂົາມາພໍ້ກັນບາງຄັ້ງບາງຍາມ ໃນທີ່ບາງແຫ່ງ ໝູ່ຜູ້ໜຶ່ງຍ່ອມກ່າວກັບໝູ່ຄົນນັ້ນດັ່ງນີ້ວ່າ “ສະຫາຍ ທ່ານລະລຶກກັມແມ່ນເຊັ່ນນັ້ນໄດ້ຫຼືບໍ່”
ພຸດທະວະຈະນະ - ໝວດທັມ
ເຂົາຍ່ອມກ່າວດັ່ງນີ້ວ່າ “ເຮົາລະລຶກໄດ້ ເຮົາລະລຶກໄດ້” ເຊັ່ນໃດ ພິກຂຸກໍເຊັ່ນນັ້ນເໝືອນກັນ ຍ່ອມຮໍ່າຮຽນທັມ ຄື ສຸຕຕະ ... ເວທັນລະ ທັມເຫຼົ່ານັ້ນເປັນທັມອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ... ສະຕິບັງເກີດຂຶ້ນຊ້າ ແຕ່ວ່າສັຕນັ້ນ ຍ່ອມເປັນຜູ້ບັນລຸຄຸນວິເສດໄວຍິ່ງ.
ພິກຂຸທັງຫຼາຍ ! ນີ້ເປັນອານິສົງສ໌ປະການທີ ໔ ແຫ່ງທັມທັງຫຼາຍ ທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ອັນບຸກຄົນຍ່ອມຫວັງໄດ້.
ພິກຂຸທັງຫຼາຍ ! ນີ້ແລອານິສົງສ໌ ໔ ປະການ ແຫ່ງທັມທັງຫຼາຍ ທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ອັນບຸກຄົນຍ່ອມຫວັງໄດ້.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ການເຂົ້າເຖິງສະຫວັນໃນພົບປັດຈຸບັນ ໙໘
- ບາລີ ສລາ. ສັງ. ໑໘/໑໕໙/໒໑໕.
ພິກຂຸທັງຫຼາຍ ! ລາບຂອງເຈົ້າທັງຫຼາຍ.
ພິກຂຸທັງຫຼາຍ ! ເປັນການໄດ້ທີ່ດີຂອງເຈົ້າທັງຫຼາຍແລ້ວ.
ພິກຂຸທັງຫຼາຍ ! ຂະນະສໍາລັບການປະພຶດພຣົມມະຈັນພວກເຈົ້າກໍໄດ້ໂດຍສະເພາະແລ້ວ.
ພິກຂຸທັງຫຼາຍ !
ສະຫວັນຊື່ວ່າ ຜັສສາຢະຕະນິກະ ໖ ຊັ້ນ ເຮົາໄດ້ເຫັນແລ້ວ
ໃນບັນດາສະຫວັນເຫຼົ່ານັ້ນ ບຸກຄົນເຫັນຮູບໃດໆ ດ້ວຍຕາ ຍ່ອມເຫັນແຕ່ຮູບ ທີ່ໜ້າປາຖນາເທົ່ານັ້ນ ບໍ່ເຫັນຮູບທີ່ບໍ່ໜ້າປາຖນາເລີຍ ເຫັນແຕ່ຮູບທີ່ໜ້າຮັກໄຄ່ເທົ່ານັ້ນ ບໍ່ເຫັນຮູບທີ່ບໍ່ໜ້າຮັກໄຄ່ເລີຍ ເຫັນແຕ່ຮູບທີ່ໜ້າພໍໃຈເທົ່ານັ້ນ ບໍ່ເຫັນຮູບທີ່ບໍ່ໜ້າພໍໃຈເລີຍ.
ໃນບັນດາສະຫວັນເຫຼົ່ານັ້ນ ບຸກຄົນຟັງສຽງໃດໆ ດ້ວຍຫູ ... .
ໃນບັນດາສະຫວັນເຫຼົ່ານັ້ນ ບຸກຄົນດົມກິ່ນໃດໆ ດ້ວຍດັງ ... .
ພຸດທະວະຈະນະ - ໝວດທັມ
ໃນບັນດາສະຫວັນເຫຼົ່ານັ້ນ ບຸກຄົນຊີມຣົສໃດໆ ດ້ວຍລີ້ນ ... .
ໃນບັນດາສະຫວັນເຫຼົ່ານັ້ນ ບຸກຄົນຖືກຕ້ອງໂຜດຖັບພະໃດໆ ດ້ວຍຜິວກາຍ ... .
ໃນບັນດາສະຫວັນເຫຼົ່ານັ້ນ ບຸກຄົນຮູ້ແຈ້ງທັມມາຣົມໃດໆ ດ້ວຍໃຈ ຍ່ອມຮູ້ແຈ້ງແຕ່ທັມມາຣົມທີ່ໜ້າປາຖນາເທົ່ານັ້ນ ບໍ່ຮູ້ແຈ້ງທັມມາຣົມທີ່ບໍ່ໜ້າປາຖນາເລີຍ ຮູ້ແຈ້ງແຕ່ທັມມາຣົມທີ່ໜ້າຮັກໄຄ່ເທົ່ານັ້ນ ບໍ່ຮູ້ແຈ້ງທັມມາຣົມທີ່ບໍ່ໜ້າຮັກໄຄ່ເລີຍ ຮູ້ແຈ້ງແຕ່ທັມມາຣົມທີ່ໜ້າພໍໃຈເທົ່ານັ້ນ ບໍ່ຮູ້ແຈ້ງທັມມາຣົມທີ່ບໍ່ໜ້າພໍໃຈເລີຍ.
ພິກຂຸທັງຫຼາຍ ! ລາບຂອງເຈົ້າທັງຫຼາຍ.
ພິກຂຸທັງຫຼາຍ ! ເປັນການໄດ້ທີ່ດີຂອງເຈົ້າທັງຫຼາຍແລ້ວ.
ພິກຂຸທັງຫຼາຍ ! ຂະນະສໍາລັບການປະພຶດພຣົມມະຈັນ ພວກເຈົ້າກໍໄດ້ໂດຍສະເພາະແລ້ວ ດັ່ງນີ້ແລ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ແມ່ນແຕ່ເທວະດາກໍບໍ່ທ່ຽງ ໙໙
- ບາລີ ຈຕຸກກ. ອັງ. ໒໑/໔໒/໓໓.








