ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ລໍາດັບນັ້ນມາຣຜູ້ມີບາບຮູ້ສຶກວ່າ ພຣະຜູ້ມີພຣະພາຄຮູ້ກໍາພືດເຮົາເສຍແລ້ວ ພຣະສຸຄົຕຮູ້ກໍາພືດເຮົາເສຍແລ້ວ ມີທຸກໂທມະນັດສະ ອັນຕະທານໄປແລ້ວໃນບ່ອນນັ້ນນັ້ນເອງ.
ທົງຢືນຢັນພຣົມມະຈັນຂອງພຣະອົງວ່າບໍຣິສຸດເຕັມທີ່ ໑
ພຣາມ ! ເມື່ອຜູ້ໃດຈະກ່າວໃຫ້ຖືກຕ້ອງ ວ່າໃຜປະພຶດພຣົມມະຈັນບໍຣິສຸດ ບໍຣິບູນ ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ມົວໝອງແລ້ວ ເຂົາຄວນກ່າວເຈາະຈົງເອົາເຮົາຕະຖາຄົຕ. ພຣາມ ! ເຮົານີ້ແຫຼະ ຍ່ອມປະພຶດພຣົມມະຈັນບໍຣິສຸດ ບໍຣິບູນ ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ມົວໝອງແລ້ວ.
“ຂ້າແຕ່ພຣະໂຄດົມ ! ຄວາມຂາດ ຄວາມຊອດທະລຸ ຄວາມດ່າງ ຄວາມມົວໝອງ ຂອງພຣົມມະຈັນ ນັ້ນເປັນແນວໃດໜໍ ?”
໑. ບາລີ ສັຕຕັບພິທະເມຖຸນສັງໂຢຄະສູຕ ສັຕຕກ. ອັງ. ໒໓/໕໕/໔໗. ຕຣັດແກ່ຊານຸສໂສນີພຣາມ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໖໙
ພຣາມ ! ມີສະມະນະຫຼືພຣາມບາງຄົນໃນໂລກນີ້ ປະຕິຍານຕົນວ່າ ເປັນພຣົມມະຈາຣີໂດຍຊອບ ເຂົາບໍ່ເສບເມຖຸນທັມກັບມາຕຸຄາມກໍຈິງແລ ແຕ່ວ່າ ເຂົາຍິນດີ ການລູບຄໍາ ການບຽດສີ ການອາບ ການບີບນວດ ທີ່ໄດ້ຮັບຈາກມາຕຸຄາມ. ເຂົາປາບປື້ມຍິນດີດ້ວຍການບໍາເລີເຊັ່ນນັ້ນ ຈາກມາຕຸຄາມ. ດູຣາພຣາມ ! ນີ້ຄືຄວາມຂາດ ຄວາມຊອດທະລຸ ຄວາມດ່າງ ຄວາມມົວໝອງ ຂອງພຣົມມະຈັນ. ເຮົາກ່າວວ່າຜູ້ນີ້ປະພຶດພຣົມມະຈັນບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ, ຍັງບໍ່ພົ້ນຈາກຊາດ ຊະຣາ ມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະແລະອຸປາຍາສະ ໄປໄດ້, ຍັງບໍ່ພົ້ນຈາກທຸກຂ໌.
ພຣາມ ! ສະມະນະຫຼືພຣາມບາງຄົນໃນໂລກນີ້ ປະຕິຍານຕົນວ່າ ເປັນພຣົມມະຈາຣີໂດຍຊອບ ເຂົາບໍ່ເສບເມຖຸນທັມກັບມາຕຸຄາມ ແລະບໍ່ຍິນດີການລູບຄໍາ ການບຽດສີ ການອາບ ການບີບນວດ ທີ່ໄດ້ຮັບຈາກມາຕຸຄາມກໍຈິງ ແຕ່ ເຂົາຍັງເວົ້າຈາສໍາອອຍຢອກຫຼິ້ນຫົວກັບມາຕຸຄາມ, ເຂົາປາບປື້ມຍິນດີດ້ວຍການບໍາເລີເຊັ່ນນັ້ນ ຈາກມາຕຸຄາມ. ດູຣາພຣາມ ! ນີ້ຄືຄວາມຂາດ ຄວາມຊອດທະລຸ ຄວາມດ່າງ ຄວາມມົວໝອງຂອງພຣົມມະຈັນ. ເຮົາກ່າວວ່າ ຜູ້ນີ້ປະພຶດພຣົມມະຈັນບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ, ຍັງບໍ່ພົ້ນຈາກຊາດ ຊະຣາ ມໍຣະນະ ໂສກະ ປະຣິເທວະ ທຸກຂະໂທມະນັດສະ ແລະອຸປາຍາສະໄປໄດ້, ຍັງບໍ່ພົ້ນຈາກທຸກຂ໌.
ພຣາມ ! ສະມະນະຫຼືພຣາມບາງຄົນໃນໂລກນີ້ ປະຕິຍານຕົນວ່າເປັນພຣົມມະຈາຣີໂດຍຊອບ ບໍ່ເສບເມຖຸນທັມກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບຽດສີ ການອາບການບີບນວດ ບໍ່ຍິນດີໃນການເວົ້າຈາສໍາອອຍຢອກຫຼິ້ນຫົວກັບມາຕຸຄາມກໍຈິງ ແຕ່ ເຂົາຍັງມັກຈ້ອງຕາດ້ວຍຕາກັບມາຕຸຄາມ, ແລ້ວປາບປື້ມຍິນດີດ້ວຍການເຮັດແນວນັ້ນ. ດູຣາພຣາມ ! ນີ້ກໍຄືຄວາມຂາດ ຄວາມຊອດທະລຸ ຄວາມດ່າງ ຄວາມມົວໝອງຂອງພຣົມມະຈັນ. ເຮົາກ່າວວ່າ ຜູ້ນີ້ປະພຶດພຣົມມະຈັນບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ, ຍັງບໍ່ພົ້ນຈາກຊາດ ຊະຣາ ມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະ ແລະອຸປາຍາສະ ໄປໄດ້, ຍັງບໍ່ພົ້ນຈາກທຸກຂ໌.
໑໗໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ພຣາມ ! ສະມະນະຫຼືພຣາມບາງຄົນໃນໂລກນີ້ ປະຕິຍານຕົນວ່າເປັນພຣົມມະຈາຣີໂດຍຊອບ ແລ້ວບໍ່ເສບເມຖຸນທັມກັບມາຕຸຄາມ ບໍ່ຍິນດີການລູບຄໍາ ການບຽດສີ ການອາບ ການບີບນວດ ຈາກມາຕຸຄາມ ບໍ່ຍິນດີໃນການເວົ້າຈາສໍາອອຍຢອກຫຼິ້ນຫົວກັບມາຕຸຄາມ ທັງບໍ່ຍິນດີໃນການຈ້ອງຕາຕໍ່ຕາກັບມາຕຸຄາມກໍຈິງ ແຕ່ ເຂົາຍັງມັກຟັງສຽງຂອງມາຕຸຄາມ ທີ່ຫົວລໍ້ຢູ່ກໍດີ ເວົ້າຈາຢູ່ກໍດີ ຂັບຮ້ອງຢູ່ກໍດີ ຮ້ອງໄຫ້ຢູ່ກໍດີ ຂ້າງນອກຝາກໍຕາມ ນອກກໍາແພງກໍຕາມ, ແລ້ວປາບປື້ມຍິນດີດ້ວຍການໄດ້ຟັງສຽງນັ້ນ. ດູຣາພຣາມ ! ນີ້ຄືຄວາມຂາດ ຄວາມຊອດທະລຸ ຄວາມດ່າງ ຄວາມມົວໝອງ ຂອງພຣົມມະຈັນ. ເຮົາກ່າວວ່າຜູ້ນີ້ ປະພຶດພຣົມມະຈັນບໍ່ບໍຣິສຸດ ຍັງປະກອບການກ່ຽວພັນດ້ວຍເມຖຸນ, ຍັງບໍ່ພົ້ນຈາກຊາດ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະ ແລະອຸປາຍາສະໄປໄດ້, ຍັງບໍ່ພົ້ນຈາກທຸກຂ໌.








