ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ເມື່ອຮູ້ຢູ່ແນວນັ້ນ ຍ່ອມເຮັດການທົດສອບໃຫ້ຍິ່ງຂຶ້ນໄປກວ່ານັ້ນ ວ່າ ທ່ານຜູ້ນີ້ບໍ່ເປັນພະຍູປຣັຕ (ຍິນດີໃນສິ່ງທີ່ເປັນພັຍ) ເພາະປາສະຈາກຣາຄະ ບໍ່ເສບກາມເພາະໝົດ ຣາຄະຢູ່ຫຼື. ເມື່ອເຮັດການທົດສອບໃນຂໍ້ນັ້ນຢູ່ ຍ່ອມຮູ້ແນວນີ້ວ່າ ທ່ານຜູ້ນີ້ບໍ່ເປັນ ພະຍູປຣັຕເພາະປາສະຈາກຣາຄະ ບໍ່ເສບກາມເພາະດັບສິ້ນຣາຄະຢູ່ຈິງແທ້ ດັ່ງນີ້.

ພິກຂຸ ທ. ! ຖ້າມີຄົນເຫຼົ່າອື່ນມາຖາມພິກຂຸນັ້ນເຊັ່ນນີ້ວ່າ ກໍທ່ານມີເຫດຜົລແນວໃດ ມີເລື່ອງທີ່ຮູ້ມາແນວໃດ ທີ່ເຮັດໃຫ້ທ່ານກ່າວວ່າ ທ່ານຜູ້ນີ້ບໍ່ເປັນພະຍູປຣັຕ ເພາະປາສະຈາກຣາຄະ ບໍ່ເສບກາມເພາະດັບສິ້ນຣາຄະ ດັ່ງນີ້ໜໍ ? ພິກຂຸ ທ. ! ເມື່ອພິກຂຸຈະພະຍາກອນຢູ່ໂດຍຊອບ ກໍພະຍາກອນວ່າ “ຂໍ້ນີ້ແນ່ນອນ, ເພາະວ່າທ່ານຜູ້ນີ້ ເມື່ອຢູ່ໃນໝູ່ສົງກໍດີ ເມື່ອຢູ່ຜູ້ດຽວກໍດີ ຊຶ່ງໃນບ່ອນນັ້ນໆ ຜູ້ປະພຶດດີກໍມີ ຜູ້ປະພຶດຊົ່ວກໍມີ ສອນໝູ່ຄະນະຢູ່ກໍມີ ບາງພວກພົວພັນຢູ່ກັບອາມິດກໍມີ ບາງພວກບໍ່ຕິດອາມິດເລີຍກໍມີ ທ່ານຜູ້ນີ້ກໍຫາໄດ້ດູໝິ່ນບຸກຄົນນັ້ນໆ ດ້ວຍເຫດນັ້ນບໍ່. ອີກທາງໜຶ່ງ ຂໍ້ນີ້ກໍເປັນສິ່ງທີ່ຂ້າພະເຈົ້າໄດ້ຟັງມາແລ້ວ ໄດ້ຮັບມາສະເພາະແລ້ວ ຈາກທີ່ສະເພາະ ພຣະພັກຂອງພຣະຜູ້ມີພຣະພາຄເຈົ້າເອງວ່າ ເຮົາບໍ່ເປັນພະຍູປຣັຕ ; ເຮົາບໍ່ເປັນພະຍູປຣັຕ ເພາະປາສະຈາກຣາຄະ ບໍ່ເສບກາມເພາະດັບສິ້ນຣາຄະ ດັ່ງນີ້.”

ພິກຂຸ ທ. ! ໃນຂໍ້ນີ້ ຕະຖາຄົຕ ເປັນຜູ້ທີ່ບຸກຄົນຍ່ອມສອບຖາມສະເພາະໃຫ້ຍິ່ງຂຶ້ນໄປວ່າ ທັມທີ່ເສົ້າໝອງ ທີ່ຍ່ອມຮູ້ໄດ້ດ້ວຍຈັກຂຸແລະໂສຕະ ມີຢູ່ແກ່ຕະຖາຄົຕຫຼືບໍ່ ? ດັ່ງນີ້. ພິກຂຸ ທ. ! ເມື່ອຕະຖາຄົຕຈະພະຍາກອນ ກໍຈະພະຍາກອນວ່າ ບໍ່ມີ.

ເມື່ອຖືກຖາມວ່າ ທັມທີ່ເຈືອຢູ່ດ້ວຍຄວາມເສົ້າໝອງ ທີ່ຍ່ອມຮູ້ໄດ້ດ້ວຍຈັກຂຸແລະໂສຕະ ມີຢູ່ແກ່ຕະຖາຄົຕຫຼືບໍ່ ? ດັ່ງນີ້. ພິກຂຸ ທ. ! ເມື່ອຕະຖາຄົຕຈະພະຍາກອນ ກໍຈະພະຍາກອນວ່າ ບໍ່ມີ.

໑໖໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ເມື່ອຖືກຖາມວ່າ ທັມມະທີ່ຜ່ອງໃສ ທີ່ຍ່ອມຮູ້ໄດ້ດ້ວຍຈັກຂຸແລະໂສຕະ ມີຢູ່ແກ່ ຕະຖາຄົຕຫຼືບໍ່ ? ດັ່ງນີ້. ພິກຂຸ ທ. ! ເມື່ອຕະຖາຄົຕຈະພະຍາກອນ ກໍຈະພະຍາກອນວ່າ ທັມທີ່ຜ່ອງໃສ ທີ່ຍ່ອມຮູ້ໄດ້ດ້ວຍຈັກຂຸແລະໂສຕະ ມີຢູ່ແກ່ຕະຖາຄົຕ ; ຕະຖາຄົຕມີທັມມະທີ່ຜ່ອງໃສນັ້ນແຫຼະເປັນຫົນທາງ (ປະຖະ), ມີທັມມະທີ່ຜ່ອງໃສນັ້ນແຫຼະເປັນບ່ອນທ່ຽວ (ໂຄຈະຣະ) ; ແຕ່ວ່າ ຕະຖາຄົຕບໍ່ໄດ້ເປັນ “ຕັມມະໂຢ” (ຜູ້ທີ່ທັມມະອັນຜ່ອງໃສນັ້ນສ້າງຂຶ້ນ) ດ້ວຍເຫດນັ້ນ.

ພິກຂຸ ທ. ! ສາວົກຄວນຈະເຂົ້າໄປຫາພຣະສາສດາຜູ້ມີວາທະເຊັ່ນນີ້ ເພື່ອຈະຟັງທັມ ; ພຣະສາສດານັ້ນ ຍ່ອມສະແດງທັມແກ່ສາວົກນັ້ນ ໃຫ້ຍິ່ງຂຶ້ນໄປ ໃຫ້ປານີຕຂຶ້ນໄປ ມີສ່ວນປຽບທຽບລະຫວ່າງທັມດໍາ ກັບທັມຂາວ. ພິກຂຸ ທ. ! ພຣະສາສດານັ້ນ ຍ່ອມສະແດງທັມແກ່ສາວົກນັ້ນ ໃນລັກສະນະທີ່ເມື່ອສະແດງຢູ່ໂດຍລັກສະນະນັ້ນ ສາວົກນັ້ນ ເພາະຮູ້ຍິ່ງໃນທັມນັ້ນ ຍ່ອມເຖິງຊຶ່ງຄວາມແນ່ໃຈສະເພາະທັມບາງຢ່າງ ໃນທັມ ທ. ທີ່ສະແດງນັ້ນ ຍ່ອມເຫຼື້ອມໃສໃນພຣະສາສດາວ່າ “ພຣະຜູ້ມີພຣະພາຄ ເປັນສັມມາສັມພຸດທະ, ພຣະທັມເປັນສວາກຂາຕະ, ສາວົກສົງຄ໌ຂອງພຣະຜູ້ມີພຣະພາຄ ເປັນສຸປະຕິປັນນະ” ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ