ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຖ້າມີຄົນເຫຼົ່າອື່ນມາຖາມພິກຂຸນັ້ນເຊັ່ນນີ້ວ່າ ກໍທ່ານມີເຫດຜົລແນວໃດ ມີເລື່ອງທີ່ຮູ້ມາແນວໃດ ທີ່ເຮັດໃຫ້ທ່ານກ່າວວ່າ ພຣະຜູ້ມີພຣະພາຄເປັນສັມມາສັມພຸດທະ, ພຣະທັມເປັນສວາກຂາຕະ ສາວົກສົງຄ໌ຂອງພຣະຜູ້ມີພຣະພາຄ ເປັນສຸປະຕິປັນນະ ດັ່ງນີ້ໜໍ ? ພິກຂຸ ທ. ! ເມື່ອພິກຂຸຈະພະຍາກອນຢູ່ໂດຍຊອບ ກໍຈະພະຍາກອນວ່າ “ສະຫາຍເອີຍ ! ໃນເລື່ອງນີ້ ເຮົາເຂົ້າໄປເຝົ້າພຣະຜູ້ມີພຣະພາຄເພື່ອຟັງທັມ ພຣະຜູ້ມີພຣະພາຄ ທົງສະແດງທັມແກ່ເຮົານັ້ນໃຫ້ຍິ່ງຂຶ້ນໄປ ໃຫ້ປານີຕຂຶ້ນໄປ ມີສ່ວນປຽບ ທຽບລະຫວ່າງທັມດໍາກັບທັມຂາວ. ສະຫາຍເອີຍ ! ພຣະສາສດາຍ່ອມສະແດງທັມແກ່ເຮົາ ໃນລັກສະນະທີ່ທົງສະແດງຢູ່ໂດຍລັກສະນະນັ້ນ ເຮົາເພາະຮູ້ຍິ່ງໃນທັມນັ້ນ ໄດ້ເຖິງແລ້ວຊຶ່ງຄວາມແນ່ໃຈ ສະເພາະທັມບາງຢ່າງໃນທັມ ທ. ທີ່ທົງສະແດງນັ້ນ ເຫຼື້ອມໃສແລ້ວໃນພຣະສາສດາວ່າ ‘ພຣະຜູ້ມີພຣະພາຄເປັນສັມມາສັມພຸດທະ, ພຣະທັມເປັນສວາກຂາຕະ, ສາວົກສົງຄ໌ຂອງພຣະຜູ້ມີພຣະພາຄເປັນສຸປະຕິປັນນະ’ ດັ່ງນີ້.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໖໗
ພິກຂຸ ທ. ! ສັດທາໃນຕະຖາຄົຕຂອງທ່ານຜູ້ໃດກໍຕາມ ເປັນສັດທາທີ່ຖືກເຊື່ອມໂຍງ ແລ້ວດ້ວຍອາການເຫຼົ່ານີ້ ດ້ວຍບົດເຫຼົ່ານີ້ ດ້ວຍພະຍັນຊະນະເຫຼົ່ານີ້ ເປັນສັດທາທີ່ມີມູນຮາກເກີດແລ້ວ ມີຖານທີ່ຕັ້ງເກີດແລ້ວ ; ພິກຂຸ ທ. ! ສັດທານີ້ ເຮົາກ່າວວ່າ ເປັນສັດທາທີ່ມີອາການ ມີທັດສະນະເປັນມູນ ເປັນສັດທາທີ່ໝັ້ນຄົງ ທີ່ສະມະນະກໍດີ ພຣາມກໍດີ ເທບກໍດີ ມາຣກໍດີ ພຣົມກໍດີ ຫຼືໃຜໆກໍຕາມໃນໂລກ ຈະຊັກຈູງໄປບໍ່ໄດ້.
ພິກຂຸ ທ. ! ການທົດສອບໂດຍທັມໃນຕະຖາຄົຕ ຍ່ອມມີດ້ວຍອາການເຊັ່ນນີ້, ແລະຕະຖາຄົຕກໍເປັນຜູ້ຖືກທົດສອບແລ້ວດ້ວຍດີໂດຍທັມ ດ້ວຍອາການດັ່ງນີ້ແລ.
ໝາຍເຫດ : ຂໍ້ຄວາມເບື້ອງເທິິງນີ້ ມີປະໂຍຊນ໌ສໍາລັບພວກເຮົາທົ່ວໄປ ທີ່ບໍ່ມີເຈໂຕປະຣິຢະຍານ ທີ່ຈະຮູ້ພຣະຫະຣືທັຍຂອງພຣະອົງ ວ່າເປັນສັມມາສັມພຸດທະຫຼືບໍ່ ກໍຈະສາມາດມີສັດທາ ແນ່ໃຈໄດ້ວ່າທົງເປັນສັມມາສັມພຸດທະ. ຂໍໃຫ້ພະຍາຍາມສ້າງຄວາມເຂົ້າໃຈໃນເລື່ອງນີ້ ໃຫ້ເຖິງທີ່ສຸດດ້ວຍອັນໜຶ່ງ ຂໍ້ຄວາມເຫຼົ່ານີ້ຈະຟັງຍາກສໍາລັບຄົນບາງຄົນ ເພາະພຣະອົງທົງໃຊ້ຄໍາທໍາມະດາສາມັນໃຫ້ເລັງເຖິງ ພຣະອົງເອງ ເໝືອນກັບວ່າທົງເປັນຈໍາເລີຍໃຫ້ສອບສວນ ; ຜູ້ອ່ານຈະຕ້ອງໃຊ້ຄວາມລະມັດລະວັງເປັນພິເສດ ໂຕຢ່າງເຊັ່ນຄໍາວ່າ “ພິກຂຸ” ເປັນຕົ້ນ ໝາຍເຖິງພຣະອົງຄ໌ເອງກໍມີ.
ທົງຢືນຢັນວ່າບໍ່ໄດ້ບໍຣິສຸດເພາະຕະບະອື່ນ ນອກຈາກອະຣິຍະມັຄ ໑
ຄັ້ງນັ້ນພຣະຜູ້ມີພຣະພາຄປະທັບຢູ່ໃນທີ່ມິດງຽບ ຫຼັງຈາການຕຣັສຮູ້ແລ້ວໃໝ່ໆ ໄດ້ເກີດປະຣິວິຕົກຂຶ້ນມາວ່າ “ເຮົາຫຼຸດມາໄດ້ແລ້ວຈາກການບໍາເພັນທຸກະຣະກິຣິຍານັ້ນໜໍ ; ດີແທ້ ເຮົາຫຼຸດມາເສຍໄດ້ແລ້ວ ຈາກການຝຶກທຸກະຣະກິຣິຍາອັນບໍ່ປະກອບດ້ວຍປະໂຍຊນ໌ນັ້ນໜໍ ດີແທ້ ເຮົາຫຼຸດພົ້ນແລ້ວ ເປັນຜູ້ເຖິງທັບເຊິ່ງໂພທິຍານໜໍ” ດັ່ງນີ້.
ລໍາດັບນັ້ນ ມາຣຜູ້ມີບາບຊາບຄວາມປະຣິວິຕົກແຫ່ງໃຈຂອງພຣະຜູ້ມີພຣະພາຄ ດ້ວຍໃຈແຫ່ງຕົນແລ້ວເຂົ້າໄປຫາພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ກ່າວຄຸກຄາມດ້ວຍຄາຖາວ່າ :-
໑. ບາລີ ສຄາ. ສັງ. ໑໕/໑໕໐/໔໑໘. ຕຣັດແກ່ມາຣ.
໑໖໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓
“ມານົບທີ່ບໍາເພັນຕະບະ ຍ່ອມບໍ່ຫຼີກຈາກຕະບະທີ່ເຮັດເຂົາ
ໃຫ້ບໍຣິສຸດ ສ່ວນທ່ານເປັນຜູ້ບໍ່ບໍຣິສຸດ ມາສໍາຄັນຕົນ
ວ່າບໍຣິສຸດ ປະຖິ້ມເສຍຊຶ່ງຫົນທາງອັນບໍຣິສຸດ.”
ລໍາດັບນັ້ນ ພຣະຜູ້ມີພຣະພາຄ ທົງຊາບວ່າ ນີ້ເປັນມາຣຜູ້ມີບາບ ດັ່ງນີ້ແລ້ວ ໄດ້ກ່າວຄຸກຄາມມາຣຜູ້ມີບາບດ້ວຍຄາຖາເຫຼົ່ານີ້ ວ່າ :-
ຕະບະເຍື່ອງອື່ນຊະນິດໃດກໍຕາມ ທັງໝົດນັ້ນ
ບໍ່ເປັນຕະບະນໍາມາຊຶ່ງປະໂຍຊນ໌ ເພາະເຮົາຮູ້ແລ້ວ
ວ່າບໍ່ປະກອບດ້ວຍປະໂຍຊນ໌ ເໝືອນໄມ້ດັນຫຼືໄມ້ພາຍ
ທີ່ຈະໃຊ້ດັນຫຼືພາຍເຮືອເທິງບົກໃນປ່າ.
ເຮົາຈະເຣີນມັກຄະ ອັນປະກອບດ້ວຍສີລ ສະມາທິ
ແລະປັນຍາ ເພື່ອການຕຣັສຮູ້ ເຮົາເປັນຜູ້ເຖິງແລ້ວ
ເຊິ່ງຄວາມບໍຣິສຸດຢ່າງຍິ່ງ. ມາຣເອີຍ ! ເຮົາຕ່າງຫາກ
ເປັນຜູ້ກວດລ້າງທ່ານແລ້ວ, ດັ່ງນີ້.








