ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຣາມ ! ສະມະນະຫຼືພຣາມບາງຄົນໃນໂລກນີ້ ປະຕິຍານຕົນວ່າເປັນພຣົມມະຈາຣີໂດຍຊອບ ແລ້ວບໍ່ເສບເມຖຸນທັມກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບຽດສີ ການອາບ ການບີບນວດ ຈາກມາຕຸຄາມ ບໍ່ຍິນດີໃນການເວົ້າຈາສໍາອອຍຢອກຫຼິ້ນຫົວກັບມາຕຸຄາມ ບໍ່ຍິນດີໃນການຈ້ອງຕາຕໍ່ຕາກັບມາຕຸຄາມກໍຈິງ ທັງບໍ່ຍິນດີໃນການຟັງສຽງມາຕຸຄາມກໍຈິງ ແຕ່ ເຂົາມັກຕາມລະລຶກເຖິງເລື່ອງເກົ່າ ທີ່ເຄີຍຫົວລໍ້ກ່ອມກ້ຽວ ຫຼິ້ນຫົວກັນກັບມາຕຸຄາມ ແລ້ວປາບປື້ມຍິນດີດ້ວຍການເຝົ້າລະລຶກເຊັ່ນນັ້ນ. ດູຣາພຣາມ ! ນີ້ຄືຄວາມຂາດ ຄວາມຊອດທະລຸ ຄວາມດ່າງ ຄວາມມົວໝອງ ຂອງພຣົມມະຈັນ. ເຮົາກ່າວວ່າຜູ້ນີ້ປະພຶດພຣົມມະຈັນບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ, ຍັງບໍ່ພົ້ນຈາກຊາດ ຊະຣາ ມໍຣະນະ ໂສກະປະຣິເທວະທຸກຂະ ໂທມະນັດສະ ແລະອຸປາຍາສະ ໄປໄດ້, ຍັງບໍ່ພົ້ນຈາກທຸກຂ໌.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໗໑

ພຣາມ ! ສະມະນະຫຼືພຣາມບາງຄົນໃນໂລກນີ້ ປະຕິຍານຕົນວ່າ ເປັນພຣົມມະຈາຣີໂດຍຊອບ ແລ້ວບໍ່ເສບເມຖຸນທັມກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບຽດສີ ການອາບ ການບີບນວດຈາກມາຕຸຄາມ ບໍ່ຍິນດີໃນການເວົ້າຈາສໍາອອຍຢອກຫຼິ້ນຫົວກັບມາຕຸຄາມ ບໍ່ຍິນດີໃນການຈ້ອງຕາຕໍ່ຕາກັບມາຕຸຄາມ ບໍ່ຍິນດີໃນການຟັງສຽງມາຕຸຄາມ ແລະທັງບໍ່ມັກຕາມລະລຶກເຖິງເລື່ອງເກົ່າ ທີ່ເຄີຍຫົວລໍ້ກ່ອມກ້ຽວ ຫຼິ້ນຫົວກັນກັບມາຕຸຄາມກໍຈິງ ແຕ່ ເຂົາພຽງແຕ່ເຫັນພວກຄະຫະບໍດີຫຼືລູກຄະຫະບໍດີ ອີ່ມເອີບດ້ວຍກາມະຄຸນ ໄດ້ຮັບການບໍາເລີຢູ່ດ້ວຍກາມະຄຸນ ກໍປາບປື້ມຍິນດີດ້ວຍການໄດ້ເຫັນການເຮັດເຊັ່ນນັ້ນ. ດູຣາພຣາມ ! ນີ້ແຫຼະຄືຄວາມຂາດ ຄວາມຊອດທະລຸ ຄວາມດ່າງ ຄວາມມົວໝອງ ຂອງພຣົມມະຈັນ. ເຮົາກ່າວວ່າຜູ້ນີ້ປະພຶດພຣົມມະຈັນບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ, ຍັງບໍ່ພົ້ນຈາກຊາດ ຊະຣາ ມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະ ແລະອຸປາຍາສະ ໄປໄດ້, ຍັງບໍ່ພົ້ນຈາກທຸກຂ໌.

ພຣາມ ! ສະມະນະຫຼືພຣາມບາງຄົນໃນໂລກນີ້ ປະຕິຍານຕົນວ່າ ເປັນພຣົມມະຈາຣີໂດຍຊອບ ແລ້ວບໍ່ເສບເມຖຸນທັມກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບຽດສີ ການອາບ ການບີບນວດ ຈາກມາຕຸຄາມ ບໍ່ຍິນດີໃນການເວົ້າຈາສໍາອອຍຢອກຫຼິ້ນຫົວກັບມາຕຸຄາມ ບໍ່ຍິນດີໃນການຈ້ອງຕາຕໍ່ຕາກັບມາຕຸຄາມ ບໍ່ຍິນດີໃນການຟັງ ສຽງມາຕຸຄາມ ບໍ່ຍິນດີຕາມລະລຶກເຖິງເລື່ອງເກົ່າ ທີ່ຕົນເຄີຍຫົວລໍ້ກ່ອມກ້ຽວຫຼິ້ນຫົວກັບມາຕຸຄາມ ແລະທັງບໍ່ຍິນດີທີ່ຈະເຫັນພວກຄະຫະບໍດີ ຫຼືລູກຄະຫະບໍດີ ອີ່ມເອີບ ດ້ວຍກາມະຄຸນ ແລ້ວຕົນພອຍນຶກພູມໃຈດ້ວຍກໍຕາມ ແຕ່ ເຂົາປະພຶດພຣົມມະຈັນໂດຍຕັ້ງຄວາມປາຖນາ ເພື່ອໄປເປັນເທວະດາພວກໃດພວກໜຶ່ງ. ດູຣາພຣາມ ! ນີ້ແຫຼະ ຄືຄວາມຂາດ ຄວາມຊອດທະລຸ ຄວາມດ່າງ ຄວາມມົວໝອງ ຂອງພຣົມມະຈັນ. ເຮົາກ່າວວ່າຜູ້ນີ້ປະພຶດພຣົມມະຈັນບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ, ຍັງບໍ່ພົ້ນຈາກຊາດ ຊະຣາ ມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະ ແລະອຸປາຍາສະ ໄປໄດ້, ຍັງບໍ່ພົ້ນຈາກທຸກຂ໌.

໑໗໒ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ພຣາມເອີຍ ! ຕະຫຼອດກາລພຽງໃດ ທີ່ເຮົາຍັງເຫັນການກ່ຽວພັນດ້ວຍເມຖຸນແບບໃດແບບໜຶ່ງ ໃນ ໗ ເຍື່ອງນັ້ນ ທີ່ເຮົາຍັງລະມັນບໍ່ໄດ້, ຕະຫຼອດກາລພຽງນັ້ນ ເຮົາຍັງບໍ່ປະຕິຍານຕົນເອງ ວ່າເປັນຜູ້ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະດາ ມາຣ ພຣົມ ໝູ່ສັຕ ພ້ອມທັງສະມະນະ ແລະ ພຣາມ ເທວະດາແລະມະນຸສ.

ພຣາມເອີຍ ! ເມື່ອໃດ ເຮົາບໍ່ແລເຫັນການກ່ຽວພັນດ້ວຍເມຖຸນແບບໃດແບບໜຶ່ງ ໃນ ໗ ເຍື່ອງນັ້ນ ທີ່ເຮົາຍັງລະມັນບໍ່ໄດ້, ເມື່ອນັ້ນ ເຮົາຍ່ອມປະຕິຍານຕົນເອງ ວ່າເປັນຜູ້ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະດາ ມາຣ ພຣົມ ໝູ່ສັຕ ພ້ອມທັງສະມະນະແລະພຣາມ ເທວະດາແລະມະນຸສ, ຍານແລະທັດສະນະໄດ້ເກີດຂຶ້ນແກ່ເຮົາແລ້ວ. ຄວາມຫຼຸດພົ້ນຂອງເຮົາ ບໍ່ກັບກໍາເລີບ. ຊາດນີ້ເປັນຊາດສຸດທ້າຍ, ບັດນີ້ການເກີດໃໝ່ບໍ່ມີອີກຕໍ່ໄປ.

ທົງຢືນຢັນວ່າຕຣັດສະເພາະເລື່ອງທີ່

ທົງແຈ່ມແຈ້ງແທງຕະຫຼອດແລ້ວເທົ່ານັ້ນ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ